ປະທານາທິບໍດີຂອງຕຸຣເຄຍ ບໍ່ສະບາຍໃຈ ເມືອທາງ UN ເລືອກໃຊ້ສີທຸງ  LGBTQ+ ປະດັບໃນການປະຊຸມຄວາມຍືນຍົງ


ສຳນັກຂ່າວທ້ອງຖິ່ນຂອງປະເທດຕຸຣເຄຍ ໄດ້ອອກມາລາຍງານເຖິງທ່າທີຄວາມບໍ່ພໍໃຈຂອງປະທານາທິບໍດີ Recep Tayyip Erdoğan ຂອງປະເທດຕຸຣເຄຍ ທີ່ໄດ້ສະແດງຄວາມຄິດເຫັນວ່າຕົນເອງຮູ້ສຶກບໍ່ສະບາຍໃຈປານໃດກັບການໃຊ້ສິ່ງທີ່ເຂົາເອີ້ນວ່າ ສີ LGBTQIA+ ໃນການມາປະດັບປະດາການປະຊຸມຜູ້ນຳວ່າດ້ວຍເປົ້າໝາຍການພັດທະນາແບບຍືນຍົງ (SDG Summit).

ໂດຍສີທີ່ຖືກນຳມາໃຊ້ນັ້ນມີລັກສະນະເປັນສີສັນສົດໃສຫຼາກຫຼາຍສິສັນ ຖືກນຳມາໃຊ້ປະດັບປະດາເພື່ອສົ່ງເສີມເປົ້າໝາຍທີ່ຍືນຍົງຂອງ UN ແຕ່ໃນທາງກັບກັນທາງປະທານາທິບໍດີຂອງຕຸຣເຄຍ Recep Tayyip Erdoğan ໄດ້ກ່າວວ່າ ຕົນເອງນັ້ນຢາກປຶກສາຫາລືເລື່ອງນີ້ກັບ ເລຂາທິການ UN.

ໂດຍກ່າວວ່າ “ໜຶ່ງໃນບັນຫາທີ່ກວນໃຈຂ້ອຍຫຼາຍທີ່ສຸດ ກໍຄືເມື່ອເຂົ້າປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ພວກເຈົ້າຈະເຫັນສີຂອງ LGBTQIA+ ເທິງຂັ້ນໄດ ແລະ ສະຖານທີ່ອື່ນ ໃນຕອນນີ້ LGBTQIA+ ຈຳນວນພຽງບໍ່ຈັກຄົນໃນໂລກນີ້ ບໍ່ວ່າພວກເຂົາຈະໄດ້ຮັບສິດທິຫຼາຍໜ້ອຍພຽງໃດໃນຂັ້ນຕອນເຫຼົ່ານີ້ ຜູ້ຕໍ່ຕ້ານ LGBTQIA+ ກໍມີສິດເຊັ່ນດຽວກັນ”

ເຖິງຢ່າງໃດກໍຕາມ ນັກການທູດແຫ່ງສະຫະປະຊາຊາດບາງຄົນຊີ້ວ່າປະທານາທິບໍດີຂອງຕຸຣເຄຍອາດຈະສັບສົນສີຕ່າງກັນທັງ 17 ເສດສີ ທີ່ສື່ເຖິງການພັດທະນາແບບຍືນຍົງ ກັບ ສີຮຸ້ງ Pride Colors ນັ້ນເອງ ສ່ວນທາງດ້ານໂຄສົກຂອງສະຫະປະຊາຊາດເອງກໍບໍ່ໄດ້ສະຄວາມເຫັນໃດໆໃນເລື່ອງນີ້ ເຖິງແມ່ນວ່າໂຄສົກແຫ່ງສະຫະປະຊາຊາດຢ່າງ Antonio Guterres ຈະໃຫ້ການສະໜັບສະໜູນສິດທິຂອງ LGBTQIA+ ກໍຕາມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/