ກາຕ້າຈ້າງແຟນບານທຽມມາຕ້ອນຮັບທັບນັກເຕະເພື່ອສ້າງກະແສ ຫຼັງຄາດການບານໂລກປີນີ້ຈະມີແຟນບານເຂົ້າມາໜ້ອຍກວ່າທີ່ຄວນ


ມີເລື່ອງໃຫ້ເວົ້າເຖິງອີກແລ້ວ ກັບເຈົ້າພາບບານໂລກ 2022 ຢ່າງກາຕ້າ ທີ່ຫຼ້າສຸດຖືກຕັ້ງຂໍ້ສັງເກດວ່າໄດ້ຈ້າງກຸ່ມແຟນບານມາສ້າງຄວາມຄຶກຄັກໃນການຕ້ອນຮັບນັກເຕະ ແຖມຍັງມີການຍ່າງຂະບວນຢ່າງຟົດຟື້ນ.

ໃນວັນທີ 14-15 ພະຈິກ ໄດ້ມີພາບວິດີໂອ ຂອງກຸ່ມແຟນບານກຸ່ມໜຶ່ງໃສ່ເສື້ອ ທີມຊາດ ອາເຈນຕິນາ ແລະ ອີກກຸ່ມໜຶ່ງໃສ່ເສື້ອ ທີມຊາດ ອັງກິດ ມາຕ້ອນຮັບທັບນັກເຕະ ແລະ ຍ່າງເປັນຂະບວນກັນຢ່າງຟົດຟື້ນ ຕັ້ງແຕ່ການແຂ່ງຂັນຍັງບໍ່ເລີ່ມ.

ແຕ່ກໍຖືກຕັ້ງຂໍ້ສົງໄສໄປຕ່າງໆນານາ ວ່າເປັນແຟນບານທີມຊາດນັ້ນແທ້ບໍ່ ເພາະແຟນບານກຸ່ມດັ່ງກ່າວ ເບິ່ງຄືວ່າຈະເປັນຄົນໃນທ້ອງຖິ່ນທັງໝົດ, ທັງເສືື້ອຜ້າ, ໝວກ ຫຼື ເບິ່ງຄືວ່າຈະຄ້າຍໆກັນໝົດ ຄືກັບວ່າມີຄົນແຈກຢາຍມາ ແຖມຍັງມີການແຕ້ມໜ້າແຕ້ມຕາອີກດ້ວຍ. ນອກຈາກນີ້ຍັງມີຂໍ້ສັງເກດວ່າກຸ່ມແຟນບານກຸ່ມນີ້ ບໍ່ມີແຟນບານທີ່ເປັນຜູ້ຍິງເລີຍ ແມ່ນແຕ່ຄົນດຽວ.

     ໃນຂະນະທີ່ຫຼາຍສື່ ກໍອອກມາເປີດເຜີຍວ່າ ທາງການ ແລະ ຜູ້ຈັດບານໂລກພະຍາຍາມສ້າງບັນຍາກາດໃຫ້ແກ່ການແຂ່ງຂັນ ເນື່ອງຈາກແຟນບານຂອງແຕ່ລະປະເທດທີ່ຈະເດີນທາງໄປທີ່ປະເທດກາຕ້ານັ້ນ ບໍ່ມີຫຼາຍເທົ່າທີ່ຄວນ ເຮັດໃຫ້ບັນຍາກາດໂດຍລວມກ່ອນຈະຮອດເກມນັດເປີດສະໜາມ ບໍ່ຟົດຟື້ນ ຄືກັບການແຂ່ງບານໂລກໃນແຕ່ລະປີ ທີ່ຜ່ານມາ.

ໂດຍລາຍງານລະບຸວ່າ ຝ່າຍຈັດການແຂ່ງຂັນຂອງກາຕ້າ ໄດ້ວາງແຜນຈ້າງແຟນບານທຽມເອົາໄວ້ ໂດຍທາງເຈົ້າໜ້າທີ່ ທີ່ຮັບຜິດຊອບການແຂ່ງຈະຈັດຫາຄົນມາສ້າງບັນຍາກາດໃນໄລຍະກ່ອນເກມ ແລະ ຫຼັງຈົບເກມ ລວມເຖິງຈະສົ່ງຄົນເຂົ້າໄປໃນພື້ນທີ່ໃນສະໜາມທີ່ມີບ່ອນວ່າງເກີດຂຶ້ນ.

ພາຍຫຼັງພາບວິດີໂອດັ່ງກ່າວຖືກເຜີຍແຜ່ອອກໄປໃນໂລກອອນລາຍ ກໍໄດ້ກາຍເປັນທີ່ເວົ້າເຖິງໃນກຸ່ມແຟນບານທັນທີ ໂດຍກໍມີຫຼາຍຄົນເຂົ້າມາສະແດງຄວາມຄິດເຫັນໃນທາງຢອກ ປະຊົດປະຊັນ. ບາງຄົນກໍວ່າແຟນບານອັງກິດມາຮອດແລ້ວ, ບາງຄົນກໍວ່າບໍ່ມີຄົນ ອາເຈນຕິນາ ໃນກຸ່ມແຟນບານນັ້ນເລີຍຈັກຄົນ, ບາງຄົນກໍບອກວ່າ ກຸ່ມແຟນບານກຸ່ມນີ້ ໃສ່ເສື້ອໄປເຊຍທີມຊາດ ບຣາຊິວ ເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/