ວິກິດໂລກຮ້ອນເລີ່ມໜັກໜ່ວງ UN ເຜີຍວ່າ 3000 ລ້ານຄົນກຳລັງຂາດແຄນນ້ຳ


ບັນຫາການຂາດແຄນນ້ຳ ຕອນນີ້ກຳລັງສົ່ງຜົນກະທົບກັບຄົນຫຼາຍກວ່າ 3 ລ້ານຄົນທົ່ວໂລກ ໃນຂະນະດຽວກັນປະລິມານນ້ຳສະອາດຕໍ່ຄົນໜຶ່ງນັ້ນລົດລົງໄປຫຼາຍກວ່າ 20% ໃນຊ່ວງ 20 ປີທີ່ຜ່ານມາ.

ປະມານ 1.5 ພັນລ້ານຄົນ ກຳລັງພົບກັບບັນຫາການຂາດແຄນນ້ຳເຖິງຂັ້ນຮຸນແຮງ ລວມໄປເຖິງໄພແລ້ງອີກດ້ວຍ, ເຊິ່ງທັງໝົດນີ້ເປັນຜົນມາຈາກວິກິດສະພາບພູມອາກາດ, ຄວາມຕ້ອງການນ້ຳທີ່ຫຼາຍຂຶ້ນ ແລະ ການຈັດການທີ່ບໍ່ມີປະສິດທິພາບ ເຮັດໃຫ້ການກະສິກຳໃນພື້ນທີ່ຕ່າງໆທົ່ວໂລກລຳບາກຍິ່ງຂຶ້ນ.

ອົງການສະຫະປະຊາຊາດ ຫຼື UN ໄດ້ອອກມາເຕືອນເມື່ອວັນທີ 26 ພະຈິກ 2020 ທີ່ຜ່ານມາວ່າ ຄົນຫຼາຍກວ່າ 1 ພັນລ້ານຄົນອາດຈະຕ້ອງພົບກັບຄວາມຫິວໂຫຍ ແລະ ຂາດແຄນອາຫານຈາກຄວາມລົ້ມເຫຼວໃນການກັກເກັບນ້ຳ ແລະ ແກ້ໄຂບັນຫາວິກິດສະພາບພູມອາກາດ.

Qu Dongyu ອະທິບໍດີອົງການອາຫານ ແລະ ການກະສິກໍາແຫ່ງສະຫະປະຊາຊາດ (UN’s Food and Agriculture Organization: FAO) ບອກວ່າ: ເຮົາຕ້ອງຈັດການທັງບັນຫາການຂາດແຄນນ້ຳ (ບັນຫານ້ຳສະອາດບໍ່ພຽງພໍຕໍ່ຄວາມຕ້ອງການຂອງຄົນ) ແລະ ບັນຫານ້ຳແລ້ງ (ບັນຫາປະລິມານ້ຳຝົນທີ່ຕົກລົງມາໜ້ອຍ) ເພາະວ່າມັນເປັນບັນຫາທີ່ເກີດຂຶ້ນໃນການກະສິກຳທີ່ຄວນໄດ້ຮັບການແກ້ໄຂແບບທັນທີ ແລະ ຈິງຈັງ.

ລາຍງານຈາກອົງກອນ State of Food And Agriculture ປະຈຳປີ 2020 ພົບວ່າ 50 ລ້ານຄົນໃນອາຟຣິກາໃຕ້ ແລະ ຊາຮາລາອາໄສຢູ່ໃນພື້ນທີ່ທີ່ຕ້ອງພົບກັບໄພແລ້ງຂັ້ນຮຸນແຮງ ສົ່ງຜົນຮ້າຍຕໍ່ອາຟຣິກາ, ສົ່ງຜົນຮ້າຍແຮງຕໍ່ພື້ນທີ່ປູກ ແລະ ທົ່ງຫຍ້າທຸກໆ 3 ປີ. ນັ້ນແປວ່າ ພືດທີ່ປູກຫຼາຍກວ່າ 1 ໃນ 10 ຂອງໂລກຕ້ອງພົບກັບບັນຫາໄພແລ້ງຢູ່ຕະຫຼອດ.

ດ້ວຍບັນຫາວິກິດສະພາບພູມອາກາດໃນປັດຈຸບັນ ການຜະລິດອາຫານຕ້ອງປ່ຽນ ເພື່ອລົດການປ່ອຍແກ໊ສເຮືອນແກ້ວ ແລະ ພະຍາຍາມປ້ອງກັນການພັງທະລາຍເພີ່ມເຕີມຂອງສະພາບພູມອາກາດ ເຊິ່ງ FAO ໄດ້ເຕືອນວ່າ “ໃນຂະນະທີ່ໂລກກຳລັງປ່ຽນແປງອາຫານເພື່ອສຸຂະພາບ ທີ່ມັກຈະໃຊ້ນ້ຳໃນປະລິມານຫຼາຍໃນການຜະລິດ ເຊັ່ນ: ພືດຕະກູນຖົ່ວ,​ສັດປີກ ແລະ ຜະລິດຕະພັນຈາກນົມ ການໃຊ້ຊັບພະຍາກອນນ້ຳຢ່າງຈິງຈັງຈຶ່ງມີຄວາມສຳຄັນຫຼາຍຂຶ້ນ ການກະສິກຳແບບບໍ່ເພິ່ງພາຝົນຈະໃຫ້ຜົນຜະລິດໄດ້ຫຼາຍທີ່ສຸດ. ຢ່າງໃດກໍຕາມ ເພື່ອໃຫ້ດຳເນີນການຕໍ່ໄປໄດ້ ເຮົາຈຶ່ງຕ້ອງໄດ້ປັບປຸງວິທີການຈັດການກັບຊັບພະຍາກອນນ້ຳຈາກປະລິມານນ້ຳຝົນທີ່ມີຢູ່ຢ່າງຈຳກັດ”.

ທີ່ມາ: https://www.facebook.com/environman.th/posts/3241790515949373