“The Climate Clock” ນັບຖອຍຫຼັງ 7 ປີກ່ອນສະພາບອາກາດຈະບໍ່ສາມາດກັບມາເປັນແບບເກົ່າ


 ປະເດັນເລື່ອງການປ່ຽນແປງຂອງສະພາບອາກາດຍັງຖືວ່າເປັນປະເດັນ ທີ່ໂລກເຮົາຍັງຕ້ອງຫາທາງຮັບມືຕໍ່ໄປໃນອະນາຄົດ, ຕະຫລອດເວລາທີ່ຜ່ານມາ ພວກເຮົາທຸກຄົນຮັບຮູ້ເລື່ອງບັນຫາສິ່ງແວດລ້ອມ ບໍ່ວ່າຈະເປັນການປ່ຽນແປງສະພາບອາກາດການປ່ອຍກ໊າສເຮືອນແກ້ວ, ພາວະໂລກຮ້ອນ ຕະຫຼອດຈົນເຖິງການລະລາຍຂອງນ້ຳແຂງຢູ່ຂົ້ວໂລກ.

 ພວກເຮົາຮັບຮູ້ເຖິງປະເດັນທາງດ້ານສິ່ງແວດລ້ອມ ແຕ່ໃນຂະນະດຽວກັນກໍຄືກັບວ່າພວກເຮົາຕ່າງກໍປ່ອຍປະລະເລີຍກັບມັນຄືກັນ. ເຖິງພວກເຮົາອາດຈະສະແດງຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມໃນຫຼາຍທາງເຊັ່ນ: ງົດການນໍາໃຊ້ພາສຕິກ, ໃສ່ໃຈເຖິງຄວາມສຳຄັນຂອງການປ່ອຍກ໊າສກາກໂບນິກທີ່ຫຼາຍຈົນເກີນໄປ ແລະ ທັງບັນຫາເລື່ອງຂອງຂີ້ເຫຍື້ອ. ແຕ່ວ່າການເຮັດພຽງເທົ່ານັ້ນອາດຈະບໍ່ພຽງພໍສຳຫຼັບໂລກເຮົາອີກຕໍ່ໄປ ເຖິງວ່າພວກເຮົາຈະຮັກຮູ້, ຈະພະຍາຍາມຮັບຜິດຊອບ, ແຕ່ພວກເຮົາຈະບໍ່ມີໂອກາດໄດ້ຮູ້ວ່າສິ່ງທີ່ພວກເຮົາກໍາລັງຮັບມື ແລະ ເຮັດຢູ່ທຸກມື້ນີ້ ມັນເລັ່ງດ່ວນສໍ່າໃດກັນ.

ໃນມື້ທີ່ Madison Square Garden ທີ່ New York City ແຫ່ງສະຫະລັດອາເມລິກາ ໄດ້ມີໂມງຍັກທີ່ບໍ່ໄດ້ບອກເວລາ ແຕ່ກໍງລັງນັບຖອຍຫຼັງຊ່ວງເວລາໃນນັ້ນຄື 7 ປີ 101 ວັນ …ຊົ່ວໂມງ…ນາທີ ເຊິ່ງຕົວເລກນີ້ກໍາລັງນັບຖອຍຫຼັງລົງໄປເລື້ອຍໆ ແລະ ມັນຄືເວລາຂອງໂລກເຮົາທີ່ຍັງເຫຼືອຢູ່.

“ນີ້ແມ່ນແນວຄວາມຄິດຂອງເຮົາທີ່ຈະບົ່ງບອກຕົວເລກອອກມາຈາກເທິງຕຶກ” ກັນ ໂກແລນ (Gan Golan) ໜຶ່ງໃນຜູ້ອອກແບບສ້າງສັນຜົນງານໂມງນັບຖອຍຫຼັງນີ້ໄດ້ບອກມາ.

ແນວຄິດຂອງໂມງສະພາບອາກາດ “Climate Clock” ໃກ້ຄຽງກັບແນວຄວາມຄິດຂອງ ໂມງວັນສິ້ນໂລກ “ Doomsday Clock” ທີ່ຄ່ອຍໆນັບຖອຍຫຼັງໄປຈົນຮອດເວລາກາງຄືນທີ່ເປັນມື້ຄາດການຂອງວັນວິກິດການໂລກ ບໍ່ວ່າຈະເປັນສະພາບອາກາດ, ສິ່ງແວດລ້ອມ, ສົງຄາມ ແລະ ອື່ນໆ.

ແຕ່ໂມງສະພາບອາກາດນີ້ແຕກຕ່າງຈາກໂມງວັນສິ້ນໂລກຢູ່ບ່ອນວ່າ ຕົວເລກດັ່ງກ່າວບໍ່ໄດ້ເຄື່ອນທີ່ຕາມການຄາດເດົາ, ແຕ່ແມ່ນຕົວເລກທີ່ນັບຢູ່ຕະຫຼອດເວລາ ເຊິ່ງເກີດຈາກການຄິດໄລ່ຂອງທີມວິໄຈວ່າ: ໃນປະຈຸບັນ ອັດຕາຂອງການປ່ອຍກ໊າສກາກໂບນິກຈະຕ້ອງໃຊ້ເວລາຫຼາຍປີສໍ່າໃດ ກ່ອນທີ່ສະພາບອາກາດ ແລະ ພາວະໂລກຮ້ອນຈະດຳເນີນໄປຮອດຈຸດເວລາທີ່ບໍ່ສາມາດຫວນຄືນໄດ້.

 ໂມງສະພາບອາກາດນີ້ຖືກຕິດຕັ້ງຢູ່ Madison Square Garden ໃນໄລຍະເວລາໃດໜຶ່ງເທົ່ານັ້ນ. ທີມງານຜູ້ສ້າງ  ກຳລັງພະຍາຍາມຊອກຫາວິທີທີ່ຈະເຮັດໃຫ້ໂມງນີ້ໄດ້ຢູ່ຖາວອນ ເພື່ອເປັນການເຕືອນຢູ່ສະເໝີວ່າ ພວກເຮົາບໍ່ມີເວລາຫຼາຍໃນການປົກປ້ອງໂລກຂອງພວກເຮົາໄວ້.

 ປັດຕຸບັນ ໂມງນີ້ນັບຖອຍຫຼັງຢູ່ຕະຫຼອດເວລາໃນເວັບໄຊທ໌ https://climateclock.world/ ບ່ອນທີ່ທຸກຄົນສາມາດເບິ່ງເວລານັບຖອຍຫຼັງທີ່ຍັງເຫຼືອ, ບົດຂ່າວປະຊາສໍາພັນຕ່າງໆ ລວມໄປເຖິງການວິໄຈທີ່ຢູ່ເບື້ອງຫລັງໂມງນີ້.

 ທີ່ຜ່ານມາພວກເຮົາອາດຈະບໍ່ຄິດວ່າໂລກເຮົາເຫຼືອເວລາຫຼາຍໜ້ອຍເທົ່າໃດ ຍ້ອນວ່າບໍ່ມີສິ່ງທີ່ຢໍ້າເຕືອນເຮົາໃຫ້ເຫັນວ່າ ເວລາອາດບໍ່ໄດ້ມີຫຼາຍຄືດັ່ງທີ່ຄິດ.

ທີ່ມາ: https://www.facebook.com/futuretrends.th/photos/a.472084116491372/1230036917362751/?type=3

ແປໂດຍ: Duck_Jipjip