ການພັດທະນາ ດິຈິຕອນ 5 ປີ ຈະນຳເອົາຄວາມຮຸ່ງເຮືອງ ສີວິໄລມາໃຫ້ແກ່ປະເທດ


ວັນທີ 5 ພະຈິກ 2021, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລາຍງານກ່ຽວກັບວິໄສທັດໄລຍະ 20 ປີ (2021-2040), ຍຸດທະສາດໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ ຄັ້ງທີ I (2021-2025) ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.

ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ລາຍງານກ່ຽວກັບຄວາມເປັນມາ, ເຫດຜົນ ແລະ ຄວາມຈຳເປັນພາວະວິໄສ ແລະ ເນື້ອໃນຕົ້ນຕໍ ຂອງການພັດທະນາເສດຖະກິດດິຈິຕອນ ແລະ ບາງຄຳເຫັນກ່ຽວກັບທຸລະກຳຊັບສິນດິຈິຕອນຢູ່ ສປປ ລາວ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ:
ການຫັນເປັນດິຈິຕອນ ນຳມາທັງກາລະໂອກາດ ແລະ ສິ່ງທ້າທາຍ. ສະນັ້ນ ທົ່ວພັກ, ທົ່ວລັດ ແລະ ທົ່ວສັງຄົມ ຕ້ອງໄດ້ຮີບຮ້ອນຫັນປ່ຽນຈິນຕະນາການຢ່າງເລິກເຊິ່ງ ເພື່ອນໍາເອົາກາລະໂອກາດບຸກທະລຸພັດທະນາປະເທດຊາດ, ເພີ່ມທະວີການປະຕິບັດຍຸດທະສາດ ຫັນເປັນອຸດສາຫະກຳທັນສະໄໝ ຕາມທິດອຸດສາຫະກໍາ 4.0 ຕິດພັນກັບການສ້າງຄວາມເຂັ້ມແຂງ ໃນການພັດທະນາບຸກຄະລາກອນຄຸນະພາບສູງ ໂດຍແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ເປັນໜ້າທີ່ຈຸດສຸມ ແລະ ຕັ້ງໜ້າ, ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງໃນການພັດທະນາເສດຖະກິດ-ສັງຄົມ ທີ່ມີລັກສະນະຊຳເຮື້ອໃນໄລຍະຜ່ານມາ.
ການຫັນເປັນດິຈິຕອນ ຕ້ອງດຳເນີນຢ່າງເລິກເຊິ່ງໃນ 3 ຂົງເຂດ ທີ່ກ່ຽວພັນເຊິ່ງກັນ ແລະ ກັນ ແບບກາຍອິນຊີ ຄື: ສ້າງເສດຖະກິດ ດິຈິຕອນ, ສ້າງສັງຄົມດິຈິຕອນ ແລະ ສ້າງການບໍລິຫານລັດແບບດິຈິຕອນ ໂດຍຕິດພັນກັບການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນະພາບສູງ, ສ້າງພື້ນຖານໂຄງລ່າງ ICT ທີ່ທັນສະໄໝ, ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນຄວາມປອດໄພດ້ານໄຊເບີ ຢ່າງໜັກແໜ້ນຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດເຮົາ.

