ມາຮູ້ຈັກກັບ Takashi Murakami ສາດສະດາປ໋ອບອ໊າດຊາວຍີ່ປຸ່ນ


ໃນຕອນນີ້ເຮົາຂໍນຳສະເໜີເລື່ອງລາວຂອງສິນລະປິນປ໋ອບຍີ່ປຸ່ນທີ່ເປັນຕົວພໍ່ທີ່ມີສື່ສຽງໂດ່ງດັງ ແລະ ເປັນທີ່ຍ້ອງຍໍຢ່າງສູງຈົນເອີ້ນໄດ້ວ່າເປັນສາດສະດາຈານສິນລະປະແນວປ໋ອບຂອງປະເທດຍີ່ປຸ່ນເລີຍກໍ່ວ່າໄດ້ ໂດຍສິນລະປິນຜູ້ນີ້ມີຊື່ວ່າ ທາເຄຊິ ມຸຣາຄາມິ (Takashi Murakami)

ມຸຣາຄາມິ ເກີດເມື່ອປີ ຄ.ສ 1962 ທີ່ ກຸງໂຕກຽວ ປະເທດຍີ່ປຸ່ນ ຈົບການສຶກສາລະດັບປະລິນຍາຕີ ໂທ ແລະ ເອກ ທາງສາຂາຈິດຕະກຳຍີ່ປຸ່ນແນວປະເພນີ (Nihonga) ຈາກ Tokyo National University of Fine Arts and Music ຜົນງານສ່ວນໃຫຍ່ຂອງລາວໄດ້ຮັບແຮງບັນດານໃຈມາຈາກໜັງສືກະຕູນ ຫຼື ນິຍາຍຮູບພາບຂອງຍີ່ປຸ່ນທີ່ເອີ້ນວ່າ ມັງງະ (Manga) ແລະ ອານິເມະ (Anime) ມາຣຸຄາມິໃຊ້ຄວາມເຂົ້າໃຈຢ່າງເລິກເຊິ່ງໃນການຜະສົມຜະສານສິນລະປະຕາເວັນຕົກກັບວັດທະນະທຳປ໋ອບຂອງຍີ່ປຸ່ນເຂົ້ານຳກັນ ໂດຍນຳເອົາທັ້ງສອງສິ່ງມາເພີ່ມເຕີມເຂົ້າກັບຄວາມຮູ້ ແລະ ຄວາມຊ່ຽວຊານໃນງານຈິດຕະກຳແບບປະເພນີບູຮານຂອງຍີ່ປຸ່ນຜ່ານຕົວລະຄອນທີ່ມີທັ້ງຄວາມໜ້າຮັກສົດໃສ ແລະ ປານີດວິຈິດບັນຈົງໃນແບບປະເພນີ

