ອະດີດນັກກິລາແລ່ນທີມຊາດ ສະຫະລັດອາເມຣິກາ ໂປ້ມດິນ 10,000 ຄັ້ງພາຍໃນ 30 ວັນ ເພື່ອພິສູດດ້ານວິທະຍາສາດ


ການໂປ້ມດິນເປັນອີກການອອກກຳລັງກາຍປະເພດໜຶ່ງ ທີ່ສາມາດເຮັດໃຫ້ຊິກແພັກຂອງເຮົາໃຫຍ່ຂຶ້ນ ແລະ ມີຄວາມແຂງແຮງໃນຫຼາຍດ້ານຂອງຮ່າງກາຍ, ນັ້ນເປັນສິ່ງສຳຄັນສຳລັບອະດີດນັກກິລາທີ່ຜັນປ່ຽນມາເປັນອາຊີບອິດສະຫຼະແລ້ວສ້າງຊ່ອງຢູທູບຂຶ້ນມາ ເຊິ່ງມີຄົນຕິດຕາມຫຼາຍລ້ານຄົນກໍວ່າໄດ້.

ໝູ່ຂອງ ບຣາວນີ ໄດ້ທ້າໃຫ້ລາວໂປ້ມດິນຈຳນວນ 10,000 ເທື່ອ ເຊິ່ງບຣາວນີເອງກໍໄດ້ຮັບຄຳທ້າຈາກໝູ່ຂອງລາວ ພ້ອມລົງໃນຢູທູບ, ໃນການໂປ້ມດິນໝູ່ຂອງລາວໄດ້ໂປ້ມມື້ລະ 200 ເທື່ອ ແຕ່ບຣາວນີໂປ້ມໄດ້ປະມານ 333 ເທື່ອຕໍ່ມື້ ເປັນເວລາ 30 ມື້.

ມີນັກກິລາຫຼາຍຄົນທີ່ຢາກຈະທຳລາຍສະຖິຕິໃຫ້ໄດ້ ແຕ່ກໍບໍ່ປະສົບຜົນສຳເລັດ ມີພຽງບຣາວນີຄົນດຽວທີ່ສາມາດໂປ້ມດິນຈຳນວນ 10,000 ເທື່ອໄດ້.

ໃນການໂປ້ມດິນທຳອິດແມ່ນຈະຮູ້ສຶກບໍ່ຄ່ອຍດີ ຮ່າງກາຍມີຄວາມອິດເມື່ອຍ ແຕ່ຫຼັງຈາກທີ່ຜ່ານໄປ 15 ມື້ ລາວຮູ້ສຶກວ່າການໂປ້ມດິນເລີ່ມງ່າຍຂຶ້ນ ເຊິ່ງສະຖິຕິໃນການໂປ້ມດິນດີຂຶ້ນກວ່າເກົ່າ, ໂປ້ມດິນ 300 ເທື່ອໄດ້ໃນເວລາບໍ່ຕ່ຳກວ່າ 12 ນາທີ ແລະ ສາມາດເຮັດໄດ້ໃນທີ່ສຸດ.

ການໂປ້ມດິນຂອງລາວຄັ້ງນີ້ແມ່ນຢາກຈະພິສູດທາງດ້ານວິທະຍາສາດ ລາວເລີຍເລືອກທີ່ຈະໂປ້ມດິນ ແລະ ເປັນຄຳທ້າຂອງໝູ່ອີກສ່ວນ.

ຜົນທີ່ໄດ້ຮັບຈາກການໂປ້ມດິນໃນຄັ້ງນີ້ ນ້ຳໜັກຂອງລາວລົດລົງຈາກ 80.5 ກິໂລກຼາມ ເຫຼືອ 79.1 ກິໂລກຼາມ ຫຼື ລົດລົງ 1.4 ກິໂລກຼາມ, ເຊິ່ງລາວໄດ້ຄຳນວນໄດ້ວ່າ ຫາກຕ້ອງໂປ້ມດິນປ່ຽນແປງຮ່າງກາຍ ການໂປ້ມດິນ 200 ເທື່ອຕໍ່ມື້ກໍພຽງພໍແລ້ວ ແລະ ເຮັດຕາມທີ່ຮ່າງກາຍໄຫວກໍພຽງພໍ ອາດຈະເລີ່ມ 50 ຫຼື 100 ເທື່ອຕໍ່ມື້ກໍໄດ້.

ຂອບໃຈຂໍ້ມູນຈາກ:

This Guy Did 333 Pushups a Day for 30 Days and Shared the Results (menshealth.com)