ເອີຣົບ ແຫ່ໃຊ້ແອັບເຕືອນໂຄວິດ ຂອງເຢຍລະມັນ ດາວໂຫລດ 18 ລ້ານເທື່ອ.


Helge Braun ຫົວໜ້າສໍານັກງານນາຍຍົກລັດຖະມົນຕີເຢຍລະມັນເປີດເຜີຍວ່າ Applications ທີ່ແຈ້ງເຕືອນໂຄວິດ-19 ຂອງທາງການເຢຍລະມັນເຊິ່ງເລີ່ມເປິດໃຊ້ງານເມື່ອ 100 ມື້ກ່ອນ ໄດ້ຖືກດາວໂຫລດແລ້ວຫຼາຍກວ່າ 18 ລ້ານເທື່ອ, ໂດຍຕົວເລກດັ່ງກ່າວຍັງລວມມີ ຍອດດາວໂຫລດ ຈາກຕ່າງປະເທດຫຼາຍກວ່າ 400,000 ເທື່ອ ເຊິ່ງເຮັດໃຫ້ກາຍເປັນ Applications ເຝົ້າລະວັງໂຣກໂຄວິດ-19 ທີ່ມີຄົນໃຊ້ຫຼາຍທີ່ສຸດໃນເອີຣົບ.

ລັດຖະບານເຢຍລະມັນໄດ້ລະບຸວ່າ App ດັ່ງກ່າວຖືກພັດທະນາມາ ເພື່ອແຈ້ງເຕືອນປະຊາຊົນ ທີ່ສຳຜັດໃກ້ຊິດກັບຜູ້ປ່ວຍໂຣກໂຄວິດ-19 ໃຫ້ກວດໂຣກ ແລະ ທຳລາຍຫ່ວງໂສ້ການແຜ່ເຊື້ອ, ໂດຍ App ຈະບໍ່ເປີດເຜີຍຕົວຕົນຂອງຜູ້ໃຊ້ງານ ແລະ ຈະລືບຂໍ້ມູນຈາກໂທລະສັບເມື່ອຜ່ານໄປ 14 ມື້.

Jensspahn ລັດຖະມົນຕີກະຊວງສາທາລະນະສຸກຂອງເຢຍລະມັນເວົ້າວ່າ App ດັ່ງກ່າວບໍ່ແມ່ນວິທີ ທີ່ຈະສາມາດແກ້ໄຂໄດ້ທຸກບັນຫາ ແຕ່ເປັນໜື່ງໃນຫຼາຍເຄື່ອງມືສຳຄັນ ລະຫວ່າງການແຜ່ລະບາດໃຫຍ່ ຂອງໂຣກໂຄວິດ-19.

ສຳນັກຂ່າວຊິນຫົວລາຍງານວ່າ App ນີ້ໄດ້ຮັບການພັດທະນາໃນນາມຂອງລັດຖະບານເຢຍລະມັນ ໂດຍ ( SAP ) ເຊິ່ງເປັນບໍລິສັດ Software ລາຍໃຫຍ່ຂອງເຢຍລະມັນ ແລະ Deutsche Telecom ເຊິ່ງເປັນບໍລິສັດ ໂທລະຄົມມະນາຄົມລາຍໃຫຍ່ຂອງເຢຍລະມັນໄດ້ຮ່ວມກັນພັດທະນາດ້ວຍເງິນລົງທຶນເກືອບ 20 ລ້ານຢູໂຣ.

ຮຽບຮຽງໂດຍ:ກະຕຸກIQ2
ກວດສອບໂດຍ:Tabee vorlasin
ທີ່ມາ: https://www.ryt9.com/s/iq47/3162000