ລາຄາຂອງຫຼຽນ Solana ເພີ່ມຂຶ້ນເໜືອລະດັບ 200 ໂດລາເປັນຄັ້ງທຳອິດໃນຮອບ 2 ປີ


ໃນຕອນເຊົ້າຂອງມື້ນີ້, ລາຄາຂອງ Solana ເພີ່ມຂຶ້ນສູງກວ່າ 200 ເປັນຄັ້ງທຳອິດໃນຮອບ 2 ປີ, ຕອບສະໜອງຕໍ່ກັບແນວໂນ້ມຂອງຫຼຽນ meme ທີ່ກຳລັງເປັນກະແສທີ່ມາແຮງໃນຕອນນີ້, ໂດຍສະເພາະຫຼຽນ meme ນ້ອງໃໝ່ຄື Dogwifhat (WIF) ທີ່ພະຍາຍາມຕີຕື້ນຂຶ້ນມາເພື່ອສູ້ກັບ BONK.

ສຳລັບສາເຫດທີ່ວ່າເປັນຫຍັງລາຄາຂອງ Solana ຍັງສືບຕໍ່ສູງຂຶ້ນໃນຫຼາຍມື້ທີ່ຜ່ານມາບໍ່ແມ່ນຍ້ອນມາຈາກຫຼຽນ meme ພຽງຢ່າງດຽວເທົ່ານັ້ນ. ແຕ່ຍັງມີເຫດຜົນມາຈາກຄວາມແຂງແຮງຂອງເຄືອຂ່າຍຕົນເອງ ເຊິ່ງເຫັນໄດ້ຈາກຈຳນວນມູນຄ່າທັງໝົດທີ່ຖືກລັອກໃນປັດຈຸບັນທີ່ເກີນ 23.07 ລ້ານໂດລາແລ້ວ, ເຮັດສະຖິຕິສູງສຸດເປັນປະຫວັດສາດນັບຕັ້ງແຕ່ເດືອນທັນວາ 2022. ອີກທັງປະລິມານການຊື້ຂາຍທີ່ຜ່ານມາຂອງ Solana ໃນໄລຍະ 24 ຊົ່ວໂມງສາມາດແຊງໜ້າ Ethereum ດ້ວຍມູນຄ່າການເທຣດຫຼາຍກວ່າ 3.6 ຕື້ໂດລາທຽບກັບ Ethereum ທີ່ມີຢູ່ 2.3 ຕື້ໂດລາ, ອີງຕາມຂໍ້ມູນຈາກ DefiLlama

ໃນຂະນະທີ່ຂຽນ, Solana ຊື້ຂາຍຢູ່ທີ່ 203.24 ໂດລາ , ເພີ່ມຂຶ້ນ 8.93% ໃນ 24 ຊົ່ວໂມງທີ່ຜ່ານມາ, ອີງຕາມຂໍ້ມູນຈາກ Coinmarketcap.

ທີ່ມາ:

siamblockchain

u.today

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/