ທີມລູກເຂີຍໃສ່ມອງ ກັບການຕອບຮັບຂອງບັນດາແຟນໆ ທີ່ຍັງດີສະເໝີມາ


ຖ້າເວົ້າເຖິງທີມລູກເຂີຍໃສ່ມອງແລ້ວ ແນ່ນອນວ່າຫຼາຍຄົນກໍຄົງຮູ້ກັນຖ້ວນໜ້າ ເພາະທັງທີມໄດ້ສ້າງຜົນງານເພງລາວໃຫ້ມີຊື່ສຽງດັງກ້ອງໄປໄກ ເຊິ່ງສ້າງປາກົດການວົງການເພງລາວໄດ້ຢ່າງໜ້າອອນຊອນ, ຈາກຜົນງານເພງ ສາມາດເຮັດໃຫ້ທີມ ມີລາຍໄດ້ຫຼາຍພໍສົມຄວນ ບໍ່ວ່າຈະເປັນການອອກງານຕ່າງໆ ພາຍໃນປະເທດ ຫຼື ຕ່າງແຂວງ ແລະ ຖ້າຫາກວ່າບໍ່ຖືກໄລຍະການແຜ່ລະບາດຂອງໂຄວິດ ກໍອາດໄດ້ໄປໂຊການສະແດງຮ້ອງເພງທີ່ປະເທດໄທແລ້ວ ທີ່ສຳຄັນກໍຄົງໄດ້ໄປອອກລາຍການ ໝ່ຳໂຊ ແລ້ວ.

ນອກຈາກຄວາມສາມາດ ໃນການຮ້ອງເພງທີ່ສ້າງສີສັນໃຫ້ຄົນຟັງໄດ້ຕິດຫູ, ຕິດຕາແລ້ວ ຄວາມສຳພັນຂອງທີມນີ້ ກໍເວົ້າໄດ້ເລີຍວ່າ ເປັນຄວາມສຳພັນທີ່ໜ້າປະທັບໃຈຫຼາຍຢ່າງ ບໍ່ວ່າຈະເປັນຄວາມອົບອຸ່ນ, ຄວາມສາມັກຄີຂອງທີມ, ຄວາມເປັນກັນເອງກັບແຟນເພງ, ພ້ອມກັນນີ້ ເມື່ອໄດ້ເຫັນເຖິງການເດີນທາງໄປຕ່າງແຂວງຂອງທີມແລ້ວ ຍັງສະແດງໃຫ້ເຫັນອີກວ່າ ແຕ່ລະຄົນນັ້ນ ມີນິໄສທີ່ແຕກຕ່າງກັນ ແຕ່ສາມາດຢູ່ຮ່ວມກັນແບບມີຄວາມສຸກໄດ້, ຕະຫຼົກເຮຮາ ໃນແບບຂອງໃຜລາວ.

ເຖິງຢ່າງໃດກໍຕາມ ໃນເມື່ອບໍ່ໄດ້ໄປຕ່າງປະເທດ ແຕ່ກໍຍັງຄົງໄດ້ໄປຫຼາຍແຂວງໃນປະເທດ ພ້ອມທັງມີບໍລິສັດຕ່າງໆ ຫຼື ຮ້ານບັນເທີງ ພ້ອມທັງງານຕະຫຼາດກໍມີເຊັ່ນດຽວກັນ ເປັນຕົ້ນແມ່ນ ທະນາຄານ ມາຣູຮານ MARUHAN Japan Bank ທີ່ໄດ້ມາສະແດງເທິງເວທີຄັ້ງທຳອິດ, ຫຼັງຈາກນັ້ນກໍມີຮ້ານບັນເທີງຊື່ດັງຕ່າງໆ ລວມທັງງານຕະຫຼາດກາງຄືນ ທີ່ແຂວງສະຫວັນນະເຂດ ແລະ ນອກຈາກນີ້ກໍຍັງໄດ້ອອກລາຍການໝາກນັດລົມພາລົມອີກດ້ວຍ ພ້ອມອີກຫຼາຍໆສະຖານທີ່.

ຄວາມມີສະເໜ່ຂອງ 4 ໜຸ່ມເຊິ່ງຈະແຕກຕ່າງກັນອອກໄປ ພ້ອມມີນິໄສຄືກັນ ແລະ ຕ່າງກັນເປັນບາງສ່ວນ, ໂສພະນາ Shophana ເບິ່ງຈາກພາຍນອກແລ້ວ ເປັນຄົນທີ່ມີນິໄສທີ່ອົບອຸ່ນ ມີຄວາມເປັນຜູ້ນຳສູງ, ມີຄວາມຕະຫຼົກງຽບຢູ່ໃນໂຕ ບໍ່ເວົ້າຫຼາຍຈົນເກີນໄປ ເວົ້າຈາດີມີເຫດຜົນສະເໝີ ຢູ່ນຳແລ້ວສາມາດສຳຜັດໄດ້ເລີຍວ່າຈະມີຄວາມສຸກທຸກຄັ້ງ, ສ່ວນມີຄວາມສາມາດແມ່ນມີຫຼາຍດ້ານບໍ່ວ່າຈະເປັນການແຕ່ງເພງ, ຮ້ອງເພງທີ່ມີສຽງມ່ວນທີ່ເປັນເອກະລັກ ລວມໆແລ້ວມີສະເໜ່.

