ໄຟເຊີ ຊີ້ວັກຊີນຕ້ານໂຄວິດກໍ່ຜົນຂ້າງຄຽງ ອິດເມື່ອຍ – ເຈັບຫົວ – ເປັນໄຂ້.


ໄຟເຊີ ອິງ ບໍລິສັດ Pharmaceutical giants ໃຫຍ່ຂອງສະຫະລັດອາເມຣິກາເປິດເຜີຍວ່າ ຜູ້ເຂົ້າຮ່ວມການທົດລອງທາງ Clinic ໄລຍະທີ 3 ຂອງວັກຊີນຕ້ານໄວຣັດໂຄວິດ-19 ຂ່ອນຂ້າງມີຜົນຈາກວັກຊີນໃນລະດັບນ້ອຍເຖິງປານກາງ ໂດຍຜົນຂ້າງຄຽງດັ່ງກ່າວໄດ້ແກ່ ອາການ ອິດເມື່ອຍ, ເຈັບຫົວ , ໜາວສັ່ນ ແລະ ປວດເມື່ອຍຕາມຕົນໂຕ ໂດຍຜູ້ເຂົ້າຮ່ວມທົດລອງບາງຄົນມີອາການໄຂ້ຂື້ນສູງ.

ທັ້ງນີ້ ມີອາສາສະມັກຫຼາຍກວ່າ 29,000 ຄົນເຂົ້າຮ່ວມການທົດລອງຂອງໄຟເຊີເຊິ່ງຈະຕ້ອງໃຊ້ອາສາສະມັກລວມທັ້ງໝົດ 44,000 ຄົນ ເພື່ອທົດສອບ ວັກຊີນ BNT162b2 ສຳລັບປ້ອງກັນໂລກໂຄວິດ-19 ທີ່ພັດທະນາຮ່ວມກັບBioNTech ເຊິ່ງເປັນພັນທະມິດສັນຊາດເຢຍລະມັນໂດຍຄະນະຜູ້ບໍລິຫານໄຟເຊີເປິດເຜີຍໃນການປະຊຸມກັບບັນດາຜູ້ລົງທຶນວ່າຜູ້ເຂົ້າຮ່ວມການທົດລອງຫຼາຍກວ່າ 12,000 ຄົນໄດ້ຮັບວັກຊີນ ໂດສທີ່ 2 ຮຽບຮ້ອຍແລ້ວ.

ຂະນະດຽວກັນ Pfizer ຄາດການວ່າທາງ ບໍລິສັດຈະເປິດເຜີຍຖະແຫຼງການສະຫຼຸບກ່ຽວກັບປະສິດທິພາບຂອງວັກຊີນຕົວນີ້ພາຍໃນສິ້ນເດືອນ ຕຸລາ ໂດຍຈະຂື້ນຢູ່ກັບອັດຕາການຕິດເຊື້ອໃນປັດຈຸບັນ.

ສຳນັກຂ່າວຊິນຫົວລາຍງານວ່າ Pfizer ພົບບັນຫາລ້າສຸດດັ່ງກ່າວ ຫຼັງຈາກທີ່ການທົດລອງວັກຊິນຕ້ານໂລກໂຄວິດ-19 ຂອງບໍລິສັດ AstraZeneca ໄດ້ຖືກສັ່ງລະງັບທົ່ວໂລກເມື່ອວັນທີ່ 6 ກັນຍາ 2020 ທີ່ຜ່ານມາເນື່ອງຈາກມີລາຍງງານວ່າພົບຜົນຂ້າງຄຽງຮ້າຍແຮງໃນອາສາສະມັກລາຍໜື່ງໃນສະຫະລາດອານາຈັກ.   

ສະຖານີໂທລະທັດ Fox Business  ເປິດເຜີຍວ່າ AstraZeneca ໄດ້ກັບມາເດີນໜ້າການທົດລອງວັກຊີນຕ້ານໂຄວິດອີກຄັ້ງໃນສະຫະລາດຊະອານາຈັກ ແລະ ບາຊິວ ເມື່ອວັນທີ່ 14 ກັນຍາ 2020 ທີ່ຜ່ານມາຫຼັງໄດ້ຮັບອານຸຍາດຈາກໜ່ວຍງານກຳກັບດູແລຂອງສະຫະລາດຊະອານາຈັກແຄ່ເຖິງຢ່າງໃດກໍ່ດີ ການທົດລອງໃນສະຫະລັດອາເມຣິກາຍັງຄົງຖືກລະງັບຢູ່.

ຮຽບຮຽງໂດຍ:ກະຕຸກIQ2
ກວດສອບໂດຍ: Tabee vorlasin
ທີ່ມາ: https://www.ryt9.com/s/iq47/3159989