ນັກສິ່ງແວດລ້ອມເປັນຫ່ວງເລື່ອງ ມົນລະພິດຂີ້ເຫຍື້ອຜ້າປິດປາກ ຫຼັງຈາກທີ່ນັກສຶກສາຊາວຮົງກົງພົບໃນເກາະທີ່ຫ່າງໄກ


ທີມນັກສຶກສາຂີ້ເຫຍື້ອຮົງກົງ ພົບຂີ້ເຫຍື້ອຜ້າປິດປາກເພີ່ມຫຼາຍຂຶ້ນໃນເກາະທີ່ຫ່າງໄກ ສ້າງຄວາມກັງວົນເຖິງຜົນກະທົບຕໍ່ສິ່ງແວດລ້ອມ, ຂໍໃຫ້ເລັ່ງລົດການຜະລິດລົງ, ຖິ້ມໃຫ້ຖືກທີ່ ແລະ ກຳຈັດຢ່າງປອດໄພ.

Ocean Asia ທີມທີ່ສຶກສາເລື່ອງຂີ້ເຫຍື້ອທະເລ, ຊາກ ແລະ ໄມໂຄຣພລາສຕິກ ໂດຍທາງທີມງານໄດ້ເຮັດການວິໄຈໃນໝູ່ເກາະ Soko ເນັ້ນການສຶກສາຂີ້ເຫຍື້ອ, ແຫຼ່ງທີ່ມາ ແລະ ອື່ນໆ ໂດຍເມື່ອຊ່ວງຕົ້ນປີທີ່ຜ່ານມາທາງທີມໄດ້ຄົ້ນພົບຂີ້ເຫຍື້ອທະເລໃໝ່ນັ້ນກໍຄື ຂີ້ເຫຍື້ອຜ້າປິດປາກນັ້ນເອງ.

ຫມູ່ເກາະ Soko ນັ້ນເປັນໝູ່ເກາະຫ່າງໄກທີ່ບໍ່ມີຄົນອາໄສຢູ່ ເຊິ່ງໝາຍຄວາມວ່າ ຂີ້ເຫຍື້ອເຫຼົ່ານີ້ຖືກທະເລພັດມາຈາກເກາະຫຼັກ ເວລາຜ່ານໄປ ສະຖານະການຮ້າຍລົງກວ່າເກົ່າ. ຫຼ້າສຸດວັນທີ 27 ພະຈິກທີ່ຜ່ານມາ ທາງ Ocean Asia ໄດ້ເຜີຍແຜ່ພາບການໄປສຳຫຼວດຊາຍຫາດທີ່ເກາະດັ່ງກ່າວອີກຄັ້ງ ພວກເຂົາພົບຂີ້ເຫຍື້ອໜ້າກາກເພີ່ມຂຶ້ນຈຳນວນຫຼາຍ ເຊິ່ງສ້າງຄວາມກັງວົນໃຫ້ພວກເຂົາຢ່າງໜັກ.
ໃນຂະນະນີ້ ມົນລະພິດຂີ້ເຫຍື້ອຜ້າປິດປາກ ແລະ PPE ອື່ນໆກໍາລັງເປັນບັນຫາທົ່ວໂລກ ໂດຍມີການພົບຂີ້ເຫຍື້ອຜ້າປິດປາກໃນທະເລຫຼາຍປະເທດທົ່ວໂລກ ເຊິ່ງຕ້ອງຮີບດ່ວນແກ້ໄຂ ເພາະວ່າມັນກຳລັງສົ່ງຜົນກະທົບຕໍ່ສັດນ້ຳຈຳນວນມະຫາສານ.

ທີ່ມາ: https://www.facebook.com/environman.th/posts/3242777492517342