ສາຍ AirPods ຟັງທາງນີ້! ວິໄຈໃໝ່ເຜີຍ AirPods ສາມາດໃຊ້ທົດແທນເຄື່ອງຊ່ວຍຟັງເກຣດພຣີມຽມທີ່ໃຊ້ໃນຜູ້ປ່ວຍທີ່ມີຄວາມບົກພ່ອງທາງການໄດ້ຍິນ


ຕາມຂໍ້ມູນໃນປັດຈຸບັນທີ່ທາງອົງການອະນາໄມໂລກ (WHO) ອອກມາເປີດເຜີຍວ່າ ມີຜູ້ຄົນທົ່ວໂລກປະມານ 400 ຄົນທີ່ປະສົບບັນຫາບົກພ່ອງທາງການໄດ້ຍິນ ພ້ອມກັນນັ້ນຂໍ້ມູນຈາກສະຖາບັນສຸຂະພາບແຫ່ງຊາດສະຫະລັດອາເມຣິກາ ຍັງເປີດເຜີຍວ່າ 15% ຂອງປະຊາກອນສະຫະລັດອາເມຣິກາແມ່ນກຳລັງມີບັນຫາທີ່ກ່ຽວຂ້ອງກັບການໄດ້ຍິນ. ຢ່າງໃດກໍຕາມ 75% ຂອງຜູ້ປ່ວຍດັ່ງກ່າວໃນສະຫະລັດອາເມຣິກາ ແມ່ນບໍ່ໄດ້ໃຊ້ເຄື່ອງຊ່ວຍຟັງ.

ຂໍ້ມູນຍັງລະບຸເພີ່ມຕື່ມວ່າ ຜູ້ປ່ວຍສ່ວນໃຫຍ່ທີ່ມີຄວາມບົກພ່ອງທາງການໄດ້ຍິນບາງປະເທດ ຈະບໍ່ໃຊ້ເຄື່ອງຊ່ວຍຟັງເນື່ອງຈາກອຸປະກອນດັ່ງກ່າວມີລາຄາທີ່ສູງ ໂດຍລາຄາເຄື່ອງຊ່ວຍຟັງເລີ່ມຕົ້ນຢູ່ທີ່ 1.000 ໂດລາ ຫຼື ປະມານ 18 ກວ່າລ້ານກີບ ແລະ ຫາກຜູ້ປ່ວຍຕ້ອງການໃຊ້ຂອງທີ່ມີຄຸນະພາບ ເຄື່ອງຊ່ວຍຟັງເກຣດພຣີມຽມອາດມີລາຄາຫຼາຍກວ່າ 10.000 ໂດລາ ຫຼື ປະມານ 180 ກວ່າລ້ານກີບ ພ້ອມກັນນັ້ນ “ຜູ້ປ່ວຍຫຼາຍຄົນລັງເລທີ່ຈະໃສ່ ເພາະບໍ່ຢາກເບິ່ງຄືຄົນແກ່” Yen-fu Cheng ສາສະດາຈານແລະເປັນໜຶ່ງໃນຜູ້ວິໄຈແລະຜູ້ຊ່ຽວຊານດ້ານ ຫູ, ດັງ, ຄໍ ທີ່ໂຮງໝໍທະຫານຜ່ານເສິກໃນໄຕ້ຫວັນໄດ້ກ່າວ.

ຢ່າງໃດກໍຕາມ ເບິ່ງຄືວ່າຜູ້ປ່ວຍງົບໜ້ອຍຈະສາມາດຫາເຄື່ອງຊ່ວຍຟັງມາທົດແທນເຄື່ອງຊ່ວຍຟັງທີ່ລາຄາແພງໄດ້ແລ້ວ ເພາະຫຼ້າສຸດນີ້ໄດ້ມີຜົນວິໄຈອອກມາວ່າ ຜູ້ບົກພ່ອງທາງການໄດ້ຍິນສາມາດໃຊ້ AirPods ເປັນອຸປະກອນຊ່ວຍຟັງໄດ້ດ້ວຍຟີເຈີຟັງສົດ (Live Listen) ເຊິ່ງສາມາດຊ່ວຍເລັ່ງລະດັບສຽງໄດ້ແລະຖືກປ່ອຍມາໃຫ້ໃຊ້ແລ້ວໃນປີ 2016 ທີ່ຜ່ານມາ.

ສຳລັບການເຮັດວຽກຂອງຟີເຈີ Love Listen ນີ້ຈະຊ່ວຍໃຫ້ຜູ້ໃຊ້ສາມາດຟັງສຽງຕ່າງໆໄດ້ເຊັ່ນ: ສຽງຢົດນ້ຳ, ສຽງນົກຮ້ອງ ໄດ້ຊັດເຈນຍິ່ງຂຶ້ນຜ່ານ AirPods ໂດຍການວາງ iPhone ໄວ້ກັບຈຸດທີ່ຕ້ອງການຟັງ ພ້ອມນັ້ນຟີເຈີຈະຊ່ວຍຂະຫຍາຍສັນຍານສຽງທີ່ມາຈາກເປົ້າໝາຍ ເຊິ່ງເປັນຫຼັກການການເຮັດວຽກດຽວກັນກັບເຄື່ອງຊ່ວຍຟັງ.