ເອກະລັກຂອງຜົນງານການອອກແບບທີ່ ມຸຣາຄາມິ ສ້າງມັກເປັນກາຕູນເອນິເມຊັ່ນສີສັນສົດໃສ ທີ່ສຳຄັນມັກມີລັກສະນະແບບລຽບເປັນມິຕິດຽວເຊິ່ງເປັນເອກະລັກທີ່ພົບໄດ້ໃນງານສິນລະປະແບບປະເພນີຂອງຍີ່ປຸ່ນ ປະສານເຂົ້າກັບຮູບລັກສະນະທີ່ຕິດຕາເຂົ້າເຖິງງ່າຍຂອງງານອອກແບບທີ່ເບິ່ງຄືໂຄສະນາເຊີງແຝງໄປດ້ວຍແນວຄິດໃນປັດສະຍາ ແລະ ວິພາກວິຈານສັງຄົມປັດຈຸບັນ ຄ້າຍງານອອກແບບຂອງສິນລະປິນປ໋ອບອ໊າດຜູ້ຫຍິ່ງໃຫຍ່ເຊັ່ນ ແອນດີ້ ວໍຣໍ (Andy Warhol) ແຕ່ປັບປ່ຽນໃຫມ່ກາຍເປັນແບບສະເພາະຂອງຕົວລາວເອງ ນອກຈາກນັ້ນ ລາວມັກແຕ່ງກາຍໃນລວດລາຍສີສັນສົດໃສໂດຍເສື້ອຜ້າທີ່ມັກສວມໃສ່ມັກສີແສບຕາ ຄືກັບຜົນງານຂອງລາວ ຫຼື ໃນບາງຄັ້ງກໍ່ແຕ່ງຕົວເຕັມຍົດເປັນຕົວກະຕູນຄືກັບ Mascot ໃນນິເທດສະການສິນລະປະທີ່ຈັດສະແດງ ດັ່ງທີ່ລາວກ່າວວ່າ: “ຂ້ອຍຢາກເຮັດຕົວໃຫ້ຄືກັບສິນຄ້າຕົວຢ່າງທີ່ມີຊີວິດ ໄດ້ເຮັດໜ້າທີ່ປ່າວປະກາດເຖິງສັກກະຍາພາບ ແລະ ພະລັງສິນລະປະໃຫ້ຄົນໄດ້ຮັບຮູ້”.

ຜົນງານສ່ວນໜື່ງຂອງ ທາເຄຊິ ມຸຣາຄາມິ

ຕົວຢ່າງຜົນງານທີ່ໜ້າສົນໃຈຂອງ ມຸຣາຄາມິ ເຊັ່ນ: ງານ ‘Little Boy’ ເຊິ່ງເປັນຕົວກາຕູນລັກສະນະໜ້າຮັກສີສົດໃສທີ່ແຝງໄປດ້ວຍການວິພາກວິຈານປະຫວັດສາດທາງການເມືອງຂອງປະເທດຍີ່ປຸ່ນຜ່ານເລື່ອງລາວຂອງລະເບີດນິວເຄຍ໌ ພ້ອມກັບການຕັ້ງຄຳຖາມເຖິງວັດທະນະທຳປ໋ອບໃນສັງຄົມຫລັງສົງຄາມໂລກຄັ້ງທີ 2 “ພວກເຮົາໃຊ້ຄວາມໜ້າຮັກສົດໃສເພື່ອອຳພາງສິ່ງທີ່ເຮົາຢາກຈະເວົ້າ ແທ້ຈິງ ເນື້ອຫາສາລະໃນງານຂອງລາວເປັນເນື້ອຫາທີ່ຢູ່ກົງກັນຂ້າມກັບຄວາມໜ້າຮັກເຫລົ່ານັ້ນ”.

ນອກຈາກມຸຣາຄາມິຈະເປັນໜື່ງໃນສິນລະປິນຍີ່ປຸ່ນທີ່ມີອິດທິພົນທີ່ສຸດຄົນໜື່ງຂອງຍຸກ ຄວາມຄິດສ້າງສັນຂອງລາວຍັງແຜ່ຂະຫຍາຍອອກໄປທົ່ວໂລກຜ່ານຜົນງານສິນລະປະ ໂຄງການ ແລະ ຜະລິດຕະພັນຕ່າງໆ ທີ່ຫລອມລວມຄວາມເປັນຕາເວັນອອກກັບຕາເວັນຕົກ ຫຼື ສິນລະປະກັບອອກແບບໄດ້ເຂົ້າກັນຢ່າງລົງຕົວ ໃນຖານະສິນລະປິນລາວໄດ້ຕັ້ງຄຳຖາມກ່ຽວກັບເສັ້ນແບ່ງລະຫວ່າງຕາເວັນອອກກັບຕາເວັນຕົກ ອາດີດກັບປັດຈຸບັນ ສິນລະປະຊັ້ນສູງກັບວັດທະນະທຳປ໋ອບ ລາວຜະລິດຜົນງານໃນຫລາກຫລາຍແນວທາງ ບໍ່ວ່າຈະເປັນງານຈິດຕະກຳ ປະຕິມາກຳ ສື່ສິ່ງພິມ ຫຼື ມັລຕິມີເດຍ ແຕ່ກໍບໍ່ໄດ້ຢຸດຕົວເອງພຽງແຕ່ກັບງານສິນລະປະ ແຕ່ຍັງສ້າງສັນຜົນງານອີກຫລາຍໃນຫລາກຫລາຍສື່ຫລາຍຂະແໜງ ບໍ່ວ່າຈະເປັນໂປສເຕີ ປ້າຍໂຄສະນາ ງານອອກແບບພາຍໃນ ເຄື່ອງຕົກແຕ່ງບ້ານ ໄປຈົນເຖິງສິນຄ້າທົ່ວໄປຢ່າງຟິກເກີ້-ໂມເດວ ຫຼື ຕຸກກະຕາຂອງຫລີ້ນ ເປັນຕົ້ນ ຈົນເຖິງການຮ່ວມງານກັບຍີ່ຫໍ້ແຟຊັ່ນລະດັບໂລກອີກຫລາຍໆແບນ໌.

