ເດັນໝາກກຽມສ້າງສວນສາທາລະນະລອຍນ້ຳແຫ່ງທຳອິດຂອງໂລກ


ເມືອງ Copenhagen ເມືອງຫຼວງຂອງເດັນໝາກ ກຽມເປີດຕົວສວນສາທາລະນະແຫ່ງໃໝ່ຊື່ວ່າ Parkipelago ທີ່ເປັນກຸ່ມສວນສາທາລະນະລອຍນ້ຳ ແຫ່ງທຳອິດຂອງໂລກ.

ເປັນຝີມືຂອງ Studio Fokstrot ບໍລິສັດອອກແບບສັນຊາດເດັນໝາກ ຮ່ວມອອກແບບກັບສະຖາປະນິກຊາວວອອດສະເຕເລຍ Marshall Blecher. ແນວຄິດຫຼັກຂອງສວນ ແມ່ນເນັ້ນໃສ່ພື້ນທີ່ສາທາລະນະ ໃຫ້ຄົນໃຊ້ໄດ້ທັງເມືອງ ແລະ ໃນຊຸມຊົນ ເພາະວ່າການພັດທະນາເມືອງໃນປັດຈຸບັນເຮັດໃຫ້ພື້ນທີ່ທີ່ຄົນໃຊ້ພັກຜ່ອນຢ່ອນໃຈຫາຍໄປ ແລະ ບັນຫາທີ່ໂລກເຮົາຕ້ອງປະເຊີນນັ້ນແມ່ນສະພາບວິກິດການພູມອາກາດ ທີ່ເຮັດໃຫ້ລະດັບນ້ຳທະເລສູງຂຶ້ນ ແລະ ເຮັດໃຫ້ນະຄອນຫຼວງແຫ່ງນີ້ຕ້ອງພົບກັບຄວາມທ້າທາຍໃນການຈັດການກັບນ້ຳ.

Parkipelago ປະກອບດ້ວຍສວນສາທາລະນະລອຍນໍ້ານ້ອຍໆບໍລິເວນອ່າວທາງໃນ ແຕ່ລະເກາະເຮັດຈາກຕົ້ນໄມ້ຈາກຕົ້ນ Linden ຖືກຈັດອອກເປັນໂຊນ ສຳຫຼັບຫຼາກຫຼາຍກິດຈະກຳບໍ່ວ່າຈະເປັນລອຍນ້ຳ, ພາຍເຮືອຄາຍັກ, ປິກນິກ, ຕຶກເບັດ ແລະ ຍັງສາມາດເບິ່ງເຫັນລະດັບນໍ້າທະເລທົ່ວໂລກທີ່ສູງຂຶ້ນທຸກມື້ ສວນດັ່ງກ່າວຍັງສາມາດໃຊ້ເປັນສະຖານທີ່ຈັດງານຕ່າງໆໄດ້ອີກດ້ວຍ.

ສວນຍັງສາມາດປັບປ່ຽນໄປຕາມລະດູການຕ່າງໆ ເຊັ່ນ: ໃນລະດູຮ້ອນ ເກາະຕ່າງໆຈະຖືກແຍກອອກຈາກກັນ ເພື່ອເປີດພື້ນທີ່ໃຫ້ຈັດກິດຈະກຳທາງນ້ຳໄດ້, ສ່ວນລະດູໜາວ ເກາະຕ່າງໆຈະຖືກລວມເປັນເກາະໃຫຍ່ເກາະດຽວສຳຫຼັບຈັດງານໃນຊ່ວງນັ້ນ.

ສະຖາປະນິກທີ່ອອກແບບສວນ Parkipelago ບອກວ່າມັນສາມາດປັບສະພາບໄດ້ຕາມສະພາບແວດລ້ອມຂອງເມືອງຕ່າງໆທີ່ຈະນຳໄປຕັ້ງໄວ້ ແລະ ຍັງຍຶດແນວຄິດການອອກແບບທີ່ຈະສົ່ງຜົນກະທົບຕໍ່ສິ່ງທີ່ມີຊີວິດ ແລະ ສິ່ງແວດລ້ອມໜ້ອຍທີ່ສຸດ, ພາກສ່ວນທີ່ຢູ່ໃຕ້ນ້ຳຂອງເກາະ ກໍຈະກາຍເປັນແຫຼ່ງທີ່ຢູ່ອາໄສຂອງສິ່ງທີ່ມີຊີວິດ, ສາຫຼ່າຍທະເລ ແລະ ສັດນ້ຳຂະໜາດນ້ອຍ.

ທີ່ມາ: https://www.facebook.com/environman.th/posts/3235157673279324

https://www.copenhagenislands.com/about?fbclid=IwAR29XdqQrMj869h1n6K9DbCnkgPzHBFow7x31v8KexfSQkN1doP4Jx4W1BI