ອັງກິດກັງວົນເຫດສັງຫານນັກວິທະຍາສາດນິວເຄຍອີຫຼ່ານ ຫວັ່ນກໍ່ໃຫ້ເກີດຄວາມຕຶງຄຽດ


ໂດມິນິກ ຣາບ ລັດຖະມົນຕີຕ່າງປະເທດຂອງອັງກິດສະແດງຄວາມກັງວົນກ່ຽວກັບສະຖານະການໃນອີຫຼ່ານ ແລະ ໃນພູມມິພາກຫຼັງເກີດເຫດລອບສັງຫານ Mohsen Fakhrizadeh ໜຶ່ງໃນນັກວິທະຍາສາດຄົນສຳຄັນຂອງໂຄງການຜະລິດລະເບີດນິວເຄຍຂອງອີຫຼ່ານ.

“ເຮົາຕ້ອງການໃຫ້ລະດັບຄວາມຕຶງຄຽດຜ່ອນຄາຍລົງ” ຣາບ ໄດ້ໃຫ້ສຳພາດກັບສຳນັກຂ່າວສະກາຍນິວເມື່ອວັນອາທິດທີ່ຜ່ານມາ.

ທາງດ້ານກະຊວງປ້ອງກັນປະເທດອີຫຼ່ານລະບຸວ່າ ເມື່ອວັນສຸກທີ່ຜ່ານມາ  Mohsen Fakhrizadeh ຖືກລອບຍິງໂດຍກຸ່ມຜູ້ກໍ່ການຮ້າຍຕິດອາວຸດຂະນະນັ່ງຢູ່ໃນລົດຍົນໃກ້ກຸງເຕຫະຣານ.

ຂະນະທີ່ສື່ຫຼາຍສຳນັກລາຍງານວ່າ  ສະຫະພາບເອີຣົບ (EU) ໄດ້ອອກມາປະນາມການໂຈມຕີດັ່ງກ່າວ ແລະ ເອີ້ນການກະທຳນີ້ວ່າເປັນ “ການກໍ່ອາດຊະຍາກຳ”.

UK concerned over Iran situation, awaiting full facts on scientist killing  – Middle East Monitor

ຣາບ  ກ່າວວ່າ ເຮົາຍັງຄົງຄົ້ນຫາຄວາມຈິງທັງໝົດຢູ່ວ່າເກີດຫຍັງຂຶ້ນທີ່ອີຫຼ່ານ, ບອກໄດ້ພຽງແຕ່ວ່າ ເຮົາຈະເຮັດຕາມກົດໝາຍມະນຸດສະຍະທຳລະຫວ່າງປະເທດ ເຊິ່ງຕໍ່ຕ້ານການພຸ່ງເປົ້າໂຈມຕີພົນລະເຮືອນເອົາໄວ້ຢ່າງຊັດເຈນ.

Mohsen Fakhrizadeh ນັກວິທະຍາສາດຄົນສໍາຄັນໃນໂຄງການຜະລິດລະເບີດນິວເຄຍຂອງອີຫຼ່ານໄດ້ຖືກລອບຍິງຂະນະທີ່ນັ່ງຢູ່ໃນລົດໃກ້ກຸງເຕຫະຣານເມື່ອວັນສຸກທີ່ຜ່ານມາ ໂດຍລາວເສຍຊີວິດຫຼັງຖືກນຳຕົວສົ່ງໂຮງໝໍ.

UK concerned over Iran situation, awaiting full facts on scientist killing  | The Mighty 790 KFGO | KFGO

ທັງນີ້ ການເສຍຊີວິດຂອງ Mohsen Fakhrizadeh  ຍັງຈະສ້າງຄວາມຫຍຸ້ງຍາກໃຫ້ກັບ ໂຈ ໄບເດນ ວ່າທີ່ປະທານາທິບໍດີຄົນໃໝ່ໃນຄວາມພະຍາຍາມທີ່ຈະຮື້ຟື້ນຄວາມສຳພັນກັບອີຫຼ່ານ ເຊິ່ງເລີ່ມຂຶ້ນມາຕັ້ງແຕ່ໃນສະໄໝຂອງປະທານາທິບໍດີ ບາຣັກ ໂອບາມາ  ແລະ ອາດກະຕຸ້ນໃຫ້ເກີດການປະເຊີນນ້າກັນລະຫວ່າງອີຫຼ່ານ ແລະ ສະຫະລັດອາເມຣິກາໃນຊ່ວງເວລາທີ່ເຫຼືອຢູ່ 2 – 3 ປີກ່ອນທີ່ ປະທານາທິບໍດີ ທຣັມ ຈະລົງຈາກຕຳແໜ່ງ.

ທີ່ມາ: https://www.ryt9.com/s/iq37/3180041