ປະເທດ ຝຣັ່ງ ວາງແຜນຍຸດທະສາດຮັບມືແກ້ບັນຫາ ນັກທ່ອງທ່ຽວລົ້ນເມືອງ


ປະເທດຝຣັ່ງ ພົບກັບບັນຫາຈຳນວນນັກທ່ອງທ່ຽວ ມາທ່ຽວສະຖານທີ່ສຳຄັນທາງປະຫວັດສາດ ແລະ ທາງທຳມະຊາດ ເຊິ່ງເພີ່ມຂຶ້ນຢ່າງວ່ອງໄວເກີນໄປ ເຮັດໃຫ້ປະເທດຝຣັ່ງ ຈຶ່ງຈຳເປັນຕ້ອງການຄວບຄຸມນັກທ່ອງທ່ຽວຈຳນວນຫຼາຍ ທີ່ຫຼັ່ງໄຫຼເຂົ້າມາໃນປະເທດແຕ່ລະປີ ເຖິງແມ່ນວ່າການຈັດການບັນຫານີ້ອາດຈະບໍ່ແມ່ນເລື່ອງງ່າຍ.

ສຳນັກຂ່າວ AFP ໄດ້ລາຍງານວ່າ ລັດຖະມົນຕີການທ່ອງທ່ຽວຝຣັ່ງ ທ່ານນາງ Olivia Grégoire ເປີດເຜີຍແຜນການທີ່ຈະຄວບຄຸມຈຳນວນນັກທ່ອງທ່ຽວໃນສະຖານທີ່ຍອດນິຍົມທີ່ສຸດ ແລະ ວາງກົນລະຍຸດຮັບມື ບັນຫານັກທ່ອງທ່ຽວລົ້ນເມືອງ ເພື່ອລົດຄວາມສ່ຽງທີ່ຈະສົ່ງຜົນອັນຕະລາຍຕໍ່ສິ່ງແວດລ້ອມ, ຄຸນະພາບຊີວິດຂອງຄົນທ້ອງຖິ່ນ ແລະ ປະສົບການນັກທ່ອງທ່ຽວຄົນອື່ນ.

ພາວະນັກທ່ອງທ່ຽວລົ້ນເມືອງກຳລັງເປັນບັນຫາຮີບດ່ວນຂອງແຫຼ່ງທ່ອງທ່ຽວໃຫຍ່ໆທົ່ວໂລກ ເນື່ອງຈາກຄົນເດີນທາງລະຫວ່າງປະເທດຫຼາຍຂຶ້ນຫຼັງຜ່ານພົ້ນຈາກພະຍາດໂຄວິດ-19 ໂດຍສະຖານທີ່ທ່ອງທ່ຽວຍອດນິຍົມຫຼາຍແຫ່ງໃນປະເທດຝຣັ່ງ ເຊັ່ນ: ມະຫາວິຫານມົງແຊງມິແຊວ ໃນແຄວ້ນນໍມັງດີ ຕ່າງກໍເຕັມໄປດ້ວຍຜູ້ເຂົ້າຊົມຈຳນວນຫຼາຍເກີນໄປ ໂດຍປະຊາກອນໃນແຄວ້ນມີພຽງ 1.200 ຄົນ ແຕ່ມີນັກທ່ອງທ່ຽວມາເຂົ້າຊົມຫຼາຍກວ່າ 10.000 ຄົນ ໂດຍນັກທ່ອງທ່ຽວໄປຕາມຮອຍຮູບເງົາ, ໄປປີນໜ້າຜາ ຊາວເມືອງກັງວົນວ່າອາດຈະເກີດຄວາມເສຍຫາຍ. ນອກຈາກນີ້ ຊາວເມືອງຍັງບໍ່ໄດ້ຮັບຜົນປະໂຫຍດທາງເສດຖະກິດໃດໆ ເພາະນັກທ່ອງທ່ຽວພຽງແຕ່ແວະມາຖ່າຍຮູບເທົ່ານັ້ນ.

ທັງນີ້ ການປະກາດຂອງລັດຖະບານຝຣັ່ງມີຂຶ້ນໃນ Paris ເຊິ່ງກຳລັງປະສົບບັນຫາການຂາດແຄນທີ່ຢູ່ອາໄສ ເພາະເຈົ້າຂອງເຮືອນຕ້ອງການທີ່ຈະປ່ອຍເຊົ່າໄລຍະສັ້ນໃຫ້ກັບນັກທ່ອງທ່ຽວ ພ້ອມກັບລະບຸວ່າ ຈຳນວນນັກທ່ອງທ່ຽວໃນປີ 2023 ອາດຈະສູງຮອດ 37 ລ້ານຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/