ທັງນີ້ນັກວິໄຈໄດ້ທົດສອບປຽບທຽບ AirPods 2 ແລະ AirPods Pro ກັບເຄື່ອງຊ່ວຍຟັງລະດັບເລີ່ມຕົ້ນ ແລະເຄື່ອງຊ່ວຍຟັງລະດັບພຣີມຽມກັບຜູ້ຮ່ວມທົດສອບ 21 ຄົນທີ່ມີຄວາມບົກພ່ອງທາງການໄດ້ຍິນໃນລະດັບເລັກນ້ອຍ ເຖິງປານກາງ ເມື່ອທົດສອບປະສິດທິພາບຂອງອຸປະກອນທັງສີ່ໃນສະພາບແວດລ້ອມທີ່ມີສຽງລົບກວນຈາກດ້ານໜ້າ ມີພຽງເຄື່ອງຊ່ວຍຟັງເທົ່ານັ້ນທີ່ເຮັດວຽກໄດ້ຢ່າງມີປະສິດທິພາບ.

ຢ່າງໃດກໍຕາມ ສຳລັບການທົດສອບໃນສະພາບແວດລ້ອມທີ່ມີສຽງຈາກດ້ານຂ້າງແລະສະພາບແວດລ້ອມທີ່ງຽບສະຫງົບ AirPods Pro ສາມາດໃຊ້ງານໄດ້ເກືອບທຽບເທົ່າກັບເຄື່ອງຊ່ວຍຟັງລະດັບພຣີມຽມ ເຊິ່ງແບ່ງແຍກຕາມສະຖານທີ່ທີ່ມີສຽງດັງ ຫູຟັງທັງສອງຮຸ່ນຈະມີປະສິດທິພາບໃກ້ຄຽງກັບເຄື່ອງຊ່ວຍຟັງລະດັບພຣີມຽມ ແລະໃນສະພາວະທີ່ງຽບສະຫງົບ AirPods ຮຸ່ນທຳມະດາກໍເຮັດວຽກໄດ້ດີທຽບເທົ່າກັບເຄື່ອງຊ່ວຍຟັງໃນລະດັບເລີ່ມຕົ້ນ ຍິ່ງໄປກວ່ານັ້ນເຖິງທີມວິໄຈຈະພົບວ່າ AirPods 2 ເຮັດວຽກໄດ້ບໍ່ທຽບເທົ່າເຄື່ອງຊ່ວຍຟັງ ແຕ່ນັກວິໄຈສັງເກດເຫັນວ່າຜູ້ຮ່ວມທົດສອບ AirPods 2 ສາມາດໄດ້ຍິນສຽງໄດ້ດີຂຶ້ນ ເມື່ອທຽບກັບຕອນທີ່ບໍ່ໃຊ້ອຸປະກອນໃດໆ.

ທາງດ້ານ Ying-Hui Lai ເຊິ່ງເປັນໜຶ່ງໃນຜູ້ຮ່ວມວິໄຈລະບຸວ່າ ຈາກຄຸນສົມບັດຕັດສຽງລົບກວນຂອງ AirPods Pro ຫູຟັງຮຸ່ນນີ້ຈຶ່ງກາຍເປັນຕົວເລືອກເຄື່ອງຊ່ວຍຟັງທີ່ດີກວ່າ AirPods 2. ພ້ອມນັ້ນທີມນັກວິໄຈຍັງຫວັງວ່າ ການຄົ້ນພົບນີ້ຈະຊ່ວຍສ້າງແຮງບັນດານໃຈໃຫ້ກັບວິສະວະກອນຂອງບໍລິສັດຕ່າງໆ ເພື່ອອອກແບບເຄື່ອງຊ່ວຍຟັງແລະຜະລິດຕະພັນຂະຫຍາຍສຽງສຳລັບຜູ້ບົກພ່ອງທາງການໄດ້ຍິນຕໍ່ໄປ.

Hui Lai ຍັງກ່າວເສີມວ່າ “ຕະຫຼາດຫູຟັງໄຮ້ສາຍທົ່ວໂລກດໍາລັງເຕີບໂຕຢ່າງໄວວາ ບາງບໍລິສັດສົນໃຈທີ່ຈະສຳຫຼວດຄວາມເປັນໄປໄດ້ໃນການອອກແບບ earbud ທີ່ມີຄຸນສົມບັດຂະຫຍາຍສຽງຂອງເຮົາພິສູດວ່າແນວຄິດນີ້ເປັນໄປໄດ້”.

ນອກນັ້ນໃນທຸກມື້ນີ້ AirPods Pro ຍັງຖືກໃຊ້ໃນແຕ່ລະມື້ ຜູ້ປ່ວຍທີ່ໃຊ້ຫູຟັງໄຮ້ສາຍເປັນເຄື່ອງຊ່ວຍຟັງມັກຈະຮູ້ສຶກສະບາຍໃຈຫຼາຍຂຶ້ນ ແລະບໍ່ມີການແບ່ງແຍກທາງສັງຄົມໃດໆ ສຳລັບການໃຊ້ຫູຟັງເຫຼົ່ານີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/