18 ປະເທດລະງັບການໃຊ້ວັກຊີນໂຄວິດ-19 “ແອສຕຣາເຊເນກາ” ຫຼັງຈາກທີ່ມີຄົນເສຍຊີວິດດ້ວຍອາການເລືອດກ້າມ


ແນ່ນອນວ່າເລື່ອງວັກຊີນໂຄວິດ-19 ໃນປັດຈຸບັນນີ້ນັບວ່າເປັນເລື່ອງສຳຄັນ ຫຼາຍປະເທດໃນທົ່ວໂລກກໍກຳລັງຜະລິດ-ຄິດຄົ້ນວັກຊີນຕ່າງໆອອກມາຮັບມືກັບໂຄວິດ-19 ນີ້, ເຊິ່ງມີວັກຊີນຈຳນວນໜຶ່ງທີ່ຄິດຄົ້ນສຳເລັດໄປແລ້ວ ກຳລັງແຈກຢາຍໄປທົ່ວໂລກ, ແຕ່ມີວັກຊີນຊະນິດໜຶ່ງທີ່ຊື່ວ່າ “ແອສຕຣາເຊເນກາ” ທີ່ຖືກຄຳສັ່ງລະງັບການສັກວັກຊີນ ຫຼັງຈາກທີ່ມີກໍລະນີຜູ້ເສຍຊີວິດດ້ວຍອາການເລືອດກ້າມ.

ສຳນັກງານຢາຢູໂຣບ ໄດ້ກ່າວວ່າຢູໂຣບໄດ້ສັກວັກຊີນໂຄວິດ-19 ແອສຕຣາເຊເນກາໃຫ້ປະຊາຊົນ 5 ລ້ານຄົນ  ແຕ່ມີລາຍງານເຂົ້າມາວ່າ 30 ຄົນທີ່ສັກ ມີພາວະເລືອດແຂງໂຕຫຼັງສັກວັກຊີນ ແລະ ມີຄົນເສຍຊີວິດ 1 ຄົນ ເປັນເພດຍິງ ອາຍຸ 49 ປີ ຈາກພາວະເລືອດກ້າມ. ຫຼັງຈາກນັ້ນໄດ້ປະກາດລະງັບການໃຊ້ວັກຊີນຊຸດ ABV5300 ໃນວັນທີ 8 ມີນາ ຈຳນວນ 1 ລ້ານໂດສທີ່ແຈກຢາຍໄປໃນ 17 ປະເທດສະຫະພາບຢູໂຣບ.

ຫຼັງຈາກນັ້ນ ກໍຍັງພົບຜູ້ທີ່ມີພາວະເລືອດແຂງໂຕເພີ່ມຂຶ້ນອີກ 3 ຄົນຈາກການສັກວັກຊີນ ເຮັດໃຫ້ມີ 4 ປະເທດມີຄຳສັ່ງລະງັບການໃຊ້ວັກຊີນແອສຕຣາເຊເນກາ ມີປະເທດເອສໂຕເນຍ, ລິທົວເນຍ, ລັກແຊມເບີກ ແລະ ລັດເວຍ, ຕໍ່ມາປະເທດອິຕາລີກໍປະກາດລະງັບການໃຊ້ວັກຊີນດັ່ງກ່າວສະເພາະແຕ່ຊຸດ ABV2856 ເທົ່ານັ້ນ, ຈາກນັ້ນ ເດັນໝາກ, ໄອສ໌ແລນ ແລະ ນໍເວ ກໍປະກາດລະງັບການໃຊ້ວັກຊີນໂຄວິດ-19 ແອສຕຣາເຊເນກາ ໃນມື້ດຽວກັນ.

ນອກຈາກບັນດາປະເທດຢູໂຣບແລ້ວ ຍັງມີປະເທດອິນໂດເນເຊຍ ທີ່ຫາກໍໄດ້ຮັບວັກຊີນແອສຕຣາເຊເນກາ ຈາກໂຄງການ Covax ຈຳນວນ 1 ລ້ານໂດສ ກໍປະກາດລະງັບວັກຊີນດັ່ງກ່າວໃນວັນທີ 15 ມີນາທີ່ຜ່ານມາ.

ສາທາລະນະປະຊາທິປະໄຕຄອງໂກ ເປັນປະເທດແອຟຣິກາກາງ ທີ່ຫາກໍໄດ້ຮັບວັກຊີນຈາກ Covax ຈຳນວນ 1.7 ລ້ານໂດສ ກໍໄດ້ປະກາດລະງັບການໃຊ້ວັກຊີນແອສຕຣາເຊເນກາອອກໄປກ່ອນ.

ໂດຍທົ່ວໄປແລ້ວ ຜົນຂ້າງຄຽງຂອງວັກຊີນແອສຕຣາເຊເນກາທີ່ເຄີຍພົບມີພຽງອາການໄຂ້, ເຈັບຫົວ, ປວດບໍລິເວນທີ່ສັກ,​ ອາຈຽນ,​ ຖອກທ້ອງ,​ ວິນຫົວ, ເບື່ອອາຫານ, ມີຜື່ນຂຶ້ນ… ແຕ່ບໍ່ມີພາວະເລືອດກ້າມເລີຍ.

ອົງການຢາແຫ່ງສະຫະພາບຢູໂຣບ ແນະນຳວ່າຄວນໃຊ້ວັກຊີນແອສຕຣາເຊເນກາຕໍ່ໄປ ແຕ່ຈະກວດສອບສາເຫດທີ່ເກີດຂຶ້ນ ໂດຍຈະມີປະຊຸມກັນໃນວັນພະຫັດທີ 18 ມີນານີ້. ສ່ວນອົງການອະນາໄມໂລກ (WHO) ກໍອອກມາແນະນຳວ່າ ບໍ່ຄວນລະງັບການນຳໃຊ້ວັກຊີນດັ່ງກ່າວ ເພາະວ່າຍັງບໍ່ມີຫຼັກຖານຊັດເຈນ ວ່າວັກຊີນແອສຕຣາເຊເນກາເຮັດໃຫ້ເລືອດແຂງໂຕ.

ໃນຂະນະທີ່ຫຼາຍປະເທດມີຄຳສັ່ງລະງັບການນຳໃຊ້ວັກຊີນແອສຕຣາເຊເນກາ ແຕ່ກໍມີອີກຫຼາຍປະເທດທີ່ກຳລັງດຳເນີນການສັກວັກຊີນດັ່ງກ່າວຢ່າງຕໍ່ເນື່ອງ ຍົກຕົວຢ່າງປະເທດສ.ເກົາຫຼີ ທີ່ເລືອກໃຊ້ວັກຊີນແອສຕຣາເຊເນກາ ແລະ ເປັນປະເທດທີ່ຜະລິດວັກຊີນນີ້ຢູ່ພາຍໃນປະເທດ ຢືນຢັນຈະໃຊ້ຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

https://www.pptvhd36.com/news/%E0%B8%95%E0%B9%88%E0%B8%B2%E0%B8%87%E0%B8%9B%E0%B8%A3%E0%B8%B0%E0%B9%80%E0%B8%97%E0%B8%A8/143621?utm_campaign=%E0%B8%A2%E0%B8%B8%E0%B9%82%E0%B8%A3%E0%B8%9B%E0%B8%A3%E0%B8%B0%E0%B8%87%E0%B8%B1%E0%B8%9A&utm_source=line&utm_medium=oa&fbclid=IwAR15CR5kduCj79yNCl9_bZSSuaQQ7mTRzrJeLPO8dYSAf8HKVoGfYac-rU8