Coca Cola ຮັກໂລກ! ໃຊ້ຕຸກນ້ຳພລາສຕິກທີ່ເຮັດຈາກຂີ້ເຫຍື້ອທະເລຣີໄຊເຄິນ!!!


ບໍລິສັດ Coca Cola ກັບເປົ້າໝາຍຜະລິດກະຕຸກ Coke ຈາກຂີ້ເຫຍື້ອຣີໄຊເຄິນ ໃຫ້ໄດ້ຢ່າງໜ້ອຍ 50% ໃນປີ 2030 ເພື່ອລົດປະລິມານຂີ້ເຫຍື້ອພລາສຕິກຈາກຕຸກນ້ຳລົງ.

ກ່ອນໜ້ານີ້ Coke ໄດ້ເປີດຕົວ Coke ຮຸ່ນໃໝ່ທີ່ມີສະຫຼາກຫຸ້ມຫໍ່ສີຂຽວ ເພື່ອເປັນສັນຍະລັກຂອງຄວາມສຳເລັດ ທີ່ອາສາສະໝັກເກັບຂີ້ເຫຍື້ອພລາສຕິກຈາກຫາດ 84 ແຫ່ງໃນສະເປນ ແລະ ໂປຕຸເກດ, ເປັນ Coke ຮຸ່ນຈຳກັດທີ່ບໍ່ໄດ້ວາງຂາຍທົ່ວໄປ.

ຂີ້ເຫຍື້ອທີ່ຈະນຳມາຣີໄຊເຄິນນັ້ນ ແມ່ນຕຸກນ້ຳ PET ໂດຍຈະໃຊ້ເທັກໂນໂລຢີ ທີ່ເຮັດໃຫ້ມັນແຕກເປັນເມັດໂພລີເມີນ້ອຍໆ ແລ້ວກັບມາຜະລິດເປັນພລາສຕິກ PET ຄືນ. ທາງບໍລິສັດກຳລັງຢູ່ໃນຂັ້ນຕອນພັດທະນາ ໃນປີ 2019 ໄດ້ໃຊ້ຂີ້ເຫຍື້ອພລາສຕິກຈາກທະເລ 25% ແລະ ໃນປີ 2020 ກໍໄດ້ດຳເນີນຂັ້ນຕອນການຜະລິດຢ່າງເປັນທາງການ ແລະ ຕັ້ງເປົ້າໝາຍວ່າຈະລົດການໃຊ້ພລາສຕິກລົງໃຫ້ໄດ້ 200,000 ໂຕນໃນແຕ່ລະປີ.

ໃນອະນາຄົດອັນໃກ້ນີ້ ເຮົາອາດຈະເຫັນ Coca Cola ຮູບແບບໃໝ່ ຫຼື ຜະລິດຕະພັນຂອງບໍລິສັດດັ່ງກ່າວ ທີ່ສື່ເຖິງການຮັກສິ່ງແວດລ້ອມອອກມາເລື້ອຍໆ ເປັນຕົວຢ່າງໃຫ້ກັບຜະລິດຕະພັນຕ່າງໆຄຳນຶງເຖິງສິ່ງແວດລ້ອມຫຼາຍຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/