ພະແນກໂຍທາທິການ ແລະ ຂົນສົ່ງ ໃຊ້ງົບປະມານ 2,7 ຕື້ກີບ ເພື່ອແກ້ໄຂສະພາບນໍ້າຖ້ວມຂັງໃນຕົວເມືອງ 44 ຈຸດ


ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລົງພົບປະ ແລະ ເຮັດວຽກຮ່ວມກັບພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ໃນວັນທີ 16 ພະຈິກ 2022 ຢູ່ພະແນກດັ່ງກ່າວ ໂດຍມີທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກ ຍທຂ ນວ ພ້ອມດ້ວຍຄະນະພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ສຸລິວັນ ພົມມະຫາໄຊ ກໍໄດ້ລາຍງານສະພາບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານຂອງພະແນກ ຍທຂ ນວ ຜ່ານມາ ສະເພາະວຽກງານຂົວ-ທາງ ພະແນກໄດ້ສຸມໃສ່ຊີ້ນຳ-ນຳພາຂະແໜງການກ່ຽວຂ້ອງ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ຂອບເຂດ ນວ 4 ເສັ້ນຄື: ເສັ້ນທາງເລກທີ 13 ເໜືອ ເລກທີ 13 ໃຕ້ ທາງເລກ 10 ແລະ ທາງເລກ 11 ເໜືອ ມີຄວາມຍາວທັງໝົດ 159,3 ກິໂລແມັດ ມູນຄ່າ 19,50 ຕື້ກີບ ໄດ້ແກ້ໄຂສຸກເສີນເລັ່ງດ່ວນ ໃນໄລຍະວັນທີ 8-22 ສິງຫາ 2022 ເພື່ອແກ້ໄຂລະບາຍນໍ້າຖ້ວມຂັງເສັ້ນທາງ ແລະ ບ້ານເຮືອນປະຊາຊົນຢູ່ເຂດເມືອງສີໂຄດຕະບອງ ຢູ່ທາງຫຼວງແຫ່ງຊາດເຂດບ້ານສີໄຄ-ບ້ານສີເກີດ ເຊິ່ງໄດ້ຈົກຮ່ອງລະບາຍນໍ້າທີ່ອຸດຕັນ ສາມາດລ່ວງຮ່ອງລະບາຍນໍ້າໄດ້ທັງໝົດ 13 ຈຸດ ກໍ່ສ້າງຂົວຊົ່ວຄາວໃຫ້ປະຊາຊົນທຽວໄດ້ 1 ແຫ່ງ ຍາວ 10 ແມັດ ລວມມູນຄ່າທັງໝົດ 718 ລ້ານກວ່າກີບ ໄດ້ສໍາເລັດການຂຶ້ນແຜນສຸກເສີນໃນການແກ້ໄຂນໍ້າຖ້ວມຂັງ ຮ່ອງລະບາຍນໍ້າ.

ປັດຈຸບັນ ໄດ້ນໍາສະເໜີຂໍອະນຸມັດຈາກ ນວ ໃນຈໍານວນງົບປະມານ 2,7 ຕື້ກີບ ເພື່ອແກ້ໄຂສະພາບນໍ້າຖ້ວມຂັງໃນຕົວເມືອງໃນ 44 ຈຸດ ມາຮອດປັດຈຸບັນ ມີຄວາມຄືບໜ້າປະມານ 50% ໄດ້ຕິດຕາມສ້ອມແປງເສັ້ນທາງເລກທີ 13 ເໜືອແຕ່ 3 ແຍກບ້ານສີໄຄ-ບ້ານສີເກີດ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ເພື່ອໃຫ້ປະຊາຊົນສາມາດສັນຈອນໄປ-ມາໄດ້ສະດວກ ສຳລັບການສ້ອມແປງໃຫຍ່ຕາມແຜນ ແມ່ນພາຍຫຼັງລະດູຝົນ ປະຕິບັດໃນເດືອນຕຸລາ 2022 ເປັນຕົ້ນໄປ.

ຂອບໃຈຂໍ້ມູນຈາກ: https://cutt.ly/5MUvI3p

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/