ນອກນັ້ນ, ຕ້ອງໄດ້ສ້າງເຂດເຕັກໂນໂລຊີລະດັບສູງດ້ານ ດິຈິຕອນ ໃຫ້ໄດ້ 1 ແຫ່ງ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ ເຊິ່ງໃນປັດຈຸບັນໄດ້ມີການເລີ່ມແລ້ວຢູ່ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ; ສົ່ງເສີມການພັດທະນາພື້ນຖານໂຄງລ່າງ ດິຈິຕອນ ເປັນຕົ້ນແມ່ນ ສ້າງສູນຂໍ້ມູນໃຫຍ່ 3 ແຫ່ງ, ທາງຜ່ານການເຊື່ອມຕໍ່ອິນເຕີເນັດຄວາມໄວສູງ ໂດຍນຳໃຊ້ໂຄງລ່າງທາງລົດໄຟ ລາວ-ຈີນ ແລະ ສາຍສົ່ງໄຟຟ້າແຫ່ງຊາດ; ຂະຫຍາຍໂຄງລ່າງພື້ນຖານເຕັກໂນໂລຊີ ດິຈິຕອນ ໄປສູ່ເຂດບ້ານໃຫຍ່ ແລະ ຕົວເມືອງຢູ່ຊົນນະບົດ ຕິດພັນກັບວຽກງານສາມສ້າງ ໃຫ້ໄດ້ 80%, ຂະຫຍາຍສະຖານີ ຮັບ-ສົ່ງ ສັນຍານມືຖື ລະບົບ 4G ໃຫ້ໄດ້ 90% ແລະ 5G ໃຫ້ໄດ້ 50% ຂອງພື້ນທີ່ທົ່ວປະເທດ; ສ້າງແຮງງານດ້ານເຕັກໂນໂລຊີ ດິຈິຕອນ ທີ່ມີຄວາມຮູ້ຄວາມສາມາດ ແລະ ຄວາມເປັນຊ່ຽວຊານ ຈາກ 0,3% ໃຫ້ໄດ້ 1% ຂອງຈໍານວນແຮງງານເຮັດວຽກຕົວຈິງ; ສົ່ງເສີມໃຫ້ເສດຖະກິດ ດິຈິຕອນສ້າງລາຍຮັບປະກອບເຂົ້າໃນ GDP ຂອງປະເທດໃຫ້ໄດ້ 5%; ຮັບປະກັນການນຳໃຊ້ເຕັກໂນໂລຊີ ດິຈິຕອນ ໃນວຽກງານ ປກຊ-ປກສ ແລະ ໃນການບໍລິຫານວຽກງານລັດ, ການດຳເນີນທຸລະກິດ ແລະ ການນຳໃຊ້ທົ່ວສັງຄົມ ໃຫ້ມີຄວາມປອດໄພ.

ທ່ານ ບໍ່ວຽງຄຳ ວົງດາລາ ໃຫ້ຮູ້ຕື່ມວ່າ: ເພື່ອໃຫ້ບັນລຸບັນດາຄາດໝາຍສູ້ຊົນ, ຍຸດທະສາດ ແລະ ວິໄສທັດທີ່ໄດ້ກຳນົດໄວ້ນັ້ນ ໃນແຜນພັດທະນາເສດຖະກິດ ດິຈິຕອນແຫ່ງຊາດ ໄລຍະ 5 ປີຕໍ່ໜ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ກໍານົດ 14 ແຜນງານ ແລະ ແຕ່ລະແຜນງານ ເຊິ່ງໄດ້ຜັນຂະຫຍາຍເປັນໂຄງການ ເພື່ອຈັດຕັ້ງປະຕິບັດຄື:

  1. ແຜນງານສ້າງ ແລະ ປັບປຸງນະໂຍບາຍ, ກົດໝາຍ ແລະ ນິຕິກໍາ.
  2. ແຜນງານປັບປຸງ ແລະ ຂະຫຍາຍພື້ນຖານໂຄງລ່າງເຕັກໂນໂລຊີ ດິຈິຕອນ.
  3. ແຜນງານສ້າງການເຊື່ອມໂຍງ ເຊື່ອມຈອດ.
  4. ແຜນງານສ້າງລັດຖະບານ ດິຈິຕອນ.
  5. ແຜນງານສ້າງລະບົບການຊຳລະດ້ວຍ ດິຈິຕອນ.
  6. ແຜນງານພັດທະນາຊັບພະຍາກອນມະນຸດທາງດ້ານ ດິຈິຕອນ.
  7. ແຜນງານ ສົ່ງເສີມການດຳເນີນທຸລະກິດການບໍລິການຂອງ MSME ແລະ ສ້າງທຸລະກິດແບບສະຕາດອັບ.
  8. ແຜນງານ ສົ່ງເສີມການເພີ່ມປະສິດທິພາບການຜະລິດດ້ວຍເຕັກໂນໂລຊີ ດິຈິຕອນ.
  9. ແຜນງານ ສົ່ງເສີມການພັດທະນາກະສິກຳໃໝ່ດ້ວຍລະບົບເຕັກໂນໂລຊີ ດິຈິຕອນ.
  10. ແຜນງານ ສ້າງລະບົບໂລຈິສຕິກ ສຳລັບການພັດທະນາເສດຖະກິດ ດິຈິຕອນ.
  11. ແຜນງານ ສ້າງຄວາມປອດໄພທາງດ້ານ ດີຈີຕອນ (Cyber Security).
  12. ແຜນງານ ສ້າງຄວາມພ້ອມເພື່ອສ້າງເມືອງອັດສະລິຍະ.
  13. ແຜນງານ ສ້າງກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນ ດິຈິຕອນ.
  14. ແຜນງານເປີດກວ້າງການຮ່ວມມືດ້ານ ດິຈິຕອນກັບຕ່າງປະເທດ.

ຂອບໃຈຂໍ້ມູນຈາກ: https://bit.ly/3kezC5k

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/