ໝັ້ນໃຈເກີນຮ້ອຍ! ນັກເຕະອັງກິດ ຕັ້ງໃຈພາຍກະເປົາເປົ່າມາໜຶ່ງໜ່ວຍ ພ້ອມເຜີຍ ເອົາໄວ້ໃສ່ຂັນບານໂລກກັບບ້ານ

ນັກເຕະອັງກິດ

ເອີ້ນໄດ້ວ່າແບກຄວາມໝັ້ນໃຈມາເຕັມທີ່ ກັບ ດີແຄນ ໄຣສ ກອງກາງອະນາຄົດໄກຂອງທີມຊາດອັງກິດ ຈາກສະໂມສອນ ແວັສແຮັມ ຢູໄນເຕັດ ທີ່ໄດ້ຖືເຄັດເອົາກະເປົາເປົ່າເດີນທາງໄປ ແຂ່ງຂັນບານໂລກ 2022 ຢູ່ກາຕ້ານຳ ໂດຍຫວັງວ່າ ກະເປົາເປົ່າໜ່ວຍນີ້ ຈະເອົາໄວ້ໃສ່ ຂັນບານໂລກ ກັບບ້ານ.

ນັກເຕະອັງກິດ

ໃນການເຜີຍແຜ່ພາບວິດີໂອຂອງທີມຊາດອັງກິດ ທີ່ມີບັນດານັກເຕະທັງ 26 ຄົນເດີນທາງມາທີ່ສູນເຝິກຊ້ອມແຫ່ງຊາດຂອງອັງກິດ ເພື່ອຈະເດີນທາງຕໍໍ່ໄປແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້າ ນັ້ນເຫັນໄດ້ວ່າ ດີແຄນ ໄຣສ ນັກເຕະຈາກ ແວັສແຮັມນັ້ນລົງລົດມາດ້ວຍໃບໜ້າທີ່ຍິ້ມແຍ້ມ ແລະກ່າວທັກທາຍກັບຜູ້ມາຕ້ອນຮັບ ພ້ອມກັບຍ່າງໄປເອົາກະເປົາຢູ່ທ້າຍລົດ ທີ່ເປັນກະເປົາເປົ່າ ກ່ອນທີ່ລາວຈະບອກວ່າ

ນັກເຕະອັງກິດ

“ນີ້ເປັນກະເປົາເປົ່າ ຂ້ອຍບໍ່ໄດ້ໃສ່ຫຍັງໃນນັ້ນດອກ ເພາະຂ້ອຍຫວັງຈະເອົາກະເປົາເປົ່າໜ່ວຍນີ້ໄວ້ໃສ່ຂັນບານໂລກ ຕອນກັບບ້ານ”

ນັກເຕະອັງກິດ

ສຳລັບ ດີແຄນ ໄຣສ ກອງກາງອາຍຸ 23 ປີ ໃນປີນີ້ຖືເປັນການເຂົ້າຮ່ວມການແຂ່ງຂັນບານໂລກຄັ້ງທຳອິດ ແລະ ຖືເປັນການແຂ່ງຂັນຄັ້ງໃຫຍ່ເທື່ອທີ 2 ຂອງເຈົ້າຕົວ ຫຼັງຜິດຫວັງການແຂ່ງຂັນຊິງແຊ້ມ ຢູໂຣບ ໄປເມື່ອປີ 2020.

ໂດຍບານໂລກ 2022 ນີ້ ທີມຊາດອັງກິດ ຂອງ ດີແຄນ ໄຣສ ແມ່ນຖືກຈັດຢູ່ໃນກຸ່ມ B ຮ່ວມກັບ ສະຫະລັດ ອາເມຣິກາ, ອີຣ່ານ ແລະ ເວວ ໂດຍມີຄິວລົງສະໜາມນັດທຳອິດຈະພົບກັບທີມຊາດ ອີຣ່ານ ໃນຄືນວັນຈັນທີ 21 ພະຈິກ ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/