ເຜີຍໂສມໜ້າສະຕັ້ນສາວງາມ “ມູ່ຫຼານ” ທີ່ຫຼາຍຄົນບອກວ່າງາມກວ່າ ຫຼິວ ອີ້ເຟີຍ!!!


ຮູບຖ່າຍຂອງຜູ້ຍິງໃນຊຸດ ”ມູ່ຫຼານ” ຖືກສົ່ງຕໍ່ໄປທົ່ວໂລກອອນໄລນ໌ ລາວບໍ່ແມ່ນ ຫຼິວ ອີ້ເຟີຍ ແຕ່ເປັນຕົວສະແດງແທນໃນສາກແອັກຊັນ ທີ່ຫຼາຍຄົນບອກວ່າງາມສູສີຕົວຈິງ ແລະ ຖ້າຈະໃຫ້ຮັບບົດເປັນນາງເອກ ກໍເໝາະສົມຄືກັນ.

ລາວອາດຈະບໍ່ແມ່ນນັກສະແດງທີ່ມີຊື່ສຽງໂດ່ງດັງ ແຕ່ຮູບຖ່າຍຂອງສະຕັ້ນສາວທີ່ມີຊື່ວ່າ ຫຼິວ ຊີຍ່າ ໄດ້ກາຍເປັນກະແສທີ່ຖືກສົ່ງຕໍ່ເປັນຈຳນວນຫຼວງຫຼາຍໃນເວັບໄຊຂອງຊາວເນັດຈີນ ແລະ ໄທ ເປັນຈຳນວນຫຼາຍ.

ໃນຮູບທີ່ລາວແຕ່ງຕົວດ້ວຍຊຸດແດງແບບດຽວກັບທີ່ ຫຼິວ ອີ້ເຟີຍ ນຸ່ງໃນຮູບເງົາເລື່ອງ ມູ່ຫຼານ ເຊິ່ງຊາວເນັດຈີນບອກວ່າ ຜູ້ຍິງຄົນນີ້ງາມລະດັບທີ່ສາມາດເປັນນາງເອກໄດ້ແບບສະບາຍໆ,​ ນາງມີໜ້າຕາທີ່ສວຍງາມ ເຖິງວ່າບໍ່ຄ້າຍກັບຫຼິວອີ້ເຟີຍປານໃດ ແຕ່ຮູບຮ່າງໃກ້ຄຽງກັບຫຼິວອີ້ເຟີຍຫຼາຍ ຈຶ່ງຖືກເລືອກໃຫ້ເປັນຕົວສະແດງແທນໃນໜັງຟອມຍັກນີ້.

ເບິ່ງຈາກຮູບພາບແລ້ວ ຫຼິວ ຊີຍ່າ ຮູບຮ່າງບອບບາງຄືກັນກັບດາລານັກສະແດງຈີນທົ່ວໄປ ແຕ່ລາວຍັງມີຝີມືໃນການສະແດງບົດແອັກຊັນໄດ້ຢ່າງບໍ່ໜ້າເຊື່ອ. ເຊິ່ງແນ່ນອນວ່າການເປັນສະຕັ້ນ ຫຼື ນັກສະແດງຕົວແທນນັ້ນ ໜ້າຕາຂອງລາວບໍ່ໄດ້ປາກົດໃຫ້ເຫັນໄດ້ຢ່າງຊັດເຈນໃນຮູບເງົາ ແຕ່ກໍມີຄົນຕາດີທັນສັງເກດເຫັນວ່າມີສາກໜຶ່ງໃນເລື່ອງ ທີ່ມູ່ຫຼານຕ້ອງອອກຮົບກັບສັດຕູ ທີ່ມີການຕັດຕໍ່ອອກບໍ່ໝົດ ໃບໜ້າຂອງລາວຈຶ່ງປາກົດອອກມາໃນໜັງໃຫ້ເຫັນກັນຊ່ວງໜຶ່ງ.

ໂດຍກ່ອນໜ້ານີ້ ຫຼິວ ອີ້ເຟີຍ ເອງກໍບໍ່ໄດ້ປິດບັງເລື່ອງການໃຊ້ນັກສະແດງຕົວແທນຢູ່ແລ້ວ ທັງສອງກໍຍັງຖ່າຍຮູບຄູ່ນຳກັນຕະຫຼອດ ແລະ ເບິ່ງຈາກພາບ ຫຼິວ ອີ້ເຟີຍ ກໍຂ່ອນຂ້າງຈະສະໜິດກັບ ຫຼິວ ຊີຍ່າ ບໍ່ໜ້ອຍເລີຍ.

ແຫຼ່ງທີ່ມາ: https://mgronline.com/entertainment/detail/9630000094664