2 ວິທີຫຼັກທີ່ສາມາດເບິ່ງວ່າຕົ້ນໄມ້ມີອາຍຸຈັກປີ


ຕົ້ນໄມ້ເປັນສິ່ງທີ່ມີຊີວິດທີ່ຄົນເຮົາຕ້ອງໄດ້ເພິ່ງພາອາໄສ ແລະ ມີຫຼາຍຕົ້ນຫຼາຍຊະນິດທີ່ເປັນຕົ້ນໄມ້ໃຫຍ່ໃນບ້ານຂອງເຮົາ ຫຼື ໃນສະຖານທີ່ຕ່າງໆ ທີ່ເຮົາສັງເກດເຫັນວ່າມີຂະໜາດໃຫຍ່, ສູງ ແຕ່ກໍບໍ່ຮູ້ວ່າອາຍຸຂອງຕົ້ນໄມ້ນັ້ນມີອາຍຸຈັກປີ. ແຕ່ຍັງມີ 2 ວິທີທີ່ສາມາດຮູ້ໄດ້ວ່າມີອາຍຸຈັກປີຕົວຢ່າງດັ່ງຕໍ່ໄປນີ້:

ວິທີທີ 1: ການລະບຸອາຍຸຂອງຕົ້ນໄມ້ທີ່ຍັງມີຊີວິດຢູ່

ກ. ກ່ອນອື່ນເຮົາຕ້ອງຄົ້ນຄວ້າ ຫຼື ໄປສະຖານທີ່ຕົ້ນໄມ້ຢູ່ ພ້ອມສອບຖາມຄົນທີ່ອາໄສຢູ່ບໍລິເວນໃກ້ຄຽງກັບຕົ້ນໄມ້ ຫຼື ຫາຮູບເກົ່າໆທີ່ອາດຈະມີຄົນຖ່າຍໄວ້ ເພື່ອມາປະເມີນອາຍຸຂອງຕົ້ນໄມ້.

ຂ. ນັບຕາໄມ້: ເປັນປະເພດຕົ້ນໄມ້ທີ່ມີຕາໄມ້ ເຮົາຈະສັງເກດຈາກຕາໄມ້ ແລ້ວຄາດຄະເນອາຍຸຂອງຕົ້ນໄມ້ໄດ້, ນັບຈຳນວນຕາທີ່ຢູ່ສູງພຽງໜ້າເອິກ ຫຼັງຈາກນັບຄົບແລ້ວໃຫ້ບວກ 1 ເຂົ້າໄປ ເພື່ອຊົດເຊີຍຈຳນວນຕາໄມ້ທີ່ຢູ່ສ່ວນຍອດຂອງຕົ້ນ, ຖືວ່າເປັນອີກວິທີທີ່ຈະລະບຸວ່າອາຍຸຂອງຕົ້ນໄມ້ປະມານຈັກປີ.

ຄ. ຄຳນວນໂດຍນຳເອົາຂະໜາດເສັ້ນຜ່າສູນກາງຂອງລຳຕົ້ນກັບປັດໄຈການຈະເລີນເຕີບໂຕ: ຖ້າເຮົາຮູ້ການວັດແທກຄວາມກວ້າງຂອງຕົ້ນໄມ້ທີ່ໃຫຍ່ຂຶ້ນແຕ່ລະປີ ໂດຍສະເລ່ຍຂອງວົງປີຕົ້ນໄມ້ແຕ່ລະຊະນິດ ເຮົາກໍສາມາດນຳຄວາມກວ້າງດັ່ງກ່າວຄູນກັບເສັ້ນຜ່າສູນກາງຂອງລຳຕົ້ນ ເພື່ອທີ່ຈະປະເມີນອາຍຸຕົ້ນໄມ້ໄດ້. ແຕ່ຍັງເປັນຂັ້ນຕອນການຄາດຄະເນທົ່ານັ້ນ.

ວິທີທີ 2: ການລະບຸອາຍຸຂອງຕົ້ນໄມ້ທີ່ຕາຍແລ້ວ

ກ. ຕັດຕົ້ນໄມ້ແລ້ວນັບວົງປີ: ຖ້າຫາກວ່າຕົ້ນໄມ້ຕາຍແລ້ວ ເຮົາສາມາດນັບວົງປີຈາກຕໍໄມ້ໄດ້ເລີຍ ຈຳນວນເສັ້ນວົງປີຈະບອກຈຳນວນປີທີ່ຕົ້ນໄມ້ມີຊີວິດຢູ່.

ຂ. ໃຊ້ສະຫວ່ານເຈາະໄມ້ໃນການນັບວົງປີ: ສະຫວ່ານຈະເກັບຕົວຢ່າງຈາກວິທີນີ້ ເປັນວິທີວັດແທກອາຍຸຂອງຕົ້ນໄມ້ໂດຍບໍ່ຕ້ອງຕັດມັນ ແລະ ສະຫວ່ານນັ້ນຕ້ອງມີຄວາມຍາວຢ່າງໜ້ອຍ 75% ຂອງເສັ້ນຜ່າສູນກາງຕົ້ນໄມ້ທີ່ຈະເຮັດການເຈາະ. ໃນການເຈາະນັ້ນໃຫ້ສະຫວ່ານຢູ່ລະດັບດຽວກັນກັບໜ້າເອິກ ເມື່ອເຈາະແລ້ວໃຫ້ກວດເບິ່ງວ່າຄວາມຍາວຮອດແກນຂອງລຳຕົ້ນ ຖ້າບໍ່ຮອດກໍໃຫ້ເຈາະໃໝ່ອີກຄັ້ງ.

ຕົ້ນໄມ້ທຸກຕົ້ນບໍ່ຈຳເປັນຕ້ອງສ້າງເສັ້ນວົງປີ 1 ເສັ້ນຕໍ່ 1 ປີສະເໝີໄປ; ຂຶ້ນກັບສະພາບອາກາດ, ດິນ ແລະ ປັດໄຈອື່ນໆທີ່ເຮັດໃຫ້ເກີດມີເສັ້ນວົງປີຫຼາຍກວ່າໜຶ່ງ ຫຼື ອາດຈະບໍ່ມີເສັ້ນວົງປີໃນປີນັ້ນເລີຍກໍໄດ້.

ຂອບໃຈຂໍ້ມູນຈາກ:

https://th.wikihow.com/%E0%B8%94%E0%B8%B9%E0%B8%AD%E0%B8%B2%E0%B8%A2%E0%B8%B8%E0%B8%95%E0%B9%89%E0%B8%99%E0%B9%84%E0%B8%A1%E0%B9%89?fbclid=IwAR30cUXaBS8C3Ow7v1xzIcGqh9MpEvCgXdZgxlgkF3rVefld8frcoEtHgWE