Jules Rimet ຂັນບານໂລກຂັນທຳອິດ ທີ່ຫາຍສາບສູນຕະຫຼອດການ

ຂັນບານໂລກຂັນທຳອິດ

ເພື່ອເປັນການຄຳນັບຮັບຕ້ອນ ການແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້າ ກຳລັງຈະເປີດສາກຂຶ້ນໃນອີກບໍ່ເທົ່າໃດມື້ນີ້ ແລະ ກ່ອນທີ່ເຮົາຈະຮູ້ວ່າໃນທີ່ສຸດແລ້ວປີນີ້ ທີມຊາດໃດຈະເປັນຜູ້ທີ່ໄດ້ຂັນຄຳອັນງົດງາມຂັນນີ້. ພວກເຮົາຈະພາທຸກຢ້ອນໄປເບິ່ງຄວາມເປັນມາຂອງຂັນຮາງວັນບານໂລກຂັນທຳອິດ ທີ່ຫາຍສາບສູນໄປ ຈົນເທົ່າທຸກມື້ນີ້ ກໍຍັງຊອກບໍ່ເຫັນ.

ຂັນບານໂລກຂັນທຳອິດ

ເມື່ອເວົ້າເຖິງກິລາບານເຕະ ການແຂ່ງຂັນທີ່ໃຫຍ່ທີ່ສຸດ ແລະ ໜ້າຕິດຕາມທີ່ສຸດຄົງຈະແມ່ນ FIFA World Cup (ບານໂລກ) ເປັນການແຂ່ງຂັນລະດັບປະເທດ ທີ່ຈະຄັດຫາປະເທດທີ່ເປັນອັນດັບໜຶ່ງຂອງໂລກໃນເວລານັ້ນໆ.

ຂັນບານໂລກຂັນທຳອິດ

ການແຂ່ງຂັນບານໂລກ ຄັ້ງທຳອິດ ຖືກຈັດຂຶ້ນ ທີ່ປະເທດ ອຸຣຸໄກວ (Uruguay) ໃນປີ 1930 ໂດຍ ຈູ ຣິເມ້ (Jules Rimet) ປະທານສະຫະພັນບານເຕະສາກົນ ຫຼື  FIFA ໃນຕອນນັ້ນ ທີ່ເປັນຄົນສົ່ງເສີມ ແລະ ເປັນຕົວຕັ້ງຕົວຕີ ໃຫ້ມີການຈັດການແຂ່ງຂັນນີ້ຂຶ້ນ.

ຂັນບານໂລກຂັນທຳອິດ

ແນ່ນອນວ່າເມື່ອມີການແຂ່ງຂັນກໍຕ້ອງມີຂັນຮາງວັນ ເພື່ອມອບໃຫ້ຜູ້ທີ່ຊະນະໃນການແຂ່ງຂັນ ເຊິ່ງຂັນຮາງວັນບານໂລກ ຂັນທຳອິດ ມີຄວາມສູງ 35 cm ນໍ້າໜັກ 3,8 kg ເຊິ່ງມີຮູບຮ່າງ ລັກສະນະເປັນ ເທບທິດາ Nike, ເທບທິດາແຫ່ງໄຊຊະນະ ໃນນິຍາຍກຣີກບູຮານ ເຊິ່ງໃນຕອນນັ້ນໄດ້ມີການຕັ້ງຊື່ຂັນວ່າ “Victory”.

ຂັນບານໂລກຂັນທຳອິດ

ເຊິ່ງຕໍ່ມາພາຍຫຼັງ ໃນປີ 1946 ໄດ້ປ່ຽນຊື່ມາເປັນ ຈູ ຣິເມ້ ເພື່ອເປັນກຽດໃຫ້ແກ່ຄົນທີ່ຈັດການແຂ່ງຂັນນີ້ຂຶ້ນ. ໂດຍຂັນດັ່ງກ່າວເປັນການອອກແບບຂອງ ອາເບວ ລາ ເຟີ (Abel La Fleur) ຊ່າງແກະສະຫຼັກທີ່ມີຊື່ສຽງຂອງຝຣັ່ງ ເຊິ່ງມັນເຮັດດ້ວຍເງິນ ແລະ ຄໍາ, ຖານຂອງຂັນແມ່ນເຮັດດ້ວຍຫີນສີຟ້າ ຫຼື lapis lazuli. ເຊິ່ງໃນສີ່ດ້ານຂອງຖານ ໄດ້ມີການສະຫຼັກຊື່ຂອງແຕ່ລະຊາດທີ່ໄດ້ແຊ້ມບານໂລກ ຈຳນວນ 9 ທີມ ໃນໄລຍະປີ 1930-1970.

