ຈີນລັອກດາວມະຫາວິທະຍາໄລໃນນະຄອນປັກກິ່ງ ຫຼັງພົບຜູ້ຕິດເຊື້ອໂຄວິດ-19 ທົ່ວປະເທດກວ່າ 20.000 ຄົນໃນມື້ດຽວ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ມະຫາວິທະຍາໄລ Peking ໃນນະຄອນປັກກິ່ງ ປະເທດຈີນ ໄດ້ເຮັດການ ລັອກດາວ (Lockdown) ບໍ່ອະນຸຍາດໃຫ້ອາຈານແລະນັກສຶກສາອອກຈາກນອກມະຫາວິທະຍາໄລ ຫຼັງພົບຄົນຕິດເຊື້ອໂຄວິດ-19 ທົ່ວປະເທດສູງຂຶ້ນບໍ່ຢຸດ ປະມານກວ່າ 20.000 ຄົນຕໍ່ມື້.

ລັດຖະບານຈີນໄດ້ໃຊ້ມາດຕະການທີ່ເຂັ້ມງວດໃນການສະກັດກັ້ນການແຜ່ລະບາດໂຄວິດ-19 ພາຍໃຕ້ນະໂຍບາຍ “ໂຄວິດ-19 ເປັນສູນ” ແລະທາງການນະຄອນປັກກິ່ງ ຂອງຈີນກໍໄດ້ສັ່ງ Lockdown ມະຫາວິທະຍາໄລ Peking ເຊິ່ງເປັນມະຫາວິທະຍາໄລຊັ້ນນຳຂອງປະເທດ ຕັ້ງແຕ່ເມື່ອວັນພຸດທີ 16 ພະຈິກທີ່ຜ່ານມາ ຫຼັງພົບຜູ້ຕິດເຊື້ອໂຄວິດໃນມະຫາວິທະຍາໄລ 1 ຄົນ ແລະ ບໍ່ອະນຸຍາດໃຫ້ນັກສຶກສາ, ຄູ-ອາຈານ ອອກຈາກມະຫາວິທະຍາໄລ ຍົກເວັ້ນແຕ່ວ່າມີເຫດຈໍາເປັນ ແລະອະນຸຍາດໃຫ້ມີການຮຽນການສອນທີ່ມະຫາວິທະຍາໄລຕໍ່ໄປຕາມປົກກະຕິ.

ທັງນີ້ທາງການຈີນລາຍງານວ່າ ພົບຜູ້ຕິດເຊື້ອໂຄວິດລາຍໃໝ່ກວ່າ 350 ຄົນໃນໄລຍະ 24 ຊົ່ວໂມງຫຼ້າສຸດໃນນະຄອນປັກກິ່ງ ເຊິ່ງມີຈໍານວນປະຊາກອນອາໄສຢູ່ປະມານ 21 ລ້ານຄົນ ແຕ່ກໍເປັນຈໍານວນພຽງພໍທີ່ທາງການຈະໃຊ້ມາດຕະການ Lockdown ແລະກັກຜູ້ຕິດເຊື້ອ ຫຼື ຜູ້ຕ້ອງສົງໄສທີ່ອາດຈະຕິດເຊື້ອໂຄວິດ-19 ພາຍໃຕ້ນະໂຍບາຍໂຄວິດ-19 ເປັນສູນ.

ພ້ອມນັ້ນທາງການຈີນຍັງລາຍງານວ່າພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ໃນທົ່ວປະເທດເພີ່ມຂຶ້ນເປັນປະມານ 20.000 ຄົນ ພາຍໃນມື້ດຽວ ຫຼັງຈາກທີ່ອາທິດກ່ອນມີຜູ້ຕິດເຊື້ອລາຍໃໝ່ສະເລ່ຍຢູ່ທີ່ປະມານ 8.000 ຄົນຕໍ່ມື້.

ນອກນີ້ທາງການຂອງເຂດໄຫ່ຈູ ເຊິ່ງເປັນ 1 ໃນ 11 ເຂດເມືອງຂອງນະຄອນກວ່າງໂຈ ເມືອງເອກຂອງມົນທົນກວາງຕຸ້ງ ໄດ້ປະກາດຂະຫຍາຍເວລາ Lockdown ໃນບາງພື້ນທີ່ ເພື່ອຄວບຄຸມການລະບາດຂອງໂຄວິດ-19 ອອກໄປເຖິງວັນທີ 19 ພະຈິກ. ພ້ອມນີ້ ນະຄອນກວ່າງໂຈຖືວ່າເປັນເມືອງທີ່ພົບຄົນຕິດໂຄວິດຫຼາຍທີ່ສຸດໃນປະເທດຈີນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/