ເຜິ້ງໃນທຳມະຊາດຮຽນຮູ້ວິທີເຮັດໃຫ້ດອກໄມ້ອອກດອກກ່ອນລະດູ


ບັນຫາສິ່ງແວດລ້ອມ ເປັນສິ່ງທີ່ທຸກຄົນຕ້ອງໃສ່ໃຈ ເພາະມັນກະທົບທຸກສິ່ງມີຊີວິດເທິງໂລກໜ່ວຍນີ້ ດັ່ງເລື່ອງທີ່ຈະນຳສະເໜີຕໍ່ໄປນີ້ ເມື່ອສະພາບແວດລ້ອມປ່ຽນ ສິ່ງມີຊີວິດໃນທຳມະຊາດ ກໍໄດ້ຮັບຜົນກະທົບ ແລະ ຕ້ອງປັບຕົວຮຽນຮູ້ໄປນຳ.

ປົກກະຕິແລ້ວໃນທຳມະຊາດ ຣາຊີນີຂອງເຜິ້ງຈະໃຊ້ເວລາຈຳສິນໃນລະດູຫນາວ ເປັນເວລາກວ່າ 4-5 ເດືອນ ແລະ ຈະຕື່ນຂຶ້ນມາໃນລະດູບານໃໝ່ ເພື່ອປະສົມພັນ. ເມື່ອຣາຊີນີຕື່ນ ມັນກໍຈະສັ່ງໃຫ້ເຜິ້ງກຳມະກອນ ອອກໄປຫາອາຫານມາສຳຮອງໄວ້ (ໄປຂົນເອົານ້ຳຫວານຂອງດອກໄມ້) ເພື່ອກຽມພ້ອມໃນລະດູໜາວຄັ້ງຕໍ່ໄປ.

ນັ້ນຄືທຳມະຊາດຂອງມັນ ບັນຫາເກີດຂຶ້ນຢູ່ບ່ອນວ່າ ດ້ວຍສະພາບແວດລ້ອມໂລກທີ່ປັ່ນປ່ວນ ເຮັດໃຫ້ລະດູການບໍ່ຄົງທີ່ ບາງປີຣາຊີນີ ຕື່ນກ່ອນເວລາອັນຄວນ ເຊິ່ງດອກໄມ້ຍັງບໍ່ບານ ເຮັດໃຫ້ບໍ່ມີອາຫານໃຫ້ເກັບກ່ຽວ ເວົ້າງ່າຍໆກໍຄືເຜິ້ງຫານ້ຳເຜິ້ງຍາກນັ້ນເອງ.

ນັກວິໄຈຈາກສະຖາບັນ ETH Zurich ໄດ້ຮັບລາຍງານຜົນການສັງເກດການວ່າ ມີເຜິ້ງປັບຕົວ ແລະ ເຮັດພຶດຕິກຳຜິດທຳມະຊາດ ເພື່ອຮັບມືກັບສະພາບແວດລ້ອມທີ່ປ່ຽນໄປ ນັ້ນກໍຄືພວກມັນຮູ້ຈັກການ Hack ກົນໄກທຳມະຊາດ. ໂດຍມີການສັງເກດການພົບວ່າ ເຜິ້ງສາຍພັນ Bumblebee ມັນໃຊ້ປາກຂອງມັນເຈາະຮູໃບໄມ້ ເພື່ອຫລອກໃຫ້ຕົ້ນໄມ້ຕົ້ນນັ້ນຄິດວ່າ ຕົນເອງກຳລັງມີໄພຮ້າຍ ຕ້ອງຮີບອອກດອກ ເພື່ອຂະຫຍາຍພັນ ກ່ອນທີ່ຕົນເອງຈະຕາຍ ໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ເຮັດໃຫ້ເຜິ້ງໄດ້ດອກໄມ້ທີ່ບານກ່ອນລະດູການ.

ເມື່ອໄດ້ຜົນລາຍງານແບບນັ້ນ ນັກວິໄຈຈຶ່ງເຮັດການທົດລອງ ກັບເຜິ້ງສາຍພັນຕ່າງໆ ເພື່ອສັງເກດການ ແລ້ວພໍ້ວ່າເຜິ້ງຫລາຍໆສາຍພັນ ສາມາດຮູ້ປັບຕົວເຮັດແບບນີ້ໄດ້ ຜົນການທົດລອງຍັງພົບອີກວ່າ ຕົ້ນໄມ້ທີ່ປ່ອຍຕາມປົກກະຕິຈະໃຊ້ເວລາເຖິງ 30 ວັນໃນການອອກດອກ, ສ່ວນຕົ້ນທີ່ຖືກເຜິ້ງເຈາະໃບ ຈະໃຊ້ເວລາພຽງ 17 ວັນເທົ່ານັ້ນກໍອອກດອກແລ້ວ.

ເລື່ອງເລີ່ມໜ້າສົນໃຈ ນັກວິໄຈຈຶ່ງທົດລອງຕໍ່ອີກໂດຍ ຮຽນແບບການເຈາະຂອງເຜິ້ງ (ມະນຸດເຈາະ) ປາກົດວ່າ ດອກໄມ້ກໍອອກປົກກະຕິ ບໍ່ອອກໄວຄືກັບເຜິ້ງເຈາະ ເຮັດໃຫ້ໄດ້ຂໍ້ສັນນິຖານ 2 ຂໍ້ຄື:

1. ເຜິ້ງອາດຮູ້ຈຸດສຳຄັນຂອງການເຈາະ ທີ່ກະຕຸ້ນໃຫ້ຕົ້ນໄມ້ອອກດອກໄດ້ໄວ.

2. ໃນນ້ຳລາຍຂອງເຜິ້ງອາດມີສານເຄມີບາງຢ່າງທີ່ໄປກະຕຸ້ນໃຫ້ອອກດອກໄວຂຶ້ນ.

ເຖິງແນວໃດກໍຕາມ ການສຶກສາໃນຄັ້ງນີ້ກໍນັບວ່າຫນ້າສົນໃຈ ເຮົາໄດ້ຮູ້ເຖິງຜົນກະທົບສິ່ງແວດລ້ອມຕໍ່ເຜິ້ງ ແລະ ຕ້ອງສຶກສາເພື່ອຊ່ວຍຮັກສາສາຍພັນຂອງເຜິ້ງໄວ້ ໂດຍສະເພາະເຜິ້ງ Bumblebee ທີ່ຈັດຢູ່ໃນກຸ່ມສ່ຽງສູນພັນຍັງບໍ່ພໍ ຖ້າຫາກເຮົາສາມາດໄຂຄວາມລັບຂອງວິທີທີ່ເຜິ້ງໃຊ້ກະຕຸ້ນຕົ້ນໄມ້ ໃຫ້ອອກດອກໄດ້ໄວ ໃນອະນາຄົດເຮົາອາດມີວິທີເລັ່ງຂະບວນການປູກພືດ ໄດ້ຜົນຜະລິດທີ່ໄວຂຶ້ນ ໂດຍປາສະຈາກການໃຊ້ສານເຄມີເຂົ້າມາເລັ່ງນຳອີກດ້ວຍ.

ທີ່ມາ: https://www.flagfrog.com/bee-nature-evolution/