ຄະດີພິກ! ການສືບສວນ ແລະ ທ່າທີຂອງຜູ້ນຳຫຼາຍຄົນຊີ້ ເຫດລູກສອນໄຟໄປຕົກໃນໂປແລນ ອາດເກີດຈາກການຍິງຂອງທາງຝັ່ງຢູເຄຣນເອງ


ຈາກກໍລະນີທີ່ມີລູກສອນໄຟຈາກຣັດເຊຍ ໄປຕົກຢູ່ໃນດິນແດນຂອງປະເທດ ໂປແລນ ເຊິ່ງເປັນສະມາຊິກຂອງອົງກອນນາໂຕ້ ຈົນເປັນເຫດໃຫ້ມີຜູ້ເສຍຊີວິດໄປ 2 ຄົນນັ້ນ ແລະ ທ່າມກາງຄວາມວິຕົກກັງວົນວ່າເຫດການດັ່ງກ່າວຈະນຳໄປສູ່ສົງຄາມທີ່ມີຂະໜາດໃຫຍ່ຂຶ້ນ ລະຫວ່າງຣັດເຊຍກັບນາໂຕ້. ແຕ່ຫຼ້າສຸດ ຜົນການສືບສວນໃນເບື້ອງຕົ້ນຊີ້ວ່າ ເຫດການດັ່ງກ່າວອາດເກີດຈາກຝັ່ງຂອງຢູເຄຣນເອງ ທີ່ຍິງລູກສອນໄຟຕໍ່ຕ້ານ ຈົນໄປຕົກໃນພື້ນທີ່ຂອງປະເທດໂປແລນ.

ລູກສອນໄຟ ລູກດັ່ງກ່າວຕົກລົງໃນບ້ານ Przewodow ທາງຕາເວັນອອກຂອງໂປແລນ ທີ່ຕິດກັບຊາຍແດນຢູເຄຣນ ໃນໄລຍະເວລາດຽວກັນທີ່ຣັດເຊຍໄດ້ເປີດສາກລະດົມຍິງລູກສອນໄຟ ລົງໃນຫຼາຍຕົວເມືອງຂອງຢູເຄຣນ ເມື່ອວັນທີ 15 ພະຈິກທີ່ຜ່ານມາ.

ໂດຍຫຼາຍສຳນັກຂ່າວຕ່າງປະເທດ ລາຍງານກົງກັນວ່າ ລູກສອນໄຟທີ່ຕົກລົງໃນຢູເຄຣນນັ້ນເປັນຂອງຣັດເຊຍ ແລະ ຖືກຜະລິດໃນຣັດເຊຍແນ່ນອນ ແຕ່ລູກສອນໄຟໃນແບບດຽວກັນນີ້ ກອງທັບຢູເຄຣນກໍມີໃຊ້ເຊັ່ນດຽວກັນ. ຈາກການສືບສວນສອບສວນໃນເບື້ອງຕົ້ນ ພົບວ່າລູກສອນໄຟທີ່ໄປຕົກໃນໂປແລນນັ້ນ ເກີດຈາກທີ່ກອງທັບຢູເຄຣນໃຊ້ລູກສອນໄຟລູກດັ່ງກ່າວຍິງໄປຕໍ່ຕ້ານ ລູກສອນໄຟຂອງຣັດເຊຍ ອີກເທື່ອໜຶ່ງ ຈຶ່ງເປັນເຫດໃຫ້ລູກສອນໄຟໄປຕົກໃນພື້ນທີ່ດັ່ງກ່າວ, ບໍ່ແມ່ນການໂຈມຕີໂດຍກົງຈາກທາງຝັ່ງຂອງຣັດເຊຍ.

ແນ່ນອນວ່າຫຼັງເຫດການດັ່ງກ່າວ ຣັດເຊຍໄດ້ປະຕິເສດທັນທີ ໂດຍກ່າວວ່າ: ບໍ່ມີການໂຈມຕີເປົ້າໝາຍໃດໆໃກ້ກວ່າ ລັດສະໝີ 35 ກິໂລແມັດ ກັບຊາຍແດນ ຢູເຄຣນ-ໂປແລນ ໂດຍຣັດເຊຍ ພ້ອມລະບຸອີກວ່າ ເຫດການດັ່ງກ່າວເປັນການຍິງລູກສອນໄຟຈາກທາງຝັ່ງຂອງ ຢູເຄຣນ.

ໃນຂະນະທີ່ ທ່າທີຂອງບັນດາຜູ້ນຳໂລກຕາເວັນຕົກທີ່ສະແດງອອກມາ ກໍມີທິດທາງຊີ້ໄປໃນທາງດຽວກັນວ່າ ເຫດການດັ່ງກ່າວ ເກີດຈາກການຍິງສະກັດກັ້ນລູກສອນໄຟຂອງທາງຝັ່ງຢູເຄຣນເອງ.

