ໄອຊ໌ແລນ ປະກາດສຸກເສີນ ຫຼັງພູໄຟລະເບີດຮອບທີ 4 ພ້ອມສັ່ງອົບພະຍົບປະຊາຊົນ


ທາງການປະເທດໄອຊ໌ແລນ ໄດ້ປະກາດພາວະສຸກເສີນໃນພື້ນທີ່ທາງຕອນໃຕ້ຂອງເກາະ ຫຼັງຈາກເກີດພູໄຟລະເບີດຂຶ້ນອີກເທື່ອໜຶ່ງໃນແຫຼມ Reykjanes ເຊິ່ງຖືວ່າເປັນການລະເບີດຂອງພູໄຟຄັ້ງທີ 4 ນັບຕັ້ງແຕ່ເດືອນທັນວາ ປີກ່ອນນັ້ນເອງ.

ພ້ອມກັນນັ້ນທາງການຍັງໄດ້ສັ່ງອົບພະຍົບປະຊາຊົນອອກຈາກບ້ານເຮືອນຕົນເອງ ໂດຍສະເພາະໃນເຂດເມືອງ Grindavik ເມືອງຕິດທະເລ ທີ່ມີປະຊາກອນອາໄສຢູ່ປະມານ 3,800 ຄົນ ໃກ້ກັບພື້ນທີ່ເກີດເຫດ ເຊິ່ງໄດ້ຮັບຄວາມເສຍຫາຍຢ່າງໜັກ.

ໂດຍທາງການໜ່ວຍປ້ອງກັນໄພຝ່າຍພົນລະເຮືອນໄອຊ໌ແລນ ໄດ້ໃຫ້ຂໍ້ມູນວ່າ ເຫດການພູໄຟລະເບີດຄັ້ງຫຼ້າສຸດ ເລີ່ມຕົ້ນເມື່ອເວລາປະມານ 20:00 ຂອງວັນທີ 16 ມີນາ 2024 ພ້ອມກັນນັ້ນສຳນັກງານອຸຕຸວິທະຍາໄອຊ໌ແລນໄດ້ກ່າວວ່າ ການລະເບີດຄັ້ງຫຼ້າສຸດ ເຮັດໃຫ້ເກີດຮອຍແຍກເທິງຜິວໂລກ ທີ່ມີຄວາມຍາວ 3 ກິໂລແມັດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/