ສະຫະລັດອາເມຣິກາເລັງຂຶ້ນບັນຊີດຳບໍລິສັດຈີນອີກ 4 ແຫ່ງ ອ້າງກ່ຽວຂ້ອງກັບກອງທັບຈີນ


ຄະນະເຮັດວຽກຂອງປະທານາທິບໍດີ ທຣັມ ກຽມເພີ່ມບໍລິສັດ Semiconductor Manufacturing International Corporation (SMIC) ແລະ China National Offshore Oil Corporation (CNOOC) ເຂົ້າຮ່ວມໃນລາຍຊື່ບັນຊີດຳດ້ວຍຂໍ້ກ່າວຫາທີ່ວ່າເປັນບໍລິສັດຂອງກອງທັບຈີນ.

ສຳນັກຂ່າວຣອຍເຕີລາຍງານໂດຍອ້າງແຫຼ່ງຂ່າວວ່າ ກະຊວງກະລາໂຫມສະຫະລັດອາເມຣິກາຈະເພີ່ມບໍລິສັດຈີນອີກ 4 ແຫ່ງໃນລາຍຊື່ບໍລິສັດທີ່ຖືກຄວບຄຸມ ຫຼື ເປັນເຈົ້າຂອງໂດຍກອງທັບຈີນ ນອກເໜືອໄປຈາກ SMIC ແລະ CNOOC ແລ້ວ ຍັງມີບໍລິສັດ China National Offshore Oil Corporation (CNOOC) ເຕັກໂນໂລຊີ ແລະ China International Engineering Consulting ອີກດ້ວຍ.  ເຮັດໃຫ້ຈໍານວນບໍລິສັດທີ່ໄດ້ຮັບຜົນກະທົບທັງໝົດຢູ່ທີ່ 35 ແຫ່ງ.

ທັງນີ້ ບໍລິສັດທີ່ມີລາຍຊື່ຢູ່ໃນບັນຊີດຳຂອງສະຫະລັດອາເມຣິກາຈະຖືກລະງັບການເຂົ້າເຖິງການລົງທຶນສະຫະລັດອາເມຣິກາແຕ່ຍັງບໍ່ຊັດເຈນວ່າຈະມີການປະກາດເພີ່ມລາຍຊື່ບໍລິສັດໃຫມ່ຢ່າງເປັນທາງການເມື່ອໃດ.

ຄວາມເຄື່ອນໄຫວດັງກ່າວມີຂຶ້ນພຽງ  2-3 ອາທິດກ່ອນໜ້າທີ່ ໂຈ ໄບເດນ ວ່າທີ່ປະທານາທິບໍດີຄົນໃໝ່ຂອງສະຫະລັດອາເມຣິກາຈະເຂົ້າຮັບຕຳແໜ່ງໂດຍກ່ອນໜ້ານີ້ປະທານາທິບໍດີ ທຣັມ ກໍໄດ້ລົງນາມໃນຄຳສັ່ງຫ້າມບໍ່ໃຫ້ຊາວອາເມຣິກາລົງທຶນໃນບໍລິສັດຈີນທີ່ຖືກຄອບຄອງ ແລະ ຄວບຄຸມໂດຍກອງທັບຈີນ.

ທີ່ມາ: https://www.infoquest.co.th/2020/50742