ຜູ້ສົ່ງອອກເຂົ້າລາວ ຍັງຕ້ອງການເງິນທຶນຈຳນວນຫຼາຍ ເພື່ອຂະຫຍາຍຕະຫຼາດໃນການສົ່ງອອກ


ບໍລິສັດຈໍາປາຫອມການຄ້າຂາເຂົ້າ-ຂາອອກຈຳກັດຜູ້ດຽວ, ບໍລິສັດຜູ້ສົ່ງອອກເຂົ້າລາວ ເປີດເຜີຍວ່າ ຍັງຕ້ອງການເງິນທຶນເພື່ອຊື້ເຂົ້າ ແລະ ອຸປະກອນກະສິກຳເພື່ອຜະລິດເຂົ້າສົ່ງອອກໃຫ້ຫຼາຍຂຶ້ນ.

ທ່ານ ນາງ ບຸນຮຽງ ພົມມີໄຊ ຜູ້ອໍານວຍການບໍລິສັດ ກ່າວຕໍ່ວ່າ: ບໍລິສັດຫວັງວ່າຈະສົ່ງອອກເຂົ້າ ປະເພດ A ຈໍານວນ 1,000 ໂຕນ ອອກໄປປະເທດ ຝຣັ່ງ ແຕ່ຜ່ານການປະຕິບັດຕົວຈິງສາມາດ ສະໜອງໄດ້ພຽງ 50 ໂຕນ. ບໍລິສັດຍັງໄດ້ຂາຍເຂົ້າປະມານ 300 ໂຕນໃຫ້ແກ່ປະເທດເບວຢຽມ.

ທ່ານ ນາງ ບຸນຮຽງ ກ່າວຕື່ມວ່າ: ປັດຈຸບັນ ບໍລິສັດຮັບຊື້ເຂົ້າຈາກຊາວກະສິກອນຢູ່ເມືອງໄຊທານີ ແລະ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເຊິ່ງເຮັດການປູກເຂົ້າໃນເນື້ອທີ່ປະມານ 600 ເຮັກຕາ ​ໃນອະນາຄົດເປົ້າ​ໝາຍ​ຂອງ​ບໍລິສັດ​ແມ່ນ​ຈະ​ຂະຫຍາຍ​ເນື້ອ​ທີ່​ປູກ​ເຂົ້າ​ໃຫ້​ໄດ້​ປະມານ 7,400 ​ເຮັກຕາ ​ແລະ ​​ຊື້​ອຸປະກອນ​ເປັນ​ມູນ​ຄ່າ 192 ຕື້​ກີບ. ທາງບໍລິສັດຫວັງຈະຊື້ ແລະ ສົ່ງອອກເຂົ້າທີ່ປູກຢູ່ໃນ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ.

ປັດຈຸບັນທາງບໍລິສັດ ຈຳປາຫອມ ມີເຄື່ອງກ່ຽວເຂົ້າຢູ່ປະມານ 2 ເຄື່ອງ ມີໂຮງສີເຂົ້າທີ່ສາມາດແປຮູບເຂົ້າເປືອກໄດ້ 1,5 ໂຕນຕໍ່ຊົ່ວໂມງ ແລະ ເຄື່ອງອົບເຂົ້າເປືອກທີ່ສາມາດອົບແຫ້ງໄດ້ຄັ້ງລະ 48 ໂຕນ.

ທ່ານ ນາງ ບຸນຮຽງ ກ່າວວ່າ “ແນວ​ໃດ​ກໍ​ດີ, ພວກ​ເຮົາ​ຕ້ອງການ​ເຄື່ອງ​ເກັບ​ກ່ຽວ​ເຂົ້າ​ອີກ 3 ​ເຄື່ອງ, ​ແລະ ​ເຄື່ອງ​ອົບ​ເຂົ້າ​ແຫ້ງ 2 ​ເຄື່ອງ ທີ່​ສາມາດ​ຮັບ​ນ້ຳໜັກ 30 ​ໂຕນ​ຕໍ່​ຄັ້ງ. ພວກ​ເຮົາ​ຍັງ​ຕ້ອງການ​ຮ້ານ​ປູກ​ເຂົ້າ ​ແລະ ຂັດເຂົ້າ, ​ບ່ອນ​ອົບ​ເຂົ້າ​ແຫ້ງ ແລະ ອຸປະກອນອື່ນໆ ພ້ອມ​ທັງ​ທຶນ​ຮອນ​ເພື່ອ​ເກັບ​ຊື້​ເຂົ້າ​ຈາກ​ຊາວ​ກະສິກອນ,”

ບໍລິສັດໄດ້ຮັບທຶນຊ່ວຍເຫຼືອລ້າ 125.000 ໂດລາສະຫະລັດ ຈາກໂຄງການກະສິກຳການຄ້າ ແລະ ເງິນກູ້ອີກ 4 ຕື້ກວ່າກີບ ທີ່ລັດຖະບານຈັດສັນມາມອບໃຫ້ສະເພາະ SMEs ພາຍໃນປະເທດ.

ຢ່າງໃດກໍຕາມ ເງິນທອນດັ່ງກ່າວ ກໍເບິ່ງຄືວ່າຈະຍັງບໍ່ພຽງພໍ ໃນສະພາບການປັດຈຸບັນ ໂດຍທ່ານ ນາງ ບຸນຮຽງ ກ່າວວ່າ: “ຍ້ອນຕົ້ນທຶນການຜະລິດທີ່ສູງຂຶ້ນ ແລະ ຄວາມປາຖະໜາຂອງບໍລິສັດທີ່ຈະຜະລິດເຂົ້າຫຼາຍຂື້ນເພື່ອສະໜອງພາຍໃນ ແລະ ສົ່ງອອກ, ຈຶ່ງຍັງຕ້ອງການເງິນທຶນຫຼາຍຂຶ້ນ”

ການເພີ່ມຂຶ້ນຂອງລາຄາປຸ໋ຍ, ຢາປາບສັດຕູພືດ, ຢາຂ້າເຊື້ອລາ ແລະ ຢາຂ້າຫຍ້າ ແມ່ນສາເຫດຫຼັກທີ່ເຮັດໃຫ້ລາຄາເຂົ້າທີ່ວາງຂາຍໃນຕະຫຼາດເພີ່ມຂຶ້ນ, ໃນຂະນະທີ່ເກືອບທຸກສິ່ງທີ່ຕ້ອງການໃນຂະບວນການຜະລິດແມ່ນຍັງຕ້ອງນໍາເຂົ້າ.

ລາຄາເຂົ້າໃນຕະຫຼາດໄດ້ເພີ່ມຂຶ້ນຈາກ 7,000-8,000 ກີບຕໍ່ກິໂລໃນປີ 2021 ມາເປັນເກືອບ 17,000-18,000 ກີບໃນປັດຈຸບັນ.

ທີ່ມາ:

https://vientianetimes.la

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/