Louis Vuitton ປີ ຄ.ສ 2004 ກັບກະເປົ໋າທີ່ຮ່ວມງານການອອກແບບກັບ ທາເຄຊິ ມຸຣາຄາມິ

ໜຶ່ງໃນການຮ່ວມງານແຟຊັ່ນທີ່ຖໍໂດ່ງດັງທີ່ສຸດໜີບໍ່ພົ້ນການຈັບມືກັນກັບ ມາກ ເຈຄອບ  (Marc Jacobs) ແບນຍີ່ຫໍ້ Louis Vuitton ໃນປີ ຄ.ສ 2003 ທີ່ຮ່ວມກັນຜະລິດກະເປົ໋າໂມໂນແກຣມຫລາກຫລາຍສີ ປະກອບໄປດ້ວຍລວດລາຍດອກຊາກຸຣະ ຮູບດວງຕາກາຕູນ ລວດລາຍຕົວກາຕູນລູກເຊີຣີ ລວດລາຍພາງທະຫານ ແລະ ຮູບລັກສະນະກາຕູນໃນແບບ Super flat ແບບທີ່ລາວມີຄວາມຊຳນານຊຶ່ງນັບເປັນການທ້າທາຍເສັ້ນແບ່ງພົມແດນລະຫວ່າງສິນລະປະກັບແຟຊັ່ນໃນຂະນະນັ້ນ, Collection ດັ່ງກ່າວໃນເວລານັ້ນກາຍເປັນ Collection ທີ່ໂດ່ງດັງ ແລະ ປະສົບຜົນສຳເລັດຢ່າງມະໂຫລານ ແລະ ສົ່ງຜົນໃຫ້ຊື່ຂອງ ມຸຣາຄາມິ ກາຍເປັນທີ່ຮູ້ຈັກໄປທົ່ວໂລກ.

