ນັກເຕະຊື່ດັງ “ບູໂນ່ ເລີແມ ” ຣມວ ຄັງຝຣັ່ງເສດ ແຈ້ງໃນທະວິດເຕີວ່າຕິດໂຄວິດ-19


ບູໂນ່ ເລີແມ ຣມວ. ເສດຖະກິດ ແລະ ການຄັງຂອງຝຣັ່ງເປີດເຜີຍໃນວັນສຸກທີ 18 ກັນຍາ 2020 ທີ່ຜ່ານມາວ່າ ເຂົາຕິດເຊື້ອໂຄວິດ-19 ຕອນນີ້ກັກໂຕຢູ່ທີ່ບ້ານຕົນເອງ.

ເລີແມລະບຸໃນທະວິດເຕີວ່າ “ ຂ້ອຍຕິດເຊື້ອໂຄວິດ-19 ຕອນນີ້ຂ້ອຍກັກໂຕຢູ່ບ້ານຂອງຕົນເອງທັນທີຕາມກົດຂໍ້ບັງຄັບດ້ານສຸຂະພາບຂອງລັດຖະບານ ຂ້ອຍບໍ່ມີອາການປ່ວຍໃດໆ ໂດຍຈະກັກຕົວເອງເປັນເວລາ 7 ມື້ ແລະ ຈະຍັງຄົງປະຕິບັດໜ້າທີ່ຂ້ອຍຕໍ່ໄປ ”.

  ສຳນັກງານສາທາລະນະສຸກຂອງຝຣັ່ງເປິດເຜີຍວ່າ ເມື່ອວັນສຸກ ມີປປະຊາຊົນອີກ 13,215 ຄົນຕິດເຊື້ອໂຄວິດ-19 ໃນຝຣັ່ງເຊິ່ງເປັນຈຳນວນສູງສຸດເປັນປະຕິວັດການໃນມື້ດຽວນັບຕັ້ງແຕ່ມີການແຜ່ລະບາດ. ທັ້ງນີ້ ຍອດຜູ້ຕິດເຊື້ອໂຄວິດ-19 ສະສົມໃນຝຣັ່ງຢູ່ທີ່ 13,249 ຄົນໂດຍເພີ່ມຂື້ນ 123 ຄົນ ໃນຊ່ວງ 24 ຊົ່ວໂມງທີ່ຜ່ານມາ ແລະ ເປັນຈຳນວນສູງສຸດໃນມື້ດຽວນັບຕັ້ງແຕ່ກາງເດືອນພຶດສະພາເມື່ອຝຣັ່ງເລີ່ມລົດມາດຕະການຄວບຄຸມຢ່າງຄ່ອຍເປັນຄ່ອຍໄປ.

ຮຽບຮຽງໂດຍ: ກະຕຸກIQ2
ກວດສອບໂດຍ:Tabee vorlasin
ທີ່ມາ: https://www.ryt9.com/s/iq38/3160261