ຂັນບານໂລກຂັນທຳອິດ

ໂດຍປົກກະຕິແລ້ວຂັນຮາງວັນຈະມອບໃຫ້ທີມຊາດທີ່ຊະນະເລີດ ໄປເປັນການຊົ່ວຄາວ ຈົນກວ່າຈະມີການແຂ່ງຂັນຄັ້ງຕໍ່ໄປ ເຊິ່ງຂັນຮາງວັນໃບນີ້ກໍເລີ່ມມີແວວບໍ່ດີ ຕັ້ງແຕ່ປີ 1938 ໃນເວລານັ້ນເປັນການຄອບຄອງຂອງປະເທດ ອິຕາລີ ແລະ ໃນເວລານັ້ນແມ່ນກົງກັບໄລຍະ ສົງຄາມໂລກຄັ້ງທີ 2 ເຊິ່ງໄດ້ມີທະຫານ ນາຊີ ບຸກເຂົ້າມາຄົ້ນຕູ້ເຊບຂອງທະນາຄານແຫ່ງໜຶ່ງໃນອິຕາລີ ເພື່ອຫວັງ ຢຶດເອົາຂັນຮາງວັນຂັນນີ້ໄປ.

ຂັນບານໂລກຂັນທຳອິດ

ແຕ່ໂຊກຍັງເຂົ້າຂ້າງທີ່ຕອນນັ້ນມັນຖືກຍົກຍ້າຍໄປໄດ້ທັນເວລາ ໂດຍປະທານສະຫະພັນກິລາບານເຕະຂອງ ອິຕາລີ, ໂດຍມີລາຍງານອອກມາຕາມຫຼັງວ່າມັນຖືກຍ້າຍໄປເຊື່ອງໄວ້ ກ່ອງໃສ່ເກີບຢູ່ກ້ອງຕຽງນອນ, ເອີ້ນໄດ້ວ່າເປັນເຫດການທີ່ເກືອບຈະເສຍຂັນຮາງວັນຂັນນີ້ໄປຕະຫຼອດການແລ້ວ.

ຕໍ່ມາໃນປີ 1966 ກໍໄດ້ເກີດເຫດການສໍາຄັນຂຶ້ນກັບຂັນຮາງວັນຂັນນີ້ຂຶ້ນອີກ ໂດຍມັນຖືກລັກໄປ ໃນລະຫວ່າງທີ່ຕັ້ງໂຊຢູ່ງານສະແດງ ທີ່ປະເທດອັງກິດ ກ່ອນການແຂ່ງຂັນ ຈະເລີ່ມຂຶ້ນໃນສອງສາມເດືອນທາງໜ້າ.

ຂັນບານໂລກຂັນທຳອິດ

ແຕ່ເທື່ອນີ້ກໍຍັງໂຊກດີ ທີ່ເຈັດມື້ຕໍ່ມາກໍໄດ້ມີການພົບເຫັນໂດຍ ໝາທີ່ຊື່ວ່າ ພິກເກີ້ (Pickles) ໃນຂະນະທີ່ເຈົ້າຂອງມັນພາໄປຍ່າງຫຼິ້ນຢູ່ແຖວ Beulah Hill ທາງຕອນໃຕ້ຂອງລອນດອນ, ໂດຍພົບເຫັນຢູ່ຂ້າງບໍລິເວນລໍ້ລົດຄັນໜຶ່ງ ເຊິ່ງມີລັກສະນະຫໍ່ຫຸ້ມດ້ວຍເຈ້ຍໜັງສືພິມ ຈຶ່ງຖືກເກັບມາ ແລະ ໄດ້ສົ່ງມອບກັບຄືນໄດ້ຢ່າງປອດໄພ.

ຂັນບານໂລກຂັນທຳອິດ

ໃນປີ 1970 ຂັນ ຈູ ຣິເມ້ ໄດ້ຕົກໄປເປັນຂອງປະເທດ ບຣາຊິວ ຢ່າງຖາວອນ. ໂດຍກົດລະບຽບໃນເວລານັ້ນແມ່ນວ່າ ທີມຊາດໃດທີ່ສາມາດໄດ້ແຊ້ມຮອດ 3 ສະໄໝກ່ອນ ແມ່ນຈະໄດ້ຂັນຮາງວັນນີ້ໄປຄອບຄອງຢ່າງຖາວອນ.