Visvim x Takashi Murakami

ນອກຈາກການຈັບມືກັບວິດຕອງແລ້ວໃນປີ ຄ.ສ 2007 ມາຣຸຄາມິ ຍັງຈັບມືກັບຍີ່ຫໍ້ເຮືອສະເກັດ ແລະ ແຟຊັ່ນຕາມຖະໜົນ ຊື່ດັງຂອງອາເມຣິກາຊື່ຊູພີມ  (Supreme) ອອກແບບກະດານສະເກັດບອດພິມລາຍກາຕູນທີ່ໄດ້ແຮງບັນດານໃຈມາຈາກຜົນງານໃນອາດີດຂອງລາວ ແລະ ຕໍ່ມາໃນປີ ຄ.ສ 2008 ລາວກໍ່ຈັບມືກັບຍີ່ຫໍ້ແຟຊັ່ນຊື່ດັງຂອງຍີ່ປຸ່ນຊື່ວ່າ: ວິດວິມ (Visvim)  ເພື່ອອອກແບບເກີບຜ້າໃບລຸ້ນ Visvim Kiefer Hi-Suede ດ້ວຍການໃສ່ລວດລາຍດອກໄມ້ກາຕູນທີ່ເປັນເຄື່ອງໝາຍການຄ້າຂອງລາວລົງໄປໃນເກີບຜ້າໃບຫຸ້ມຂໍ້ຈົນມີສະໄຕຣ ຕໍ່ມາປີ ຄ.ສ 2009 ກໍ່ຮ່ວມງານກັບວາລະສານ Vogue  ປະເທດຍີ່ປຸ່ນ ແລະ ຍີ່ຫໍ້ ກອມ ເດດ ການຊົງ (Comme des Garçons) ໃນການອອກແບບຮ້ານປ໋ອບອັບໃນໂຕກຽວທີ່ມີຊື່ວ່າ Magazine Alive ໂດຍໜຶ່ງໃນສິນຄ້າທີ່ໂດດເດັ່ນຄືເສື້ອຢືດພິມລາຍຕົວກາຕູນອັນເປັນເອກະລັກໃນຜົນງານສິນລະປະຂອງມຸຣາຄາມິທີ່ຜະລິດຂາຍແບບຈຳນວນຈຳກັດ.

ຫລັງຈາກນັ້ນ ໃນປິ ຄ.ສ 2010 ຈົນເຖິງປີ ຄ.ສ 2015 ມຸຣາຄາມິ ຍັງຈັບມືກັບວາລະສານ pop ປະເທດຍີ່ປຸ່ນ ເພື່ອອອກແບບປົກເວີຊັ່ນພິເສດ ທີ່ເປັນຮູບ Britney Spears ປ໋ອບສະຕາສາວ  ແລະ ການຈັບມືກັບແວນ (Vans) ຍີ່ຫໍ້ເກີບຊື່ດັງ ເພື່ອອອກແບບ Collection ພິເສດໃນຊື່ Vault by Vans x Takashi Murakami ທີ່ນຳເອົາລວດລາຍກາຕູນຂອງມຸຣາຄາມິທັ້ງລາຍດອກໄມ້ຍີ້ມ ແລະ ຫົວກິໂຫຼກຫຼາກຫຼາຍສີມາອອກແບບ ໂດຍຍັງມີບ່ອນຜະລິດເປັນທັງເສື້ອຢືດ ແລະ ເກີບອີກດ້ວຍ ການເຮັດແຟຊັ່ນຂອງມຸຣາຄາມິຍັງມີຫລາຍຄອບຄຸມໄປເຖິງຍີ່ຫໍ້ດັງຢ່າງ ອິດເຊ ມິຢາເກະ(Issey Miyake), ກູເກີລ(Google), ຄອລ(Kaws) ຫຼື ແມ້ແຕ່ຍີ່ຫໍ້ໂມງດັງຢ່າງ Casio G-Shock.

ນິເທດສະການສະແດງຜົນງານຂອງທາເຄຊິ ມຸຣາຄາມິ

ລີໂອເນວ ເນັດຊີ ກັບຈັກກະວານແຫ່ງດອກໄມ້ ໂດຍທາເຄຊິ ມຸຣາຄາມິ ໜື່ງໃນຜົນງານຮູບພາບໃນການປະມູນຂອງ Sotheby ເພື່ອສະໜັບສະໜຸນແຄມເປນຢູ່ນິເຊັບ ແລະ ອື່ນໆ ໂດຍຈັດຂື້ນທີ່ Sotheby ເມື່ອວັນທີ 6 ກຸມພາ 2015 ທີ່ ກຸງລອນດອນ ປະເທດອັງກິດ

ທີ່ມາ: https://www.gqthailand.com/style/article/master-of-nippop-pop

ຮຽບຮຽງໂດຍ: mayji jung