ຜູ້ນຳເກົາຫຼີເໜືອ ຄິມ ຈອງອຶນ ຈູງມືລູກສາວມາປາກົດຕົວຕໍ່ສາທາລະນະເປັນຄັ້ງທຳອິດ


ມື້ນີ້ 19 ພະຈິກ 2022 ສໍານັກຂ່າວ KCNA ຂອງເກົາຫຼີເໜືອໄດ້ເຜີຍແຜ່ຮູບພາບຂອງ ຄິມຈອງອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ກຳລັງຈູງມືລູກສາວເຂົ້າຮັບຊົມການທົດສອບລູກສອນໄຟຂ້າມທະວີບທີ່ມີຊື່ວ່າ Hwasong-17 ທີ່ໄດ້ມີຂຶ້ນມື້ວານນີ້ (18 ພະຈິກ) ໂດຍການປາກົດຕົວຫຼັງກ່າວຂອງລູກສາວ ຄິມ ຈອງອຶນ ຖືວ່າເປັນການ ເຜີຍຕົວຕໍ່ສາທາລະນະຊົນເປັນຄັ້ງທຳອິດອີກພ້ອມ.

ໂດຍຮູບພາບດັ່ງກ່າວໄດ້ເຜີຍໃຫ້ເຫັນລູກສາວຂອງ ຄິມ ຈອງອຶນ ປາກົດຕົວໃນຊຸດເສື້ອສີຂາວ ພ້ອມກັບຈູງມືມາກັບຜູ້ເປັນພໍ່ເພື່ອຖ້າເບິ່ງການທົດສອບລູກສອນໄຟ ແຕ່ເຖິງຢ່າງນັ້ນທາງ KCNA ບໍ່ໄດ້ລາຍງານວ່າລູກສາວຂອງຄິມຈອງອຶນມີຊື່ວ່າຫຍັງ ແຕ່ທາງດ້ານຜູ້ຊ່ຽວຊານຄາດການກັນວ່າ ຄິມ ຈອງອຶນ ມີລູກທັງໝົດ 3 ຄົນ ໂດຍເປັນຍິງ 2 ຄົນ ແລະ ຊາຍອີກ 1 ຄົນ.

“ນີ້ເປັນຄັ້ງທຳອິດທີ່ເຮົາໄດ້ເຫັນລູກສາວຂອງຄິມຈອງອຶນໃນພື້ນທີ່ສາທາລະນະ” ໄມເຄິລ ແມດເດນ (Michael Madden) ຜູ້ຊ່ຽວຊານດ້ານເກົາຫຼີເໜືອແຫ່ງສູນສະຕິມສັນໃນສະຫະລັດອາເມຣິກາກ່າວ “ນັບເປັນຄວາມເຄື່ອນໄຫວທີ່ສຳຄັນຫຼາຍ ແລະສະແດງເຖິງຄວາມສະບາຍໃຈໃນລະດັບໜຶ່ງຂອງຄິມທີ່ເລືອກພາລູກສາວ ອອກມາປາກົດຕົວສູ່ສາທາລະນະໃນຮູບແບບດັ່ງກ່າວ”.

ພ້ອມກັນນັ້ນ ເດນນິສ ຣ໊ອດແມນ ອະດີດນັກກິລາບານບ້ວງຊື່ດັງຂອງສະຫະລັດເຄີຍບອກໄວ້ໃນປີ 2013 ວ່າ ລູກສາວຂອງຄິມຈອງອຶນມີຊື່ວ່າ “ຈູເອ” ເພາະວ່າໃນປີນັ້ນ ເດນນິສ ໄດ້ເດີນທາງໄປຢ້ຽມຢາມເກົາຫຼີເໜືອ ແລະ ເຄີຍໃຊ້ເວລາວ່າຮ່ວມກັບຄອບຄົວຂອງ ຄິມ ຈອງອຶນ ແລະໄດ້ພົບກັບເດັກນ້ອຍທີ່ຊື່ວ່າ ຈູເອ ອີກພ້ອມ.

ນອກນີ້ ຣີ ຊອລຈູ ພັນລະຍາຂອງຄິມຈອງອຶນ ກໍໄດ້ປາກົດຕົວໃນການທົດສອບຂີປະນາວຸດຄັ້ງນີ້ດ້ວຍ ເຊິ່ງໂດຍປົກກະຕິແລ້ວນັ້ນ ຣີຊອລຈູ ເກືອບຈະບໍ່ປາກົດຕົວຕໍ່ສາທາລະນະຊົນ.

.

ທັງນີ້ KCNA ລາຍງານເພີ່ມຕື່ມວ່າ ຄິມ ຈອງອຶນ ໄດ້ປະກາດວ່າເກົາຫຼີເໜືອຈະເດີນໜ້າຮັບມືກັບໄພຄຸກຄາມດ້ວຍການໃຊ້ອາວຸດນິວເຄຼຍ ໂດຍລະບຸວ່າ “ເກົາຫຼີເໜືອຈະຕອບໂຕ້ອາວຸດນິວເຄຼຍດ້ວຍອາວຸດນິວເຄຼຍ ແລະຈະຕອບໂຕ້ການປະເຊີນໜ້າດ້ວຍການເຂົ້າປະທະຢ່າງສຸດກຳລັງ”.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/