ພະນັກງານ Starbucks ກວ່າ 100 ສາຂາໃນສະຫະລັດອາເມຣິກາ ນັດກັນຢຸດວຽກປະທ້ວງເພື່ອຮຽກຮ້ອງຄ່າແຮງແລະການບໍລິຫານທີ່ດີກວ່າເກົ່າ

ພະນັກງານ Starbucks

ເມື່ອວັນພະຫັດ 17 ພະຈິກທີ່ຜ່ານມາ ພະນັກງານຂອງແບຣນກາເຟຊື່ດັງຢ່າງ Starbucks ໄດ້ນັດກັນພັກວຽກອອກມາເພື່ອປະທ້ວງຄວາມຜິດພາດຂອງ Starbucks ໃນການຕໍ່ຮອງກັບບັນສາຂາທີ່ເຂົ້າຮ່ວມກັບສະຫະພາບແຮງງານແລະຄວາມຜິດພາດໃນການຈັດສັນພະນັກງານໃຫ້ພຽງພໍໃນແຕ່ລະສາຂາ ໂດຍສະເພາະຢ່າງຍິ່ງ ໃນມື້ພິເສດສຸດຂອງ Starbucks ທີ່ຈະມີລູກຄ້າມາໃຊ້ບໍລິການຢ່າງຫຼວງຫຼາຍ ແຕ່ບໍ່ມີການສະເໜີຄ່າຈ້າງພິເສດໃຫ້ກັບພະນັກງານ.

ພະນັກງານ Starbucks

ໂດຍການນັດປະທ້ວງດັ່ງກ່າວມີຂຶ້ນໃນມື້ວານນີ້ ເຊິ່ງກົງກັບ Red Cup Day ຂອງ Starbucks ທີ່ທາງຮ້ານຈະແຈກຈອກກາເຟສຳລັບການນຳມາໃຊ້ໃໝ່ໄດ້ຫຼາຍຄັ້ງໃຫ້ແກ່ລູກຄ້າທີ່ສັ່ງເຄື່ອງດື່ມພິເສດໃນໄລຍະເທສະການປາຍປີ. ທັງນີ້ ປົກກະຕິແລ້ວໃນມື້ Red Cup Day ແມ່ນຈະເປັນມື້ທີ່ Starbucks ມີລູກຄ້າຫຼາຍເປັນພິເສດ.

ພະນັກງານ Starbucks

ນອກຈາກການຮຽກຮ້ອງໃຫ້ຂຶ້ນຄ່າແຮງແລ້ວ ລູກຈ້າງຕ້ອງການການຈັດຕາຕະລາງວຽກທີ່ສະໝ່ຳສະເໝີຂຶ້ນ ແລະຕ້ອງການໃຫ້ Starbucks ເພີ່ມຈຳນວນພະນັກງານໃນສາຂາທີ່ລູກຄ້າໃຊ້ບໍລິການຈໍານວນຫຼາຍ.

ທາງດ້ານກຸ່ມ Starbucks Workers United ກ່າວວ່າຮ້ານ Starbucks ໃນ 25 ລັດ ແລະ ພະນັກງານກວ່າ 2.000 ຄົນ ໄດ້ມີຜົນຮ່ວມການປະທ້ວງຄັ້ງນີ້ ໂດຍກ່ອນໜ້ານີ້ມີຫຼາຍກວ່າ 260 ສາຂາທີ່ໄດ້ລົງມະຕິໃຫ້ມີການຈັດຕັ້ງສະຫະພາບແຮງງານຂຶ້ນຕັ້ງແຕ່ເດືອນທັນວາປີ 2021.

ພະນັກງານ Starbucks

Starbucks Workers United ຍັງກ່າວວ່າບໍລິສັດພະຍາຍາມຢື້ເວລາຕໍ່ຮອງສຳລັບສັນຍາສະຫະພາບແຮງງານສະບັບທຳອິດ ແລະຍື່ນຟ້ອງຕໍ່ຄະນະກຳມະການແຮງງານສຳພັນແຫ່ງຊາດ (NLBR).

NLRB ຍື່ນຄໍາຮ້ອງທຸກ 39 ຂໍ້ຕໍ່ Starbucks ເຊິ່ງຄອບຄຸມແນວທາງປະຕິບັດດ້ານແຮງງານທີ່ບໍ່ເປັນທຳກວ່າ 900 ຂໍ້, Starbucks Workers United ອ້າງວ່າສະຫະພາບແຮງງານກວ່າ 150 ຄົນຖືກໄລ່ອອກທົ່ວປະເທດໃນປີນີ້ ເພື່ອຕອບໂຕ້ການຈັດຕັ້ງສະຫະພາບແຮງງານ.

ດ້ານ Starbucks ເຊິ່ງຄັດຄ້ານຄວາມພະຍາຍາມໃນການຈັດຕັ້ງສະຫະພາບແຮງງານ ກ່າວວ່າບໍລິສັດຮູ້ເຖິງການປະທ້ວງຄັ້ງນີ້ ແລະເຄົາລົບສິດທິໃນການປະທ້ວງຕາມກົດໝາຍຂອງບັນດາລູກຈ້າງ ລວມເຖິງລະບຸວ່າ ການປະທ້ວງທີ່ເກີດຂຶ້ນມີພຽງຈໍານວນເລັກນ້ອຍ ຈາກສາຂາທົ່ວສະຫະລັດກວ່າ 9.000 ສາຂາ.

ພ້ອມນີ້ Starbucks ຍັງລະບຸໃນຖະແຫຼງການວ່າ “ເຮົາຍັງຄົງໃຫ້ຄໍາໝັ້ນສັນຍາຕໍ່ທຸກຝ່າຍແລະຍັງຈະຄົງເຮັດວຽກຮ່ວມກັນແລະຄຽງຂ້າງກັນຕໍ່ໄປ ເພື່ອໃຫ້ Starbucks ເປັນບໍລິສັດທີ່ດີສຳລັບທຸກຄົນ”.

ພະນັກງານ Starbucks

ທັງນີ້ Starbucks ມີສາຂາທີ່ບໍລິສັດເປັນເຈົ້າຂອງໂດຍກົງທັງໝົດ 9.000 ແຫ່ງໃນສະຫະລັດ ແລະຄວາມພະຍາຍາມຈັດຕັ້ງສະຫະພາບແຮງງານໃນຫຼາຍແຫ່ງເປັນປະເດັນທີ່ກຳລັງຕໍ່ສູ້ກັນຢູ່ລະຫວ່າງກຸ່ມລູກຈ້າງແລະບໍລິສັດ Starbucks ຜ່ານຂະບວນການທາງກົດໝາຍໃນເວລານີ້.

ພະນັກງານ Starbucks

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/