Apple ແລະ Goldman Sachs ຍົກເລີກແຜນການພັດທະນາແອັບເທຣດ crypto ແບບ future ເຫດກັງວົນ ເສດຖະກິດຖົດຖອຍ


ສຳນັກງານຂ່າວ CNBC ໄດ້ມີການລາຍງານວ່າ Apple ແລະ ທະນາຄານ Goldman Sachs ຍົກເລີກແຜນການສຳລັບການເປີດຕົວແອັບສຳລັບການເທຣດ crypto ແບບ future.

ໂຄງການດັ່ງກ່າວໄດ້ຖືກເປີດຕົວຂຶ້ນຄັ້ງທຳອິດໃນປີ 2022 ແຕ່ກໍຖືກລະງັບໃນປີນັ້ນເນື່ອງຈາກສະພາວະເສດຖະກິດທີ່ຖົດຖອຍເປັນຜົນມາຈາກອັດຕາດອກເບ້ຍທີ່ສູງຂຶ້ນ ແລະ ແຮງກົດດັນຈາກເງິນເຟີ້ທີ່ເຮັດໃຫ້ນັກລົງທຶນຫຼີກເວັ້ນຈະລົງທຶນໃນສິນຊັບທີ່ມີຄວາມສ່ຽງ

ອີງຕາມແຫຼ່ງຂ່າວໄດ້ລະບຸວ່າ ໂຄງສ້າງພື້ນຖານຂອງໂຄງການດັ່ງກ່າວສ່ວນໃຫຍ່ແມ່ນພ້ອມທີ່ຈະເປີດຕົວຫາກ Apple ດຳເນີນການຕາມແຜນທີ່ວາງໄວ້. ນອກຈາກນີ້ ຍັງບໍ່ໄດ້ມີການລະບຸຢ່າງຊັດເຈນວ່າ Apple ແລະ Goldman Sachs ຕັ້ງໃຈທີ່ຈະລວມການເທຣດ crypto ແບບ future ໄວ້ໃນແອັບພິເຄຊັນຫຼືບໍ່?

ໃນໄລຍະທີ່ເກີດວິກິດການລະບາດໂຣກ Covid-19, Apple ພະຍາຍາມຂະຫຍາຍທຸລະກິດ ແລະ ແນະນຳແນວທາງການແກ້ໄຂທາງດ້ານການເງິນໃຫ້ກັບລູກຄ້າໃນສະຫະລັດໂດຍໄດ້ມີການຮ່ວມມືກັບ Goldman Sachs ເພື່ອພັດທະນາໂຄງການຂອງຕົນ

Apple ແລະ Goldman Sachs ໄດ້ເປີດຕົວບັດເຄຣດິດຄັ້ງທຳອິດໃນປີ 2019, ຫຼັງຈາກນັ້ນເມື່ອຕົ້ນປີທີ່ຜ່ານມາ Apple ກໍໄດ້ເປີດຕົວຄຸນສົມບັດ “ຊື້ຕອນນີ້ ຈ່າຍນຳຫຼັງ” ເຊິ່ງຈະຊ່ວຍໃຫ້ຜູ້ໃຊ້ຊື້ໂດຍສາມາດຜ່ອນຊຳລະໄດ້ໂດຍຕ້ອງເສຍຄ່າດອກເບ້ຍໃດໆ

ຕໍ່ມາໃນເດືອນເມສາ, Apple ກໍໄດ້ປະກາດຜະລິດຕະພັນອີກ 1 ລາຍການທີ່ໄດ້ຮັບການສະໜັບສະໜູນຈາກ Goldman Sachs ເຊິ່ງເປັນບັນຊີເງິນຝາກແບບປະຢັດທີ່ໃຫ້ຜົນຕອບແທນ 4.15% ຕໍ່ປີ. ໃນປັດຈຸບັນເງິນຝາກຂອງຜູ້ໃຊ້ບັນຊີເງິນຝາກແບບປະຢັດມີຍອດຝາກເພີ່ມຂຶ້ນເຖິງ 10 ຕື້ໂດລາເປັນທີ່ຮຽບຮ້ອຍແລ້ວ.

ຢ່າງໃດກໍຕາມ, ການເປັນຮຸ້ນສ່ວນກັນມັກຈະມີຄວາມສ່ຽງ ນີ້ແມ່ນເຫັນໄດ້ຈາກລາຍງານທີ່ໄດ້ລະບຸວ່າ Goldman Sachs ກໍາລັງປະເຊີນກັບຄວາມຫຍຸ້ງຍາກທາງດ້ານການເງິນຕໍ່ການຈັດການບັດເຄຣດິດຂອງ Apple, ໂດຍມີຕົ້ນທຶນ 350 ໂດລາໃນການບໍລິການລູກຄ້າພຽງ 1 ຄົນ.

ທີ່ມາ

cointelegraph

cnbc

businessinsider

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/