ຍິງສາວລອດຕາຍແບບຫວຸດຫວິດ! Apple Watch ຊ່ວຍຊີວິດເຕືອນພາວະເລືອດກ້າມໃນຂະນະທີ່ນອນຫຼັບ


ໂດຍປົກກະຕິແລ້ວ Apple Watch ສາມາດວັດແທກອັດຕາການເຕັ້ນຂອງຫົວໃຈໃນຕະຫຼອດມື້ ລວມໄປເຖິງໃນເວລາທີ່ເຮົານອນຫຼັບພັກຜ່ອນນຳ, ເຊິ່ງໃນເຫດການຫຼ້າສຸດ Apple Watch ກໍໄດ້ຊ່ວຍຊີວິດດ້ວຍການແຈ້ງເຕືອນເຖິງຄວາມຜິດປົກກະຕິຂອງອັດຕາການເຕັ້ນຂອງຫົວໃຈຂອງຍິງສາວຄົນໜຶ່ງໃນຂະນະທີ່ນອນຫຼັບ ເຮັດໃຫ້ຍິງສາວຕື່ນຕົວ ແລະ ຮີບເຂົ້າໄປໂຮງໝໍເພື່ອຮັບການປິ່ນປົວໃນທັນທີ

Kimmie Watkins ອາຍຸ 29 ປີ ໄດ້ອອກມາເປີດເຜີຍວ່າ ໃນມື້ນັ້ນລາວມີອາກາດມຶນຫົວ ແລະ ໄດ້ສະຫຼົບໄປ ໂດຍເຈົ້າຕົວຄິດວ່າເກີດຈາກການກິນອາຫານບໍ່ພຽງພໍ, ເນື່ອງຈາກເມື່ອຍ ແລະ ຮູ້ສຶກບໍ່ສະບາຍ ລາວກໍເລືອກທີ່ຈະນອນພັກຜ່ອນໂດຍຫວັງວ່າຕື່ນມາແລ້ວຈະຮູ້ສຶກດີຂຶ້ນ.

ຫຼັງຈາກທີ່ນອນໄດ້ປະມານໜຶ່ງຊົ່ວໂມງ ລາວກໍຕ້ອງຕື່ນຂຶ້ນມາຍ້ອນສຽງແຈ້ງເຕືອນຈາກ Apple Watch ທີ່ໃສ່ຢູ່, ໂດຍ Apple Watch ໄດ້ແຈ້ງເຕືອນວ່າອັດຕາການເຕັ້ນຂອງຫົວໃຈ Kimmie ສູງເກີນໄປຕິດຕໍ່ກັນ 10 ນາທີແລ້ວ ເຊິ່ງມີອັດຕາການເຕັ້ນຢູ່ທີ່ 178 ຄັ້ງຕໍ່ວິນາທີທຽບເທົ່າກັບອັດຕາການເຕັ້ນຫົວໃຈຂອງນັກກິລາທີ່ກຳລັງແຂ່ງຂັນຢູ່.

ດ້ວຍເຫດນີ້ Kimmie ຈຶ່ງໄດ້ຕັດສິນໃຈໄປໂຮງໝໍ. Dr.Richard Becker ແພດຊ່ຽວຊານຫົວໃຈຂອງມະຫາວິທະຍາໄລ Cincinnati College of Medicine ກ່າວວ່າ “Kimmie ນັ້ນເປັນໂຣກເລືອດອຸດຕັນປອດ (embolism pulmonary) ຜູ້ທີ່ມີພາວະນີ້ມີອັດຕາການລອດຊີວິດພຽງ 50% ເທົ່ານັ້ນ” ແຕ່ດີທີ່ມາໄດ້ທັນເວລາ ແລະ ຢູ່ໃນການປິ່ນປົວຂອງແພດໝໍ.

ເຫດການນີ້ໄດ້ສ້າງເຄຣດິດໃຫ້ Apple Watch ຢ່າງຫຼວງຫຼາຍ ແລະ ຫວັງວ່າປະສົບການລອດຊີິວິດໃນຄັ້ງນີ້ຈະຊ່ວຍໃຫ້ທ່ານຕັດສິນໃຈເລືອກຊື້ສິນຄ້າທີ່ມີຄຸນະພາບ ບໍ່ແມ່ນແຕ່ຄວາມສວຍງາມພຽງຢ່າງດຽວ

ທີ່ມາ:

https://cutt.ly/NwtSLm7C

https://cutt.ly/5wtSLZEX

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/