ສິງກະໂປຕັ້ງເປົ້າໝາຍສູ່ການເປັນ ສູນກາງທາງດ້ານ Cryptocurrency ຂອງໂລກ


ໃນຖານະທີ່ສິງກະໂປເປັນສູນກາງທາງດ້ານການເງິນມາກ່ອນຢູ່ແລ້ວ ແລະປັດຈຸບັນໄດ້ແນເຫັນການເຕີບໃຫຍ່ຂອງໜຶ່ງອຸດສາຫະກຳທີ່ກຳລັງມາແຮງແບບກ້າວກະໂດດໃນຂະນະນີ້ ນັ້ນກໍຄື Cryptocurrency ດັ່ງນັ້ນສິງກະໂປຈຶງມີເປົ້າໝາຍທີ່ຈະເປັນສູນກາງທາງດ້ານ Crypto ທີ່ສາມາດຕໍ່ທ້າຍເຂົ້າກັບພາກເສດຖະກິດ ແລະ ການເງິນຂອງໂລກອີກດ້ວຍ.

ຣາວີ ເມນອນ (Ravi Menon)

ຣາວີ ເມນອນ (Ravi Menon) ຜູ້ຈັດການດ້ານການເງິນຂອງສິງກະໂປ (Monetary Authority of Singapore: MAS) ກ່າວວ່າ ຂັ້ນຕອນສຳລັບການຮັບມືກັບການເກີດຂຶ້ນຂອງ Crypto ບໍ່ແມ່ນການແບນຫຼືກຳຈັດມັນ ແຕ່ເປັນການກຳກັບດູແລຢ່າງເຂັ້ມງວດ ເພື່ອໃຫ້ບາງບໍລິສັດສາມາດເຮັດຕາມ ແລະ ຈັດການກັບຄວາມສ່ຽງໃນ Crypto ໄດ້ ສາມາດນຳ Crypto ໄປໃຊ້ໄດ້.

ເມນອນ ເບິ່ງວ່າ Crypto ເປັນການລົງທຶນທີ່ແນມໄປຫາອະນາຄົດທີ່ອາດຈະຍັງບໍ່ມີຄວາມຊັດເຈນ. ແຕ່ຢ່າງໃດກໍຕາມ ການທີ່ຈະບໍ່ເຂົ້າຮ່ວມອຸດສາຫະກຳນີ້ເບິ່ງວ່າຈະເປັນຄວາມສ່ຽງຫຼາຍກວ່າ ແລະ ອາດເຮັດໃຫ້ສິງກະໂປຖືກຖິ້ມໄວ້ຂ້າງຫຼັງກໍໄດ້. ດັ່ງນັ້ນການເຂົ້າຮ່ວມນີ້ເຖິງວ່າຈະບໍ່ມີຄວາມແນ່ນອນສູງ ແຕ່ການເຂົ້າຮ່ວມໄວເທົ່າໃດກໍຈະເຮັດໃຫ້ສິງກະໂປຈັດການຄວາມສ່ຽງໄດ້ດີຍິ່ງຂຶ້ນ.

ສະນັ້ນ ຫາກເຂົ້າຮ່ວມກັບອຸດສາຫະກຳ Crypto ສິງກະໂປທີ່ເປັນໜຶ່ງໃນສູນກາງທາງດ້ານການເງິນຂອງໂລກ ກໍຈຳເປັນຕ້ອງເຂົ້າໄປເພີ່ມນະໂຍບາຍການກັບກຳດູແລກັບຄວາມສ່ຽງທາງດ້ານການເງິນສີເທົາເຊັ່ນດຽວກັນ.

ເຊິ່ງການສະແດງຈຸດຢືນທີ່ຊັດເຈນຂອງສິງກະໂປ ແລະ ດຳເນີນການດ້ານໃບອະນຸຍາດໄປຕັ້ງແຕ່ເດືອນມັງກອນປີ 2020 ກໍສາມາດເຮັດໃຫ້ດຶງດູດບໍລິສັດທາງດ້ານ Crypto ເຊັ່ນ: Binance Holding Ltd ແພລັດຟອມການ trade Crypto ຊື່ດັງ ມາຕັ້ງສຳນັກງານໃນປະເທດ ແລະ ຂໍໃບອະນຸຍາດໃນການເຮັດທຸລະກິດ (MAS License) ນອກຈາກນີ້ຍັງມີບໍລິສັດອື່ນໆ ຕາມມາອີກ 170 ບໍລິສັດທີ່ກຳລັງຂໍໃບອະນຸຍາດ.

ເຖິງຢ່າງໃດກໍຕາມ ເມນອນ ກໍຕັ້ງມາດຕະຖານໃນການໃຫ້ໃບອະນຸຍາດກັບຜູ້ປະກອບການຂ້ອນຂ້າງສູງ ແລະ ໄດ້ບອກວ່າ: “ເຮົາບໍ່ຕ້ອງການຜູ້ປະກອບການທັງໝົດໃຫ້ເຂົ້າມາດຳເນີນການພຽງເຄິ່ງດຽວ ແຕ່ມີຄຸນະພາບກໍພຽງພໍແລ້ວ”.

ທ້າຍສຸດນີ້ ເມນອນ ເຜີຍວ່າ “ສິງກະໂປກຳລັງສົນໃຈການເຕີບໃຫຍ່ຂອງ Crypto, Blockchain, Smart contact ແລະ ການກຽມຕົວໃຫ້ພ້ອມສູ່ໂລກຂອງ Web 3.0 ໃນຖານະຍຸກທີ 3 ຂອງໂລກອອນລາຍ ເຊິ່ງຈະນຳໄປສູ່ການຈ້າງງານ ແລະ ເສີມຄຸນຄ່າເພີ່ມໃນບາງອຸດສາຫະກຳນອກເໜືອຈາກພາກການເງິນຢ່າງແນ່ນອນ.

ຂອບໃຈຂໍ້ມູນຈາກ:

ໃນແຕ່ລະປະເທດຂ້ອນຂ້າງມີຄວາມຫຼາກຫຼາຍໃນການຮັບມືກັບອຸດສາຫະກຳໃໝ່ນີ້ (Crypto) ຕົວຢ່າງເຊັ່ນ: ປະເທດຈີນທີ່ມີການອອກມາເຄື່ອນໄຫວຢ່າງເຂັ້ມງວດໃນເດືອນກ່ອນນີ້ ຫຼື ໃນປະເທດຍີ່ປຸ່ນທີ່ອະນຸມັດໃຫ້ມີການຊື້-ຂາຍໄດ້ ແລະ ມີກອງທຶນທີ່ກ່ຽວຂ້ອງກັບ Crypto.

ຫຼືແມ່ນແຕ່ໃນບາງປະເທດທີ່ມີການຂະຫຍາຍໃນອຸດສາຫະກຳ Crypto ເຊັ່ນດຽວກັນກັບ ເອລຊັລວາດໍ (El Salvador) ທີ່ອະນຸຍາດໃຫ້ Crypto ສາມາດໃຊ້ຊຳລະໜີ້ສິນໄດ້ຕາມກົດໝາຍ (Legal Tender) ຫຼື ໃນມຸມຂອງປະເທດມະຫາອຳນາດຄືອາເມຣິກາ ກໍໄດ້ອະນຸມັດກອງທຶນ ETF (ກອງທຶນລວມດັດຊະນີທີ່ຈົດທະບຽນຊື້ຂາຍໃນຕະຫຼາດຫຼັກຊັບ) Crypto ເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/