ຜູ້ບໍລິຫານ TikTok ເຜີຍ ບໍ່ມີແຜນປົດພະນັກງານ ຄືກັບ Twitter ແລະ Facebook ພ້ອມມີແຜນຈ້າງພະນັກງານໃໝ່ເພີ່ມອີກ


ທ່າມກາງວິກິດເສດຖະກິດຄັ້ງໃຫຍ່ຂອງໂລກ ແລະ ຫຼາຍບໍລິສັດເທັກໂນໂລຢີຊັ້ນນຳຂອງໂລກ ໄດ້ປະກາດປົດພະນັກງານຢ່າງຫຼວງຫຼາຍ ເພື່ອລົດຄ່າໃຊ້ຈ່າຍໃນບໍລິສັດ ເຊັ່ນ Meta ທີ່ມີການປົດພະນັກງານຫຼາຍທີ່ສຸດໃນປະຫວັດສາດ ເຊິ່ງຫຼາຍກວ່າ 11.000 ຄົນ ຫຼື Twitter ຂອງ ອີລອນ ມັສ ທີ່ໄດ້ມີການປົດພະນັກງານ ຫຼາຍພັນຄົນ ເຊັ່ນດຽວກັນ.

ແຕ່ຫຼ້າສຸດ Shou Zi Chew ຜູ້ບໍລິຫານຂອງ Tiktok ໄດ້ອອກມາສະແດງຄວາມຄິດເຫັນກ່ຽວກັບການປົດພະນັກງານໄວ້ວ່າ: “Titok ມີລະບົບ ຫຼື ແຜນການທີ່ກຽມພ້ອມ ເຊິ່ງເຮັດໃຫ້ທາງບໍລິສັດບໍ່ຈຳເປັນຕ້ອງປົດພະນັກງານຄືກັບບໍລິສັດອື່ນໆ”.

ໂດຍ Shou Zi Chew ເບິ່ງວ່າ ບຸກຄະລາກອນໃນຕໍາແໜ່ງ ຜູ້ກວດສອບເນື້ອຫາ (Content Moderator) ນັ້ນເປັນຕໍາແໜ່ງທີ່ມີຄວາມສໍາຄັນຫຼາຍທີ່ສຸດໃນການຮັກສາຄວາມປອດໄພດ້ານເນື້ອຫາຂອງ ແພລັດຟອມ ຈຶ່ງເປັນເຫດໃຫ້ທາງບໍລິສັດ ຈ້າງພະນັກງານໃນຕໍາແໜ່ງນີ້ຫຼາຍກວ່າ 10.000 ຄົນ.

ແຕກຕ່າງຈາກ Twitter ທີ່ ອີລອນ ມັສ ທີ່ໄດ້ສັ່ງປົດພະນັກງານໃນຕຳແໜ່ງນີ້ ຫຼາຍຄົນ ເພາະ ອີລອນ ຕ້ອງການໃຫ້ Twitter ເປັນພື້ນທີ່ ທີ່ຂຶ້ນຊື່ເລື່ອງ Free Speech ແທ້ໆ ທີ່ບໍ່ວ່າໃຜກໍສາມາດຂຽນ ຫຼື ໂພສ ເນື້ອຫາແບບໃດກໍໄດ້ລົງໃນ ແພລັດຟອມ.

ນອກຈາກນີ້ຍັງມີລາຍງານອອກມາວ່າ TikTok ວາງແຜນທີ່ຈະຈ້າງພະນັກງານຝ່າຍ ວິສະວະກຳ ທີ່ດຳເນີນວຽກໃນ ແຄລິຟໍເນຍ ປະເທດສະຫະລັດ ອາເມຣິກາ ເພີ່ມຂຶ້ນອີກ 2 ເທົ່າເປັນ 2.000 ຄົນ ເພື່ອເສີມຄວາມເຂັ້ມແຂງໃຫ້ກັບລະບົບດ້ານຄວາມປອດໄພຂອງຂໍ້ມູນ.

ແຕ່ຢ່າງໃດກໍຕາມ ເຖິງແມ່ນວ່າ Tiktok ຈະບໍ່ມີແຜນປົດພະນັກງານ ແຕ່ໃນດ້ານທຸລະກິດ ກໍຕ້ອງຖືວ່າມີອັດຕາການເຕີບໂຕທີ່ບໍ່ສູງເທົ່າໄລຍະທີ່ຜ່ານໆມາ ໂດຍຫຼ້າສຸດ ໄດ້ປະກາດລົດເປົ້າໝາຍລາຍໄດ້ຈາກໂຄສະນາໃນທົ່ວໂລກລົງຈາກ 12.000 ລ້ານໂດລາ ມາເປັນ 10.000 ລ້ານໂດລາ ເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/