4 ມື້ຕໍ່ອາທິດ​ກໍ​ພຽງ​ພໍ! ນະໂຍບາຍໃນການເຮັດວຽກທີ່ຈະຊ່ວຍໃຫ້ອົງກອນໄດ້ຮັບປະສິດທິພາບຈາກພະນັກງານຫຼາຍຂຶ້ນ ແລະ ການລາອອກທີ່ໜ້ອຍລົງ


ສຳນັກຂ່າວຕ່າງປະເທດລາຍງານວ່າ ຜົນການທົດລອງເພື່ອຕິດຕາມຜົນຈາກການທີ່ໃຫ້ພະນັກງານເຮັດວຽກ 4 ມື້ຕໍ່ອາທິດເມື່ອໜຶ່ງປີກ່ອນ, ເຊິ່ງນີ້ຖືວ່າເປັນການທົດລອງເຮັດວຽກ 4 ມື້ຕໍ່ອາທິດທີ່ມີຈຳນວນບໍລິສັດເຂົ້າຮ່ວມຫຼາຍທີ່ສຸດໃນໂລກ.

ໂດຍໂຄງການທົດລອງດັ່ງກ່າວ ໄດ້ມີ 61 ບໍລິສັດໃນປະເທດອັງກິດເຂົ້າຮ່ວມໃນໂຄງການ ເເລະ ມີພະນັກງານປະມານ 2,900 ຄົນອາສາສະໝັກເຂົ້າຮ່ວມນັບຕັ້ງແຕ່ ເດືອນມິຖຸນາຫາເດືອນທັນວາ ປີ 2022 ເປັນຕົ້ນມາ, ເຊິ່ງໃນການທົດລອງດັ່ງກ່າວ ຈະຫຼຸດເວລາເຮັດວຽກຂອງພະນັກງານໃຫ້ເຫຼືອ 80% ຫຼື 4 ມື້ຕໍ່ອາທິດ ເເລະ ຈ່າຍເງິນເດືອນໃຫ້ພະນັກງານເທົ່າເດີມ ແຕ່ພະນັກງານຈະຕ້ອງເຮັດວຽກເຕັມທີ່ຕາມປົກກະຕິ.

ຫຼັງ​ຈາກ​ການ​ທົດ​ລອງ​ໄດ້​ສໍາ​ເລັດ 6 ເດືອນ​ເຕັມ​ກໍໄດ້​ພົບ​ວ່າ​:

– 89% ຂອງບໍລິສັດທີ່ເຂົ້າຮ່ວມໂຄງການໄດ້ຮັກສານະໂຍບາຍຫຼຸດຜ່ອນຊົ່ວໂມງເຮັດວຽກແຕ່ເງິນເດືອນຍັງເທົ່າເດີມ.

– 51% ຂອງບໍລິສັດທີ່ເຂົ້າຮ່ວມປະກາດໃຫ້ພະນັກງານເຮັດວຽກ 4 ມື້ຕໍ່ອາທິດແບບຖາວອນ.

– 100% ຂອງຜູ້ຈັດການລາຍງານວ່າການເຮັດວຽກ 4 ມື້ໃຫ້ຜົນໄດ້ຮັບທີ່ ດີ ຫຼື ດີຫຼາຍ ໃຫ້ແກ່ອົງກອນ.

– 82% ຂອງບໍລິສັດເຫັນວ່ານະໂຍບາຍດັ່ງກ່າວສົ່ງຜົນໃນດ້ານບວກຕໍ່ກັບການເປັນຢູ່ທີ່ດີຂຶ້ນຂອງພະນັກງານ

– 50% ເຫັນວ່າມັນໄດ້ຫຼຸດອັດຕາໃນການລາອອກຈາກວຽກໃຫ້ໜ້ອຍລົງ ເເລະ 32% ເຫັນວ່ານະໂຍບາຍດັ່ງກ່າວເຮັດໃຫ້ຈັດສັນຫາບຸຄະລາກອນໄດ້ດີຂຶ້ນຢ່າງເຫັນໄດ້ຊັດເຈນ.

Juliet Shore, ອາຈານສອນວິຊາສັງຄົມວິທະຍາຂອງວິທະຍາໄລ Boston ທີ່ເປັນຜູ້ຂຽນບົດລາຍງານກ່າວວ່າ ຜົນການຄົ້ນພົບນີ້ໄດ້ສະແດງໃຫ້ເຫັນວ່າ ຂໍ້ດີຂອງການຫຼຸດຜ່ອນຊົ່ວໂມງເຮັດວຽກພົບວ່າ “ເຫັນໄດ້ຊັດເຈນ ແລະ ຍືນຍົງ”

ໂຄງການດັ່ງກ່າວໄດ້ຂັບເຄື່ອນໂດຍທີມງານຄົ້ນຄວ້າ Autonomy ສົມທົບກັບແຄມເປນ 4 Day Week Campaign ແລະ 4 Day Week Global, ປ່ຽນຈາກແບບດັ້ງເດີມ 5 ມື້ເຮັດວຽກ 40 ຊົ່ວໂມງມາເປັນ 4 ມື້ຂອງ 32 ຊົ່ວໂມງທີ່ຍັງເຮັດວຽກ 100% ຄືເກົ່າ ໂດຍບໍ່ມີການຫຼຸດຜ່ອນຄ່າຈ້າງພະນັກງານ.

ສ່ວນການສຳຫຼວດພະນັກງານ ພົບວ່າ ເຂົາເຈົ້າມີຄວາມສຸກ ທັງສຸຂະພາບກາຍ ແລະ ຈິດໃຈ. ລວມທັງຊີວິດສ່ວນຕົວ, ຫຼຸດຜ່ອນ “ການໝົດໄຟ” ຈາກການເຮັດວຽກ, ເຊິ່ງຜົນປະໂຫຍດເຫຼົ່ານີ້ແມ່ນມີຄວາມຍືນຍົງເຖິງແມ່ນວ່າເວລາຈະຜ່ານໄປ 1 ປີ.

ການ​ສໍາ​ຫຼວດ​ຄວາມ​ເຫັນ​ຂອງ​ສາ​ທາ​ລະ​ນະ​ໂດຍ ແຄມເປນ 4 ມື້ຕໍ່ອາທິດ ​ໃນ​ອັງ​ກິດ​ໄດ້​ພົບ​ເຫັນ​ວ່າ 58% ຂອງ​ຄົນທົ່ວໄປ​ຄາດ​ຫວັງໃນການ​ເຮັດ​ວຽກ​ 4 ມື້​ຈະ​ເປັນ​ມາດ​ຕະ​ຖານພາຍ​ໃນ​ປີ 2030.

ທີ່ມາ:

facebook

cnbc

euronews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/