ຈີນ ກຽມພັດທະນາແອັບພຣິເຄຊັນ ສູ້ກັບ “Club House”


ບໍລິສັດ ໄບແດນສ ບໍລິສັດສັນຊາດປະເທດຈີນ (ByteDance) ຜູ້ພັດທະນາແອັບພຣິເຄຊັນທີ່ມີຊື່ສຽງທີ່ສຸດໃນຕອນນີ້ ກໍຄືແອັບຕິກຕ໋ອກ (TikTok) ກຳລັງພັດທະນາແອັບພຣິເຄຊັນທີ່ຄ້າຍຄືກັນກັບ “ຄຣັບເຮົ້າ” (Club House ) ແອັບພຣິເຄຊັນທີ່ສັງຄົມອອນລາຍນິຍົມນຳໃຊ້ເພື່ອລົມກັນຜ່ານສຽງໃນຫ້ອງສົນທະນາຫົວຂໍ້ຕ່າງໆໃນຕອນນີ້.

ByteDance: A Chinese Mobile App Factory – China Internet Watch

ມີການຄົ້ນພົບວ່າແອັບພຣິເຄຊັນທີ່ມີຄວາມຄ້າຍຄືກັນ ໄດ້ເປີດໂຕໄປແລ້ວຫຼາຍກວ່າ 10 ແອັບໃນເດືອນທີ່ຜ່ານມາ ຫຼັງຈາກທີ່ ຄຣັບເຮົ້າ ຖືກລະງັບໃນປະເທດຈີນ, ເນື່ອງຈາກວ່າແຕ່ກ່ອນກໍໄດ້ມີການໃຊ້ແອັບດັງກ່າວເພື່ອສົນທະນາກ່ຽວກັບຫົວຂໍ້ທີ່ລະອຽດອ່ອນ ເຊັ່ນ: ຄ້າຍກັກຂັງໃນຊິນຈຽງ ແລະ ຮ່ອງກົງ.

ອີກໜຶ່ງໃນແອັບພຣິເຄຊັນທີ່ມີລັກສະນະທີ່ຄ້າຍຄືກັນອີກອັນໜຶ່ງແມ່ນ ໝີ່ທ໋ອກ (Mi Talk) ຈາກບໍລິສັດສ່ຽວໝີ່ (Xiaomi) ເຊິ່ງເປັນແອັບທີ່ສະມາຊິກທີ່ໄດ້ຮັບຄຳເຊີນເຂົ້າຮ່ວມ ເປັນຜູ້ຊ່ຽວຊານດ້ານຕ່າງໆ ແລະ ໄດ້ເປີດໃຊ້ມາແລ້ວ ໃນຫຼາຍອາທິດທີ່ຜ່ານມາ.

ພາບ: chinainternetwatch.com, pcmag.com

ທີ່ມາ: 
https://www.thairath.co.th/news/business/market-business/2043755
https://www.reuters.com/article/us-china-clubhouse