ເຄີຍສົງໃສບໍ່ວ່າ “ຖ້າທຸກເພດໃຊ້ຫ້ອງນ້ຳຮ່ວມກັນ” ຈະເປັນແນວໃດ?


ບັນດາທ່ານຮູ້ບໍ່ວ່າ ຄວາມຈິງແລ້ວຫ້ອງນ້ຳສາທາລະນະໄດ້ແຍກເພດຊາຍຍິງທຳອິດແມ່ນ ໃນໄລຍະປີ 1700–1710 ທີ່ນະຄອນປາຣີ ປະເທດຝຣັ່ງ ເພາະວ່າມີກົດໝາຍ “ຮັກສາຄຸນະທຳ” ຂອງແມ່ຍິງ, ແຕ່ປັດຈຸບັນນີ້ຫຼາຍໆປະເທດໃນທົ່ວໂລກເເມ່ນກໍໄດ້ເລີ່ມນຳໃຊ້.

“Gender Neutral Bathroom” ຫຼື ຫ້ອງນ້ຳສຳລັບທຸກເພດແມ່ນມີຫຼາຍສົມຄວນ ເຊັ່ນວ່າ: ມະຫາວິທະຍາໄລໃນອາເມລິກາ ຫຼາຍກວ່າ 150 ແຫ່ງ ຫຼື ໃນເອີຣົບກໍມີ ມະຫາວິທະຍາໄລ Tous ໃນປະເທດຝຣັ່ງກໍມີຫ້ອງນ້ຳທຸກເພດເຊັ່ນດຽວກັນ. ເມື່ອຕົ້ນປີ 2021 ປະເທດຍີ່ປຸ່ນກໍໄດ້ເລີ່ມໃຊ້ຫ້ອງນ້ຳສຳລັບທຸກເພດຄືກັນ ໂດຍເລີ່ມຈາກງານຄອນເສີດໃຫຍ່ໆເຊັ່ນ Tokyo Dome ເນື່ອງຈາກບັນຫາທີ່ເກີດຈາກຄວາມແອອັດຫຼາຍ. ເມື່ອລວມຫ້ອງນ້ຳແຍກເປັນຫ້ອງນ້ຳດຽວກັນ ຜົນອອກມາຄື ສາມາດປະຢັດພື້ນທີ່ໄດ້ຫຼາຍຂຶ້ນອີກດ້ວຍ.

ນອກຈາກນັ້ນ, ທ່ານຜູ້ອ່ານລອງພິຈາລະນານຳກັນເບິ່ງວ່າ ຫ້ອງນ້ຳທຸກເພດນີ້ ເໝາະສົມຫຼືບໍ່ ຕາມຂໍ້ມູນຂ້າງລຸ່ມນີ້?

1 ນິຍາມ ແລະ ຄວາມເປັນມາ  

Gender Neutral Bathroom ຫຼື ຫ້ອງນ້ຳສຳລັບທຸກເພດ ໝາຍເຖິງຫ້ອງນ້ຳທີ່ເພດໃດກໍໄດ້ສາມາດເຂົ້າໄປໃຊ້. ໃນຮູບແບບຂອງຫ້ອງນ້ຳແບບນີ້ກໍຄືກັບຫ້ອງນ້ຳໃນເຮືອນທົ່ວໄປທີ່ບໍ່ວ່າໃຜໃນສະມາຊິກຄອບຄົວຈະເປັນເພດໃດກໍສາມາດເຂົ້າໄດ້. ຄວາມຕ້ອງການສຳລັບການນຳໃຊ້ຫ້ອງນ້ຳປະເພດນີ້ ແມ່ນເລີ່ມມາຈາກການຮຽກຮ້ອງໃຫ້ມີຄວາມເທົ່າທຽມທາງເພດ ແລະ ເຮັດໃຫ້ສາມາດຮັບຮູ້ໄດ້ວ່າ ຄວາມຈິງແລ້ວການແຍກເພດແມ່ນສິ່ງທີ່ຫຍຸ້ງຍາກ ແລະ ບໍ່ສາມາດເຮັດໄດ້ຢ່າງເດັດຂາດໃນໂລກ. ເພາະສະນັ້ນ, ການຈຳແນກເພດໃນຫ້ອງນ້ຳພຽງແຕ່ສອງເພດເທົ່ານັ້ນຈຶ່ງຖືເປັນອຸປະສັກໃຫ້ແກ່ຫຼາຍຄົນທີ່ມີເພດທີ່ແຕກຕ່າງຈາກສອງເພດນັ້ນ.

