i:cat gallery ສະຖານທີ່ເຕີມໄຟຊັ້ນດີ ຂອງຄົນຫົວໃຈສິລະປະ


ໄອແຄັດ ແກວເລີລີ – ສະຖານທີ່ທີ່ເປັນທັງບ່ອນຮຽນຮູ້ ແລະ ເປັນທັງບ່ອນວາງງານສະແດງສິລະປະຂອງຄົນທີ່ມີໃຈຮັກທຸກເພດທຸກໄວ ໄອແຄັດ ແກວເລີລີ ເປີດຂຶ້ນໃນປີ 2009 ຫຼື ເມື່ອ 12 ປີກ່ອນ ໂດຍສິລະປິນຊາວອົດສະຕາລີທີ່ອາໄສຢູ່ປະເທດລາວທີ່ມີນາມວ່າ “ແຄັດເທີຣີນ” ຄົນທີ່ມີຄວາມຫຼົງໄຫຼໃນສິລະປະຄົນໜຶ່ງເທົ່າທີ່ທ່ານຈະຈິນຕະນາການໄດ້.

ໃນຫຼາຍປີທີ່ຜ່ານມາ “ໄອແຄັດ ແກວເລີລີ” ໄດ້ກຳເນີດມີຫຼາຍກິດຈະກຳສິລະປະ ບໍ່ວ່າຈະເປັນການເຝິກອົບຮົມການແຕ້ມຮູບ (drawing workshop), ການວາງສະແດງຜົນງານສິລະປະຂອງນັກສິລະປະພາຍໃນແລະພາຍນອກ, ງານກິດຈະກຳດົນຕີ, ຮູບເງົາ, ການອອກແບບເສື້ອຜ້າ ແລະ ອື່ນໆ.

ເຊິ່ງຫຼ້າສຸດ ໃນວັນທີ 11-28 ກຸມພາທີ່ຜ່ານມາ ໄອແຄັດ ແກວເລີລີ ກໍໄດ້ມີການວາງສະແດງຊຸດຜົນງານຮູບແຕ້ມອັນແສນບັນຈົງ ພາຍໃຕ້ຊື່ວ່າ “…into the silence” ຊຸດຜົນງານທີ່ໄດ້ພາຜູ້ຢ້ຽມຢາມ ແລະ ຮັບຊົມໄປອີກສະຖານທີ່ແຫ່ງໜຶ່ງ ສະຖານທີ່ທີ່ຈະເຜີຍອີກໜຶ່ງ “ຮູບຮ່າງແລະຄວາມງາມ” ຂອງມະນຸດ ໂດຍສິລະປິນທີ່ຊື່ວ່າ ສຸພາລັກ ພົງສະຫວັດ.

ແກວເລີລີແຫ່ງນີ້ ມຸ່ງຫວັງທີ່ຈະສ້າງ ແລະ ສົ່ງເສີມຄວາມມັກຮັກ ສົ່ງຕໍ່ຄວາມຫຼົງໄຫຼ ແນໃສ່ໃຫ້ກາຍເປັນອີກສະຖານທີ່ທີ່ຈະສົ່ງຕໍ່ຈິດວິນຍານດ້ານສິລະປະໃຫ້ຊາວວຽງຈັນຫົວໃຈສິນ.

“ເພາະທຸກຄົນສາມາດສ້າງສັນຜົນງານ ທຸກຄົນສາມາດເປັນນັກສິລະປະໄດ້” ປະໂຫຍກໜຶ່ງ ທີ່ແຄັດກ່າວ.