ຊາຍໜຸ່ມຊາວຟິລິບປິນເກີດແນວຄິດສຸດສ້າງສັນ ປ່ຽນເສດຜັກເປັນແຜງໂຊລາເຊວ


ຮາງວັນ James Dyson Award ຈັດຂຶ້ນທຸກປີ ເພື່ອຕັດສິນຜູ້ຊະນະເລີດດ້ານການປະດິດ, ເຊິ່ງປີນີ້ James Dyson ໄດ້ເພີ່ມຮາງວັນອີກໜຶ່ງຮາງວັນ ເຮັດໃຫ້ມີຜູ້ຊະນະເລີດຈາກສາຂາເດີມ International Winner James Dyson Awards ແລ້ວ ກໍຍັງມີຜູ້ຊະນະເລີດສາຂາໃໝ່ ນັ້ນກໍຄືສາຂາ Sustainability Award.

ໃນປີທຳອິດ ນັກສຶກສາວິສະວະກຳສາດ Carvey Ehren Maigue ໄດ້ຊະນະຮາງວັນ Sustainability Award ໄປດ້ວຍຜົນງານ “AuReus” ແຜງໂຊລາເຊວຈາກເສດຜັກທີ່ສາມາດປ່ຽນລັງສີ UV ເປັນພະລັງງານໄດ້.

ແຜງໂຊລາເຊວ ຂອງຊາຍໜຸ່ມຟິລິບປິນອາຍຸ 27 ປີ ຄົນນີ້ ຕ່າງຈາກແຜງໂຊລາເຊວແບບເກົ່າທີ່ຈະເຮັດວຽກສະເພາະໃນສະພາວະມີແສງກ້າ ເບິ່ງເຫັນໄດ້ຊັດເຈນ ແລະ ຕ້ອງປະເຊີນກັບແສງແດດໂດຍກົງ. ແຜງແບບໃໝ່ຂອງລາວເຮັດມາຈາກວັດສະດຸທີ່ໃສ ສາມາດດູດພະລັງງານລັງສີ UV ທີ່ສະທ້ອນອອກມາຈາກຕຶກ, ຫົນທາງ ແລະ ກຳແພງອ້ອມຂ້າງໄດ້.

ແສງທີ່ເຂົ້າມາພວກນີ້ຈະຖືກຈັບ ແລະ ປ່ຽນເປັນໄຟຟ້າດ້ວຍເຊວໂຟໂຕວອນເທອິກ (photovoltanic)  ເຊັ່ນດຽວກັບທີ່ພົບໃນແຜງໂຊລາເຊວທົ່ວໄປ ແລະ ສາມາດຈັດເກັບເປັນພະລັງງານ ຫຼື ໃຊ້ທັນທີໄດ້ດ້ວຍແຜງຄວບຄຸມວົງຈອນໄຟຟ້າ.

Carvey ກ່າວວ່າ “ດ້ວຍວິທີນີ້ ມັນສາມາດຢູ່ແບບດ່ຽວໆ ຫຼື ສາມາດເຊື່ອມຕໍ່ເປັນກຸ່ມ ເພື່ອໃຫ້ໄດ້ຜົນຜະລິດທີ່ສູງຂຶ້ນໄດ້ ນອກຈາກນີ້ ຍັງສາມາດຮວມເຂົ້າກັບລະບົບໂຊລາເຊວພະລັງງານແສງອາທິດທີ່ມີຢູ່ໄດ້ຢ່າງງ່າຍດາຍ ເນື່ອງຈາກກຳລັງໄຟຟ້າຂອງມັນເໝາະສຳຫຼັບລະບົບດັ່ງກ່າວເຊັ່ນກັນ.

ການທົດລອງໃນປັດຈຸບັນຊີ້ໃຫ້ເຫັນວ່າ “Aereus” ສາມາດຜະລິດໄຟຟ້າໄດ້ 48% ຂອງເວລາທັງໝົດ ເມື່ອທຽບກັບ 10-25% ທີ່ແຜງໂຊລາເຊວທົ່ວໄປຜະລິດອອກມາ. ແຕ່ສິ່ງທີ່ເຮັດໃຫ້ມັນໂດດເດັ່ນ ແມ່ນມັນເຮັດມາຈາກພືດຜົນທາງການກະສິກຳທີ່ເຫຼືອຖິ້ມ, ແນວຄວາມຄິດນີ້ມາຈາກການທີ່ຜົນຜະລິດຂອງຊາວຟິລິບປິນເປັນເຫຍື່ອຈາກວິກິດສະພາບອາກາດທີ່ຮຸນແຮງ, ຊາວກະສິກອນສູນເສຍຜົນຜະລິດໄປຫຼາຍຈາກສະຖານະການນີ້ ລາວເລີຍຄິດວ່າ: ແທນທີ່ຈະປ່ອຍໃຫ້ພືດເນົ່າ ເປັນຫຍັງຈຶ່ງບໍ່ເອົາມັນໃຊ້ປະໂຫຍດ.

ດ້ວຍເຫດນີ້ເຮັດໃຫ້ Carvey ພະຍາຍາມໃຊ້ຜົນຜະລິດທີ່ເຫຼືອມາເປັນສານປະກອບດູດຊັບລັງສີ UV ເຊິ່ງຫຼັງຈາກທົດສອບພືດໃນທ້ອງຖິ່ນເກືອບ 80 ຊະນິດ Carvey ກໍພົບວ່າມີພືດຫຼາຍຊະນິດ 9 ຊະນິດທີ່ມີສັກກະຍະພາບສູງສຳຫຼັບການໃຊ້ວຽກໃນໄລຍະຍາວ.

ລາວເອົາພືດດັ່ງກ່າວມາປະສົມກັບນ້ຳມັນເຣຊິນ ແລ້ວຈຶ່ງນຳມາເຮັດເປັນຮູບຮ່າງ ແຜງທີ່ອອກມາຈະອອກໃສ, ໂປ່ງແສງ ແລະ ສາມາດເອົາມາເຮັດເປັນຫຼາຍຮູບຮ່າງຫຼາຍສີ, ເຮັດໃຫ້ເປັນທັງວັດຖຸຕົກແຕ່ງຕ່າງໆ ແລະ ກັ່ນຕອງລັງສີ UV ທີ່ຈະເຂົ້າມາໃນອາຄານໃນເວລາດຽວກັນ.

ທີ່ມາ: https://www.facebook.com/environman.th/posts/3243738022421289