ໂດຍປະທານາທິບໍດີ ໂຈ ໄບເດັນ ກໍກ່າວຫຼັງເອີ້ນປະຊຸມ G7 ແບບສຸກເສີນວ່າ: “ຈາກຂໍ້ມູນເບື້ອງຕົ້ນ ພົບວ່າ ວິຖີການຍິງຂອງລູກສອນໄຟລູກນີ້ ບໍ່ໄດ້ມາຈາກຣັດເຊຍ ແຕ່ກໍຂໍໃຫ້ຖ້າເບິ່ງຜົນການສອບສວນຂັ້ນສຸດທ້າຍຕໍ່ໄປ”

ເຈັນ ສະໂຕເທັນເບີກ (Jens Stoltenberg) ເລຂາທິການ ນາໂຕ້ ກ່າວຫຼັງການເອີ້ນປະຊຸມດ່ວນວ່າ: “ຣັດເຊຍຕ້ອງຮັບຜິດຊອບທີ່ເຮັດສົງຄາມຢ່າງຜິດກົດໝາຍກັບຢູເຄຣນ ແຕ່ເຫດການລູກສອນໄຟດັ່ງກ່າວແມ່ນຢູ່ໃນຂັ້ນຕອນການສືບສວນສອບສວນ ຮອດປັດຈຸບັນຍັງບໍ່ມີຫຼັກຖານທີ່ຊີ້ວ່າເປັນການຕັ້ງໃຈໂຈມຕີໂດຍກົງຈາກທາງຝັ່ງຂອງຣັດເຊຍ”.

ລັດຖະມົນຕີກະຊວງປ້ອງກັນປະເທດຂອງ ເບວຢຽມ ກ່າວວ່າ: “ເຫດການລູກສອນໄຟຕົກໃນໂປແລນນັ້ນກຳລັງຢູ່ໃນຂັ້ນຕອນການສືບສວນຢ່າງໃກ້ຊິດຂອງເຈົ້າໜ້າທີ່ຂອງ ເບວຢຽມ ຮ່ວກັບເຈົ້າໜ້າທີ່ຂອງ ນາໂຕ້ ແຕ່ຈາກຂໍ້ມູນເບື້ອງຕົ້ນເຫັນວ່າ ລູກສອນໄຟດັ່ງກ່າວ ໜ້າຈະມາຈາກການຍິງຕໍ່ຕ້ານໄພທາງອາກາດຂອງທາງຝັ່ງ ຢູເຄຣນ”.

ໃນຂະນະທີ່ ຜູ້ນຳຈາກບັນດາຝັ່ງຕາເວັນຕົກກໍສະແດງຄວາມຄິດເຫັນທີ່ຄຸມເຄືອໄປໃນທິດທາງດຽວກັນວ່າ ເຫດການແບບນີ້ຈະບໍ່ເກີດຂຶ້ນ ຖ້າຣັດເຊຍບໍ່ໂຈມຕີ ຢູເຄຣນກ່ອນ. ເຊັ່ນ ນາຍົກລັດຖະມົນຕີ ປະເທດ ເນເທີແລນ ກ່າວວ່າ: “ພວກເຮົາຈະໃຫ້ການສະໜັບສະໜູນໂປແລນ ໃນການສືບສວນສອບສວນເລື່ອງນີ້ໃຫ້ເຖິງທີ່ສຸດ ແຕ່ອຸບັດເຫດແບບນີ້ຈະບໍ່ເກີດຂຶ້ນ ຖ້າຣັດເຊຍບໍ່ໂຈມຕີກ່ອນ”.

ເຊັ່ນດຽວກັນກັບ ນາຍົກລັດຖະມົນຕີຂອງປະເທດ ແຄນາດາ ແລະ ປະເທດອັງກິດ ທີ່ໄດ້ເຂົ້າຮ່ວມການປະຊຸມສຸກເສີນດັ່ງກ່າວທີ່ຫາລືກັນເລື່ອງນີ້ ກໍໄດ້ອອກມາກ່າວໃນທິດທາງທີ່ຄຸມເຄືອ ແບບດຽວກັນວ່າ: “ບໍ່ວ່າສຸດທ້າຍແລ້ວຜົນການສືບສວນສອບສວນຈະເປັນແນວໃດ ແຕ່ການໃຊ້ກຳລັງຂອງ ຣັດເຊຍ ທີ່ມີຕໍ່ ຢູເຄຣນ ກໍເປັນສາເຫດສຳຄັນຂອງຄວາມຮຸນແຮງທີ່ເກີດຂຶ້ນໃນຄັ້ງນີ້”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/