2 ຝ່າຍສະໜັບສະໜູນ ແລະ ຝ່າຍຂັດຄ້ານ (ບາງຄຳເຫັນມວນຊົນ)

  • ຝ່າຍສະໜັບສະໜູນ: ຫຼາຍຄົນອາດຈະຮູ້ວ່າ ຫ້ອງນ້ຳໃນຮູບແບບດັ່ງກ່າວເປັນຮູບແບບທີ່ເປັນມິດຕໍ່ສັງຄົມທີ່ມີຄວາມຫຼາຍຫຼາຍທາງເພດ ເພາະຖ້າວ່າບຸກຄົນໃດໜຶ່ງບໍ່ສາມາດຈຳແນກເພດຂອງຕົນເອງໄດ້ຕາຍໂຕ ການເປັນມີຫ້ອງນ້ຳສຳລັບທຸກເພດກໍເປັນທາງເລືອກທີ່ເໝາະສົມທີ່ສຸດ. ຫຼາຍຄົນກໍຄິດວ່າ ການມີຫ້ອງນ້ຳແບບດັ່ງກ່າວ ເປັນການຮັກສາຄວາມເປັນສ່ວນໂຕຂອງຄົນຫຼາຍເພດ ເນື່ອງຈາກວ່າ ຫ້ອງນ້ຳແບບແບ່ງເພດຄືການບັງຄັບໃຫ້ບຸກຄົນນັ້ນໆ ເລືອກວ່າເປັນເພດຫຍັງກັນແທ້ ເຊິ່ງສຳລັບຄົນທີ່ບໍ່ຮູ້ຈະນິຍາມຕົນເອງວ່າເປັນເພດຫຍັງກໍຈະໜັກໃຈໄປຫຼາຍຄືກັນ.
  • ຝ່າຍຄັດຄ້ານ: “ຜູ້ຍິງທີ່ກຳລັງແຍງແວ່ນຈະຮູ້ສຶກປອດໄພໄດ້ແນວໃດ? ຖ້າຮູ້ວ່າມີຜູ້ຊາຍເຂົ້າຫ້ອງນ້ຳຢູ່ທາງຫຼັງຂອງຕົນເອງ” ຄຳເຫັນຂອງຜູ້ຄັດຄ້ານ. ຂໍ້ຄັດຄ້ານສ່ວນໃຫຍ່ແລ້ວ, ແມ່ນຈະເນັ້ນໄປທີ່ຄວາມປອດໄພ ແລະ ຄວາມກັງວົນໃນການເກີດເຫດການທີ່ບໍ່ຄາດຄິດຖ້າໃຊ້ຫ້ອງນ້ຳຮູບແບບດັ່ງກ່າວ ຈົນມີບາງຄົນຄິດໄວ້ເລີຍວ່າ ຖ້າມີຫ້ອງນ້ຳແບບນີ້ ແມ່ນຕ້ອງມີຄະດີຂົ່ມຂືນ ຫຼື ອາຊະຍາກຳຂຶ້ນແທ້ໆ.

3 ຂໍ້ສະເໜີ ແລະ ສະຫຼຸບ

ເມື່ອປີ 2019 ຈາເນວ ເພັນນີ (Janelle Penny) ບັນນາທິການປະຈຳສຳນັກຂ່າວ ດ້ານສະຖາປັດ i+S ໃຫ້ຄຳເຫັນວ່າ ຫ້ອງນ້ຳສຳລັບທຸກເພດສາມາດແຍກອອກເປັນສອງແບບໄດ້ຄື ແບບໃຊ້ຄົນດຽວ ແລະ ແບບໃຊ້ຮ່ວມກັນຫຼາຍຄົນ, ໂດຍທີ່ແບບໃຊ້ຄົນດຽວຈະມີ ແວ່ນ ແລະ ອ່າງລ້າງມືໃຫ້ໃນໂຕ, ສຳລັບຫ້ອງທີ່ໃຊ້ຫຼາຍຄົນແມ່ນຈະມີ ບ່ອນທີ່ສາມາດໃຊ້ແວ່ນ ແລະ ອ່າງລ້າງມືໄວ້ໃຊ້ຮ່ວມກັນ.

ທ່ານ ເພັນນີ ໄດ້ໃຫ້ຄຳເຫັນວ່າ ຫ້ອງນ້ຳແບບໃຊ້ໄດ້ຫຼາຍຄົນຈະດີກວ່າ ເພາະກຸ້ມຄ່າໃນການໃຊ້ພື້ນທີ່ຫຼາຍກວ່າ ເນື່ອງຈາກຕ້ອງໄດ້ໃຊ້ພື້ນທີ່ຫຼາຍໃນແຕ່ລະຫ້ອງທີ່ແຍກກັນ ຫາກຮວມກັບ ແວ່ນແຍງ ແລະ ອ່າງລ້າງມືໃຫ້ໃຊ້ຮ່ວມກັນໄດ້ກໍຈະເປັນການປະຢັດພື້ນທີ່ໄດ້ຫຼາຍກວ່າ.

ໃນປັດຈຸບັນ ອາດຈະບໍ່ມີຂໍ້ສະຫຼຸບທີ່ຈະແຈ້ງ ແຕ່ວ່າບໍ່ວ່າຈະເປັນເພດໃດທີ່ຈະໃຊ້ສິ່ງທີ່ເປັນຂອງສາທາລະນະກໍຈຳເປັນຕ້ອງໄດ້ຄຳນຶງເຖິງຄວາມເປັນສ່ວນໂຕຂອງຜູ້ອື່ນນຳ ເພາະມາລະຍາດໃນການຢູ່ຮ່ວມກັນຂອງຄົນໃນສັງຄົມແມ່ນສິ່ງທີ່ທຸກຄົນຄວນປະຕິບັດ.

ຮູບພາບ: hongkongfp.com

ທີ່ມາ: https://www.facebook.com/showyourspectrum/posts/727308221294184