ສ່ວນບ່າວ ເຈມ ຫຼື Jame Uno ນັ້ນເປັນອີກບຸກຄົນໜຶ່ງທີ່ມີຄວາມກ້າເຮັດກ້າສະແດງອອກ ແລະ ຫຼາກຫຼາຍຄວາມາສາມາດດ້ານດົນຕີ ແລະ ມີນິໄສທີ່ຮູ້ແລ້ວຕ້ອງຮັກເຊັ່ນ: ເຈມ ຢູໂນ ຈະມີນິໄສທີ່ຕະຫຼົກເຮຮາ ກ້າສະແດງອອກເປັນຕົ້ນແມ່ນ ການເຕັ້ນທີ່ບໍ່ຄືໃຜ ເຊິ່ງໃນເອັມວີການເຕັ້ນນັ້ນ ເຈມ ຈະໂດດເດັ່ນເປັນພິເສດ ເຕັ້ນໄດ້ທຸກທ່າເລີຍກໍວ່າໄດ້ ເຮັດໃຫ້ແຟນໆທີ່ເບິ່ງອົມຍິ້ມໄປຕາມກັນ, ສ່ວນເລື່ອງຂອງຜົນງານນັ້ນ ມີດີຫຼາຍດ້ານເປັນທີ່ສຸດ ບໍ່ວ່າຈະເປັນການ Record, Artist, Beat Prod, Mix and Mastered ນອກຈາກນີ້ ຍັງສາມາດແຕ່ງເພງໄດ້, ຮ້ອງໄດ້ເຊັ່ນກັນ ພ້ອມຍັງມີຜົນງານເພງຕົນເອງທີ່ຍອດວິວທະລຸເຖິງ ຮ້ອຍລ້ານ. ຖືໄດ້ວ່າເປັນຄົນທີ່ຄວາມສາມາດຫຼາຍເປັນພິເສດ ພ້ອມຍັງເປັນຄົນທີ່ດຸໝັ່ນອົດທົນ ບໍ່ຍອມແພ້ຕໍ່ກັບສິ່ງທີ່ຕົນພະຍາຍາມມາຫຼາຍປີ.

ແບກຶ ຫຼື ບິກໃຫຍ່ ເທົ່າທີ່ທຸກຄົນຮູ້ຢູ່ເປັນສ່ວນຫຼາຍ ເຊິ່ງລາວກໍມີຄວາມສາມາດເຊັ່ນດຽວກັນເປັນຕົ້ນແມ່ນ: ຄວາມສາມາດທີ່ເຮັດໃຫ້ຜູ້ຄົນມີຄວາມສຸກໄປກັບລາວ ດ້ວຍສຽງພາກສຽງເວົ້າຂອງລາວທີ່ມີເອກະລັກ ແລະ ປະໂຫຍກຂອງຄຳເວົ້າທີ່ມີຄວາມຕະຫຼົກ ເຮັດໃຫ້ມີຄົນຕິດຕາມໃນຊ່ອງຢູທູບຫຼາຍເກືອບລ້ານ, ເຊິ່ງລາວເອງກໍດີໃຈທີ່ບໍ່ຄິດວ່າຈະມາຮອດຈຸດນີ້ ຈຸດທີ່ເປັນທັງນາຍແບບຕິດປ້າຍໂຄສະນາ, ຈຸດທີ່ມີຊື່ສຽງທາງດ້ານດົນຕີ, ເຊິ່ງບັນລຸເປົ້າໄດ້ຫຼາຍພໍສົມຄວນ ຈາກຄົນທຳມະດາສູ່ຄົນທີ່ມີຄົນຮູ້ຈັກຫຼາຍຂຶ້ນ. ນອກຈາກນີ້ແລ້ວ ລາວຍັງເປັນສີສັນໃຫ້ແກ່ທຸກເພງ ບໍ່ວ່າຈະເປັນການຮ້ອງ ຫຼື ການສະແດງ.