ຂັນບານໂລກຂັນທຳອິດ

ເຊິ່ງຂັນນີ້ໄດ້ຖືກນຳໄປຈັດສະແດງ ທີ່ສຳນັກງານໃຫຍ່ຂອງສະຫະພັນບານເຕະບຣາຊິວ ໃນເມືອງ ຣິໂອ ເດ ຈາເນໂຣ (Rio De Janeiro) ເຊິ່ງຖືກເກັບຮັກສາໄວ້ເປັນຢ່າງດີ ໄວ້ໃນຕູ້ນິລະໄພ ກັນກະສຸນ.

ຂັນບານໂລກຂັນທຳອິດ

ເຖິງຢ່າງໃດກໍຕາມໃນປີ 1983 ກໍຍັງຖືກໂຈນຢູ່ໃສກໍບໍ່ຮູ້ ມາລັກເອົາໄປ ແລະ ທີ່ໜ້າຕົກໃຈກໍຄື ຈົນຮອດປັດຈຸບັນນີ້ກໍຍັງບໍ່ມີການພົບເຫັນຂັນໃບນັ້ນອີກເລີຍ. ຫຼາຍຄົນເຊື່ອວ່າມັນໄດ້ຖືກນຳໄປຫຼອມ ແລະ  ຂຶ້ນຮູບໃໝ່ໄປແລ້ວ.

ຂັນບານໂລກຂັນທຳອິດ

ແຕ່ຖ້າວ່າ ມັນຖືກນຳໄປຫຼອມແທ້ ໂຈນຄົນນັ້ນກໍຄົງໄດ້ໄປພຽງ ທາດເງິນແຫຼວ ເພາະຂັນໃບນີ້ແມ່ນເຮັດມາຈາກທາດເງິນເປັນສ່ວນໃຫຍ່ ສ່ວນສີຄຳແມ່ນໄດ້ນຳໄປຍອມນໍ້າຄຳຊື່ໆ ເຊິ່ງບໍ່ອາດທຽບມູນຄ່າໄດ້ ກັບຄວາມຍິ່ງໃຫຍ່ຂອງປະຫວັດສາດບານໂລກຄັ້ງທຳອິດຂອງໂລກ.

ຂັນບານໂລກຂັນທຳອິດ

ສຸດທ້າຍແລ້ວເລື່ອງນີ້ກໍສອນໃຫ້ຮູ້ວ່າ ວັດຖຸສິ່ງຂອງທຸກຢ່າງໃນໂລກນີ້ ກໍແມ່ນມະນຸດເຮົາທີ່ເປັນຄົນສ້າງຂຶ້ນ ມັນຈະມີຄຸນຄ່າ ມີລາຄາ ຫຼືບໍ່ ແລະ ມີຄຸນຄ່າໃນຮູບແບບໃດນັ້ນ ກໍແມ່ນຄົນເຮົາເອງທີ່ເປັນຄົນກຳນົດ.

ເກັດຄວາມຮູ້: ຫຼັງຈາກປີ 1970 ທີ່ຂັນໄດ້ກາຍເປັນຂອງ ບຣາຊິວ. FIFA ໄດ້ສ້າງຂັນຮາງວັນໃໝ່ຂຶ້ນມາ ໂດຍຜູ້ອອກແບບເປັນຊາວ ອິຕາລີ ຊື່ວ່າ ຊິວວິໂອ ແກັສຊານິກາ (Silvio Gazzaniga). ໂດຍໃຫ້ຊື່ວ່າ“FIFA WORLD CUP” ຫຼື ຂັນທີ່ເຮົາເຫັນໃນປັດຈຸບັນ ໂດຍມີຄວາມສູງ 36 cm, ເຮັດດ້ວຍ ຄຳ 18 ກະຣັດ, ນໍ້າໜັກ 6.175 kg, ພື້ນຂອງຂັນມີເສັ້ນ 2 ຊັ້ນເຮັດດ້ວຍແກ້ວມໍລະກົດ, ດ້ານລຸ່ມຂອງຂັນຮາງວັນແມ່ນມີການຂຽນຕົວເລກປີ ແລະ ຊື່ຂອງຜູ້ຊະນະບານໂລກຕັ້ງແຕ່ປີ 1974 ເປັນຕົ້ນມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/