ເອສໂຕເນຍ ມີມະຕິຮັບຮອງ ຮ່າງກົດໝາຍການສົມຣົດເພດດຽວກັນ ມີຜົນບັງຄັບໃນປີ 2024


ສະມາຊິກສະພານິຕິບັນຍັດຂອງປະເທດເອສໂຕເນຍ (ເອສໂຕເນຍ) ມີມະຕິຮັບຮອງເອົາ ຮ່າງກົດໝາຍສົມຣົດເພດດຽວກັນ ພ້ອມກັບປະກາດບັງຄັບໃຊ້ກົດໝາຍໃນວັນທີ 1 ມັງກອນ 2024 ແລະ ກາຍເປັນປະເທດທຳອິດໃນກຸ່ມບອລຕິກ (Baltic states) ປະກອບດ້ວຍປະເທດ: ເອສໂຕເນຍ,  ລັດເວຍ ແລະ ລິທົວເນຍ.

ສຳນັກຂ່າວ AFP ໄດ້ລາຍວ່າ ລັດສະພາຂອງ ເອສໂຕເນຍ ໄດ້ຜ່ານມະຕິທີ່ອະນຸຍາດໃຫ້ຄົນສອງຄົນແຕ່ງງານກັນໄດ້ໂດຍບໍ່ຈຳເປັນຕ້ອງຄຳນຶງເຖິງເພດສະພາບຂອງຄົນທັງສອງ ເຊິ່ງໝາຍຄວາມວ່າບໍ່ວ່າຈະເພດໃດກໍສາມາດແຕ່ງງານກັນໄດ້ຢ່າງຖືກຕ້ອງຕາມກົດໝາຍນັ້ນເອງ.

ນາຍົກລັດຖະມົນຕີຂອງປະເທດ ເອສໂຕເນຍ ທ່ານນາງ Kaja Kallas ໄດ້ກ່າວວ່າ “ມັນເປັນການຕັດໃຈສິນໃຈທີ່ບໍ່ໄດ້ພາກຍັງໄປຈາກໃຜ ແຕ່ມັນເປັນການມອບບາງສິ່ງທີ່ສຳຄັນໃຫ້ກັບຄົນຈຳນວນຫຼາຍ” ພ້ອມຍັງກ່າວອີກວ່າ “ທຸກຄົນຄວນມີສິດທີ່ຈະແຕ່ງງານກັບຄົນທີ່ພວກເຂົາຮັກ ແລະ ຕ້ອງການຕົກລົງປົງໃຈທີ່ຈະຢູ່ນຳກັນ” ພ້ອມກັບເຜີຍວ່າຕົນເອງຮູ້ສຶກພາກພູມໃຈໃນ ເອສໂຕເນຍ ເປັນຢ່າງຫຼວງຫຼາຍ ຫຼັງຈາກເຄີຍໃຫ້ຄຳໝັ້ນສັນຍາວ່າຈະຊຸກຍູ້ໃຫ້ ເອສໂຕເນຍ ເປັນໜຶ່ງໃນປະເທດທີ່ກອດຮັບທຸກຄວາມແຕກຕ່າງ ແລະ ກໍໄດ້ເຮັດຕາມຄຳໝັ້ນສັນຍາ.

ແນ່ນອນວ່າໃນແຖບຢູໂຣບຕາເວັນຕົກໃຊ້ກົດໝາຍສົມຣົດເທົ່າທຽມນີ້ມາດົນແລ້ວ ຕ່າງຈາກແຖບຢູໂຣບກາງ ເຊິ່ງເຄີຍຖືກປົກຄອງແບບສັງຄົມນິຍົມມາກ່ອນ ເຮັດໃຫ້ຍັງບໍ່ເຄີຍປະກາດໃຊ້ກົດໝາຍໃນລັກສະນະດັ່ງກ່າວ ເຖິງແມ່ນວ່າໃນປະເທດເອສໂຕເນຍເອງກໍຕາມທີ່ເຄີຍພະຍາຍາມຊຸກຍູ້ກົດໝາຍຄູ່ຊີວິດມາຕັ້ງແຕ່ປີ 2013 ແຕ່ຕົວກົດໝາຍເອງຍັງມີຊ່ອງວ່າງຫຼາຍ ພ້ອມກັບໃນເວລານັ້ນກໍຍັງບໍ່ມີການສົ່ງເສີມ  LGBTQ+ ຫຼາຍເທົ່າທີ່ຄວນ.

ຮ່າງກົດໝາຍນີ້ແມ່ນໄດ້ຮັບສຽງສະໜັບສະໜູນ 55 ຕໍ່ 34 ສຽງ, ພ້ອມນັ້ນລັດຖະບານຂອງທ່ານນາງ Kaja Kallas ຍັງລອດພົ້ນຈາກການລົງມະຕິບໍ່ໄວ້ວາງໃຈອີກດ້ວຍ. ທັງນີ້ ຍັງມີຜົນສຳຫຼວດຂອງປະຊາຊົນຊາວເອສໂຕເນຍ ໃນປີ 2023 ໂດຍສູນດ້ານສິດທິມະນຸດແຫ່ງໜຶ່ງອອກມາເປິດເຜີຍວ່າ ຜົນສຳຫຼວດຊີ້ວ່າ 53% ຂອງປະຊາກອນສະໜັບສະໜູນສົມຣົດເທົ່າທຽມ ແລະ 38​% ຍັງຄົງເບິ່ງວ່າການສົມຣົດເພດດຽວເປັນສິ່ງທີ່ຮັບບໍ່ໄດ້ ເຊິ່ງສ່ວນໃຫຍ່ເປັນຄົນເຊື້ອສາຍຣັດເຊຍທີ່ມາອາໄສຢູ່ແຖບທະເລ ບອລຕິກ.

ຢ່າງໃດກໍຕາມຮ່າງກົດໝາຍການສົມຣົດເພດດຽວກັນນັ້ນ ສົ່ງຜົນໃຫ້ປະເທດເອສໂຕເນຍ ກາຍເປັນປະເທດທີ 35​ ທີ່ປະກາດໃຊ້ກົດໝາຍນີ້ໃນຕົ້ນປີ 2024 ນັບໄດ້ວ່າເປັນອີກໜຶ່ງຄວາມສຳເລັດຂອງກຸ່ມຄົນຫຼາກຫຼາຍທາງເພດ LGBTQ+  ໃນປະຊາຄົມໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/