ສຸດທ້າຍແມ່ນບ່າວ ກູດ ນັ້ນເອງ ເຊິ່ງຫຼາຍໆຄົນລວມທັງແຟນໆປະເທດລາວ ລວມທັງປະເທດໄທ ພາກັນຫຼົງໄຫຼໄປກັບນິໄສອັນອ້ອນນ້ອມຖ່ອມຕົນຂອງລາວ ແລະ ຍັງເປັນນ້ອງນ້ອຍກວ່າໝູ່ໃນທີມ ໃນຄວາມສາມາດຂອງລາວກໍຍັງດຶງດູດໃຫ້ຜູ້ຄົນມາຮັບຊົມ ຕິດຕາມໄປພ້ອມກັນເມື່ອມີຜົນງານໃໝ່ອອກມາ, ລັກສະນະນິໄສຂອງລາວນັ້ນ ອາດຈະລົມບໍ່ຄ່ອຍເກັ່ງ, ມີຄວາມອາຍພາຍໃນໂຕ ເຊິ່ງມັນເປັນຜົນດີອີກຢ່າງໜຶ່ງຄື ເຮັດໃຫ້ແຟນໆຫຼົງຮັກນິໄສສ່ວນນີ້ຂອງລາວ. ໃນຄວາມສາມາດຂອງລາວນັ້ນ ຮ້ອງເພງກໍມ່ວນ ສຽງມີສະເໜ່ໜ້າຫຼົງໄຫຼ ພ້ອມຍັງແຣັບໄດ້ດີ ບີດບ໊ອກກໍໄດ້ ເຕັ້ນກໍດີ.

ເວົ້າລວມແລ້ວທັງ 4 ຄົນ ມີຄວາມສາມາດເປັນເອກະລັກຂອງໃຜລາວ ເຊິ່ງການທີ່ພວກເຂົາທັງ 4 ຄົນມາຮ່ວມທີມກັນນີ້ ສະແດງໃຫ້ເຫັນເລີຍວ່າ: ມັນເປັນສານຊະນິດໃດໜຶ່ງ ທີ່ເອົາມາປະກອບເຂົ້າກັນແລ້ວ ມັນຈະເປັນອີກສານເຄມີຊະນິດໃໝ່ຂຶ້ນ ທີ່ລົງໂຕ ແລະ ດີຂຶ້ນກວ່າເກົ່າ.

ພິເສດໄປກວ່ານີ້ ຍັງມີນັກຮ້ອງໜ້າໃໝ່ເຂົ້າມາປະສົມປະສານເຂົ້າກັນ ນັ້ນກໍຄືບ່າວ ບິກປ້ອມ Big Pom ແລະ ບ່າວກົບ ນັ້ນເອງ. ເຊິ່ງຫຼາຍຄົນກໍເປັນທີ່ຮູ້ກັນຢູ່ແລ້ວວ່າທັງສອງຄົນນີ້ ມີຜົນງານສຽງເພງມາກ່ອນ. ບ່າວກົບນັ້ນ ກໍມີຜົນງານເພງທີ່ເຮັດໃຫ້ແຟນເພງຕິດຫູຕິດຕາເຊັ່ນກັນ ແລະ ຍັງໄດ້ຂຶ້ນສະເແດງເທິງເວທີຮ້ອງເພງ ພ້ອມກັບການເຕັ້ນມາກ່ອນ, ສ່ວນບ່າວບິກປ້ອມ ກໍມີຜົນງານສຽງເພງມາກ່ອນເຊັ່ນກັນ ແຣ້ບກໍເກັ່ງ ຮ້ອງກໍສຽງມ່ວນເຊັ່ນດຽວກັນ. ເມື່ອສອງຄົນນີ້ ໄດ້ມາຮ່ວມສ້າງຜົນງານກັບທີມລູກເຂີຍໃສ່ມອງ ສະແດງໃຫ້ເຫັນໄດ້ຊັດເຈນເລີຍວ່າ ເປັນການປະສົມປະສານທີ່ລົງໂຕສຸດໆ. ນອກຈາກນີ້ ກໍຍັງມີນ້ອງມາຍ-ມິ້ນ ມາຮ່ວມໃນການສະແດງໃນເອັມວີສ້າງຄວາມສົດໃສຂຶ້ນຕື່ມ, ພິເສດຜົນງານໃມ່ລ່າສຸດມີສາວ ນັດດາວ ສຽງຫວານສຽງດີ ມາປະກອບເຂົ້າໃນຜົນງານເພງອີກດ້ວຍ.

ໃນອານາຄົດ ຫວັງວ່າທີມລູກເຂີຍໃສ່ມອງ ຄົງຈະສ້າງຜົນງານໃໝ່ໃຫ້ທຸກຄົນໄດ້ຮັບຊົມ ໄດ້ຮັບຟັງ ແລະ ເປັນທີ່ຈົດຈຳຂອງແຟນໆ, ພ້ອມຫວັງຢ່າງຍິ່ງວ່າທາງທີມ ຈະສ້າງຜົນງານດີໆອອກມາໃຫ້ເປັນຕົວແບບ ຫຼື ເປັນແບບຢ່າງໃຫ້ແກ່ຄົນຮຸ່ນໃໝ່.

ຮຽບຮຽງໂດຍ: ແມວ ແມນຢູ