ສ້າງມູນຄ່າຫຼາຍລ້ານໂດລາ! 5 ປະເທດທີ່ມາທ່ຽວລາວຫຼາຍທີ່ສຸດມີ ໄທ ຈີນ ເກົາຫຼີໃຕ້ ກຳປູເຈຍ ແລະ ສະຫະລັດອາເມຣິກາ


ສປປ ລາວ ກໍເປັນອີກປະເທດໜຶ່ງທີ່ມີແຫຼ່ງທ່ອງທ່ຽວຫຼາກຫຼາຍ ບໍ່ວ່າຈະເປັນທາງດ້ານວັດທະນະທຳ ທີ່ມີເອກະລັກສະເພາະຕົວ, ມີແຫຼ່ງທ່ອງທ່ຽວທີ່ທຳມະຊາດສ້າງຂຶ້ນມາເອງ ທີ່ໜ້າສົນໃຈຫຼາຍແຫ່ງໃນປະເທດລາວ. ພ້ອມກັນນີ້ ຍັງມີແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດທີ່ໜ້າຄົ້ນຫາ ແລະ ຮຽນຮູ້. ນອກຈາກນີ້ ກໍຍັງມີລົດໄຟລາວ-ຈີນ ທີ່ສາມາດດຶງດູດເອົານັກທ່ອງທ່ຽວຈາກຫຼາຍໆປະເທດ ໂດຍສະເພາະປະເທດເພື່ອນມິດທີ່ຢູ່ໃກ້ໄປມາຫາສູ່ກັນໄດ້ງ່າຍ ເຊັ່ນ: ຈີນ ແລະ ໄທ.

ພາຍໃນ 9 ເດືອນທີ່ຜ່ານມາ ສປປ ລາວ ເຮົາສາມາດດຶງດູດເອົາບັນດານັກທ່ອງທ່ຽວຫຼາຍປະເທດ ເປັນຕົ້ນແມ່ນ: ຈີນ, ໄທ, ເກົາຫຼີໃຕ້, ກຳປູເຈຍ ແລະ ສະຫະລັດອາເມຣິກາ. ນັກທ່ອງທ່ຽວຈາກປະເທດໄທ ຈໍານວນ  364,515 ຄົນ, ຈີນ 18,902 ຄົນ, ເກົາຫຼີໃຕ້ 9,885 ຄົນ, ສະຫະລັດອາເມຣິກາ 6,695 ຄົນ ແລະ ຈາກປະເທດກໍາປູເຈຍ 6,379 ຄົນ.

ນັກ​ທ່ອງ​ທ່ຽວ​ລະ​ຫວ່າງ​ເດືອນ​ມັງ​ກອນ​ ແລະ ເດືອນກັນຍາ ມີຄົນຕ່າງປະເທດ 644,756 ຄົນ ແລະ ຄົນລາວ 1,037,050 ຄົນ. ຈໍາ​ນວນຄົນ​ລາວ​ ​ທີ່​​ເດີນ​ທາງໃນ​ທົ່ວ​ປະ​ເທດ​ເພີ່ມ​ຂຶ້ນ 39% ເມື່ອທຽບກັບ 9 ເດືອນທໍາອິດຂອງປີ 2021. ລາຍຮັບທີ່ສ້າງຂຶ້ນໂດຍ ນັກທ່ອງທ່ຽວພາຍໃນ ສ້າງລາຍຮັບ​ກວ່າ​ 117 ລ້ານໂດລາສະຫະລັດ, ໃນຂະນະທີ່ ລາຍຮັບທີ່ສ້າງຂຶ້ນໂດຍ ຈໍານວນນັກທ່ອງທ່ຽວຕ່າງປະເທດ ຫຼາຍກວ່າ 100 ລ້ານໂດລາສະຫະລັດ. ນັກທ່ອງທ່ຽວຕ່າງປະເທດຈໍານວນ 644,756 ຄົນ ແລະ ນັກທ່ອງທ່ຽວ 578,876 ຄົນ ຈາກ​ປະ​ເທດ​ອາ​ຊຽນ​ອື່ນໆ ກວມ 89% ຂອງຈໍານວນທັງໝົດ. ນັກທ່ອງທ່ຽວ9,812 ຄົນ ຈາກ ສະຫະລັດອາເມຣິກາ ກວມເອົາ 1.52% ແລະ ຈາກ ອາຟຣິກາ ແລະ ຕາເວັນອອກກາງ, ກວມເອົາ 0.41 % ໃນ 3 ເດືອນທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ: https://cutt.ly/pMAOzoJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/