ການເຮັດສວນເເບບ Low Carbon ຊ່ວຍລົດຜ່ອນຜົນກະທົບ ເເລະ ເປັນມິດກັບສິ່ງເເວດລ້ອມ


ການເຮັດສວນເເບບ Low Carbon ເເມ່ນເນັ້ນໜັກໄປທີ່ການລົດຜ່ອນການປ່ອຍກ໊າສຄາບອນ ເເລະ ລົດຜ່ອນຜົນກະທົບຕໍ່ສິ່ງເເວດລ້ອມໃຫ້ໜ້ອຍທີ່ສຸດໂດຍໃຊ້ເເນວທາງການປະຕິບັດທີ່ຍືນຍົງ ເຊິ່ງເປົ້າໝາຍຫຼັກກໍຄືການເຮັດສວນທີ່ເປັນມິດກັບສິ່ງເເວດລ້ອມ, ສະໜັບສະໜູນຄວາມຫຼາກຫຼາຍທາງຊີວະພາບ, ສຸຂະພາບຂອງດິນ, ການອະນຸລັກນ້ຳ ເເລະ ຊ່ວຍຮັກສາລະບົບນິເວດໃຫ້ມີຄວາມສົມດຸນ.

ໜຶ່ງໃນຫຼັກການສຳຄັນຂອງການເຮັດສວນເເບບ Low Carbon ຄືການໃຊ້ພືດພື້ນເມືອງ ເນື່ອງຈາກພືດເຫຼົ່ານີ້ບໍ່ຈຳເປັນຕ້ອງໄດ້ຮັບການດູເເລຫຼາຍ ສົ່ງຜົນໃຫລົດຜ່ອນຄວາມຈຳເປັນໃນການຫົດນ້ຳ, ໃສ່ປຸ໋ຍ ເເລະ ຢາຂ້າເເມງໄມ້.

ນອກຈາກນີ້ພືດພື້ນເມືອງຍັງດຶງດູດສັດປ່າໃນທ້ອງຖິ່ນ ລວມທັງເເມງໄມ້ທີ່ປະສົມເກສອນ ເເລະ ເເມງໄມ້ທີ່ເປັນປະໂຫຍດ ເຊິ່ງສົ່ງເສີມຄວາມຫຼາກຫຼາຍທາງຊີວະນານາພັນໃນສວນ. ການປູກຕົ້ນໄມ້ຊ່ວຍດູດຊັບກ໊າສຄາບອນ ເຮັດໃຫ້ຄາບອນທີ່ປ່ອຍອອກສູ່ສະພາບເເວດລ້ອມໜ້ອຍ ເເລະ ຍັງເປັນຮົ່ມໃຫ້ເເກ່ພືດ, ສັດ ເເລະ ຄົນອີກດ້ວຍ.

ການເຮັດສວນເເບບ Low Carbon ສາມາດລົດຜ່ອນ Carbon Footprint ແລະ ນໍາໄປສູ່ອະນາຄົດທີ່ຍືນຍົງຫຼາຍຂຶ້ນ, ເເຖມຍັງມີປະໂຫຍດຕໍ່ສຸຂະພາບອີກຫຼາຍຢ່າງ ບໍ່ວ່າຈະເປັນການໄດ້ຮັບວິຕາມິນ D ຈາກການເຮັດສວນກາງເເຈ້ງ ແລະ ມັນຍັງເປັນຮູບແບບໜຶ່ງຂອງການອອກກໍາລັງກາຍ ປັບປຸງວົງຈອນການນອນຫຼັບ ແລະ ເພິ່ມສຸຂະພາບຈິດໃຫ້ດີຂຶ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/