ນະວັດຕະກຳໃໝ່ຖືກໃຈສາຍຮັກສຸຂະພາບ “ແຜ່ນຕິດເບຄອນ” ພຽງຂູດແລ້ວດົມ ຊ່ວຍຢຸດຄວາມຫິວ


ຄົນທີ່ກຳລັງລົດນ້ຳໜັກ ຫຼື ຮັກສຸຂະພາບ ອາດຈະຖືກໃຈສິ່ງນີ້ “ແຜ່ນຕິດເບຄອນ” ນະວັດຕະກຳໃໝ່ທີ່ສ້າງຂຶ້ນມາເພື່ອຊ່ວຍໃຫ້ເຮົາເອົາຊະນະຄວາມຫິວຊີ້ນສັດໄດ້.

Charles Spence ນັກຈິດຕະວິດທະຍາການທົດລອງ ຈາກມະຫາວິທະຍາໄລ Oxford ໄດ້ສ້າງແຜ່ນຕິດແຂນທີ່ມີກິ່ນເບຄອນ ຮ່ວມມືກັບ Strong Roots ຜູ້ຜະລິດອາຫານຈາກພືດ. ແຜ່ນຕິດເບຄອນ ມີລັກສະນະຄ້າຍຄືກັບແຜ່ນຕິດນິໂຄຕິນ ທີ່ຊ່ວຍບຳບັດຄົນຕິດຢາສູບ.

ວິທີການໃຊ້ງານແມ່ນພຽງແຕ່ຕິດແຜ່ນເບຄອນ ແລະ ເກົາແຜ່ນຕິດ ຫຼັງຈາກນັ້ນມັນຈະສົ່ງກິ່ນຫອມຄ້າຍໆກັບເບຄອນສຸກອອກມາ ຊ່ວຍບັນເທົາອາການຢາກອາຫານໄດ້. ພວກເຂົາໄດ້ອະທິບາຍວ່າ ກິ່ນຂອງມັນຈະເຮັດໃຫ້ຜູ້ທີ່ຢາກຢຸດກິນຊີ້ນໄດ້ຈິນຕະນາການວ່າກຳລັງກິນເບຄອນຢູ່ ນອກຈາກນີ້ພວກເຂົາຍັງໄດ້ບອກວ່າ ມີງານວິໄຈສະແດງໃຫ້ເຫັນວ່າມັນສາມາດຊ່ວຍລົດຄວາມຫິວໄດ້ແທ້.

ມີການສຶກສາທີ່ລະບຸວ່າ ກິ່ນສາມາດລົດຄວາມຢາກອາຫານຂອງເຮົາໄດ້, ເພາະວ່າ ການຮັບຮູ້ກິ່ນ ມີຄວາມເຊື່ອມໂຍງກັບການຮັບຮູ້ລົດຊາດຂອງມະນຸດ,​ ມັນເຮັດໃຫ້ເຮົາເກີດການຈິນຕະນາການວ່າກຳລັງກິນອາຫານຢູ່, ດັ່ງນັ້ນ ການໄດ້ກິ່ນເບຄອນ ມັນຈະສົ່ງຜົນໃຫ້ເຮົາຮູ້ສຶກພໍໃຈ ແລະ ລົດຄວາມຢາກອາຫານລົງໄດ້.

ແຜ່ນຕິດດັ່ງກ່າວ ກຳລັງຖືກນຳໄປທົດລອງໃຊ້ກັບຄົນທີ່ກຳລັງພະຍາຍາມຢຸດກິນຊີ້ນໃນເມືອງຕ່າງໆຂອງສະຫະລາຊະອານາຈັກ, ພວກເຂົາຕັ້ງເປົ້າໝາຍວ່າ ຈະເຮັດໃຫ້ແຜ່ນຕິດເບຄອນນີ້ສາມາດຫາຊື້ໄດ້ງ່າຍໃນອະນາຄົດ.

ຂອບໃຈຂໍ້ມູນຈາກ: