ເປີດກອງປະຊຸມ ວ່າດ້ວຍວຽກງານການເມືອງ-ແນວຄິດ ຄັ້ງທີ V ທົ່ວປະເທດ ເພື່ອສ້າງຄວາມປ່ຽນແປງແຂງແຮງ-ຫັນປ່ຽນເຂົ້າສູ່ຄຸນະພາບໃໝ່


ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ພາຍໃຕ້ຄໍາຂວັນເພີ່ມທະວີການນໍາພາຂອງພັກ ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງວຽກງານການເມືອງແນວຄິດທິດສະດີຂອງພັກເຂົ້າສູ່ຄຸນະພາບໃໝ່ ໄຂຂຶຶ້ນຢ່າງເປັນທາງການໃນວັນທີ 17 ພະຈິກ 2022, ທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ ປະທານປະເທດ ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາ ທິການສູນກາງພັກ, ກຳມະການສູນກາງພັກ, ບັນດາຄະນະບໍລິຫານງານພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມຂັ້ນສູນກາງ-ທ້ອງຖິ່ນ ພ້ອມດ້ວຍຜູ້ແທນທັງໝົດຈຳນວນ 211 ສະຫາຍ, ຍິງ 38 ສະຫາຍເຂົ້າຮ່ວມ.

ໂອກາດນີ້ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ຫົວໜ້າຄະນະຊີ້ນຳກະກຽມກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນສະຫຼຸບຕີລາຄາການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນໄລຍະແຕ່ກອງປະຊຸມວຽກງານການເມືອງ-ແນວຄິດ ຄັ້ງທີ IV ຜ່ານມາ, ພ້ອມທັງຄົ້ນຄວ້າກໍານົດທິດທາງ, ຄາດໝາຍ ແລະ ໜ້າທີ່ຈຸດສຸມຂອງວຽກງານການເມືອງ-ແນວຄິດໃນຕໍ່ໜ້າ ແນໃສ່ເຮັດໃຫ້ການຕີລາຄາວຽກງານການເມືອງ-ແນວຄິດຜ່ານມາ ແລະ ການກໍານົດທິດທາງຄາດໝາຍໃນຕໍ່ແທດເໝາະກັບການຜັນແປຂອງສະພາບການຕົວຈິງ, ທັງຮັບປະກັນໃຫ້ແກ່ການສືບຕໍ່ປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາເຂົ້າສູ່ລວງເລິກຢ່າງກວ້າງຂວາງ, ຟົດຟື້ນ ແລະ ແຂງແຮງກວ່າເກົ່າ.

ກອງປະຊຸມຄັ້ງນີ້ຈະໄດ້ຮັບຟັງການໂອ້ລົມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເຊິ່ງຈະກາຍເປັນທິດນໍາໃຫ້ແກ່ການນຳພາ-ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກໃຫ້ຫັນເຂົ້າສູ່ຄຸນະພາບໃໝ່, ເວົ້າລວມເນື້ອໃນພື້ນຖານຕົ້ນຕໍຂອງກອງປະຊຸມວຽກງານການເມືອງ-ແນວຄິດເທື່ອນີ້ແມ່ນເປັນການສືບຕໍ່ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 206/ກມສພ, ລົງວັນທີ 07 ທັນວາ 2020 ວ່າດ້ວຍການຍົກສູງຄຸນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ເຊິ່ງພັກເຮົາຖືວ່າ “ວຽກງານການເມືອງ-ແນວຄິດເປັນວຽກງານກົດໃນການກໍ່ສ້າງປັບປຸງພັກ, ເປັນປັດໄຈ 4 ສຳຄັນຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງຂອງປະເທດຊາດ ແລະ ຄວາມສະຫງົບສຸກຂອງສັງຄົມ”. ການຄົ້ນຄວ້າປະກອບຄໍາເຫັນຕໍ່ກອງປະຊຸມຕ້ອງຕິດພັນກັບຈິດໃຈເນື້ອໃນມະຕິຂອງກົມການເມືອງສູນກາງພັກດັ່ງກ່າວ ແລະ ເນື້ອໃນຕົ້ນຕໍ່ຂອງກອງປະຊຸມວຽກງານການເມືອງ-ແນວຄິດຄັ້ງນີ້ເພື່ອສ້າງຄວາມເປັນເອກະພາບສູງ ແລະ ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນກໍຄືພະນັກງານ, ສະມາຊິກພັກ ແຕ່ລະສະຫາຍຕໍ່ການ ເຄື່ອນໄຫວໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ແຂງແຮງ, ເລິກເຊິ່ງ ແລະ ມີການຫັນປ່ຽນເຂົ້າສູ່ຄຸນະພາບໃໝ່.

ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຕ້ອງຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າປະກອບຄວາມຄິດຄວາມເຫັນ ຕໍ່ເນື້ອໃນຂອງກອງປະຊຸມໃຫ້ເລິກເຊິ່ງ ສ່ອງແສງໃຫ້ເຫັນຄວາມເປັນຈິງ ຂອງສະພາບວຽກງານການເມືອງ-ແນວຄິດ ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາອັນໃດເຮັດໄດ້, ອັນໃດຍັງຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງສະເໜີຄວາມຄິດເຫັນຕໍ່ທິດທາງ, ຄາດໝາຍ, ວິທີການ ແລະ ມາດຕະການ ທີ່ຈະສູ້ຊົນຈັດຕັ້ງປະຕິບັດໃນຕໍ່ໜ້າ ບົນຈິດໃຈບຸກທະລຸທາງດ້ານຈິນຕະນາການໃຫ້ແຂງແຮງ ແລະ ເລິກເຊິ່ງກວ່າເກົ່າ. ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ 5 ຈະດໍາເນີນເປັນເວລາ 2 ວັນຈຶ່ງຈະສໍາເລັດ.

ຂອບໃຈຮູບພາບຈາກ: https://cutt.ly/kMUndAZ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/