Chris Hemsworth ກຽມພັກການສະແດງຊົ່ວຄາວ ຫຼັງພົບວ່າຕົນເອງສ່ຽງເປັນໂຣກສະໝອງເສື່ອມ ຫຼາຍກວ່າຄົນທົ່ວໄປຫຼາຍເທົ່າ

Chris Hemsworth

ຫຼາຍຄົນອາດຈະຄຸ້ນໜ້າຄຸ້ນຕາກັບນັກສະແດງໜຸ່ມຫຼໍ່ ຢ່າງ Chris Hemsworth ຜູ້ທີ່ຮັບບົດເປັນເທບພະເຈົ້າສາຍຟ້າ “Thor” ໃນຮູບເງົາຊື່ດັງລະດັບໂລກຢ່າງ Thor ແລະ The Avenger ແຕ່ຢ່າງໃດກໍຕາມເບິ່ງຄືວ່າໜຸ່ມ Chris ຈະໄດ້ພັກການສະແດງລົງຊົ່ວຄາວຫຼັງຈາກເຈົ້າຕົວອອກມາເປີດເຜີຍວ່າຕົນເອງສ່ຽງເປັນໂຣກສະໝອງເສື່ອມ.

Chris Hemsworth

ໂດຍການເປີດເຜີຍດັ່ງກ່າວມີຂຶ້ນໃນຂະນະທີ່ Chris Hemsworth ໄດ້ໄປໃຫ້ສຳພາດກັບທາງສຳນັກຂ່າວ Vanity Fair ວ່າຕົນເອງໄດ້ໄປກວດສຸຂະພາບນຳທ່ານໝໍ ແລະຜົນກວດກໍພົບວ່າຕົວ Chris ມີຄວາມປົກກະຕິທາງກຳມະພັນທີ່ສ່ຽງເປັນໂຣກສະໝອງເສື່ອມຫຼາຍກວ່າຄົນທົ່ວໄປເຖິງ 8-10 ເທົ່າ.

Chris Hemsworth

ພ້ອມນີ້ Chris ຍັງໄດ້ບອກວ່າ ຫຼັງຈາກທີ່ຕົນໂປຣໂໝດຊີຣີ້ເລື່ອງ Limitless ແລ້ວໆ ກໍຈະໄດ້ພັກການສະແດງຊົ່ວຄາວ ແຕ່ວ່າກໍຈະບໍ່ໄດ້ຫາຍໜ້າຫາຍຕາໄປຈາກວົງການເລີຍ.

“ໂຣກນີ້ໄດ້ກະຕຸ້ນບາງຢ່າງໃນຕົວຂ້ອຍອອກມາວ່າ ຢາກຈະມີເວລາພັກແດ່ ແລ້ວຖ້າໝົດຈາກທົວໂປຣໂໝດອາທິດນີ້ ຂ້ອຍຈະກັບເມືອເຮືອນໄປໃຊ້ເວລາພັກຜ່ອນ ໃຊ້ຊີວິດສະບາຍໆຢູ່ກັບລູກແລະເມຍ”

“ມັນບໍ່ແມ່ນວ່າຂ້ອຍປະກາດຍື່ນຊອງຂາວລາອອກອີ່ຫຍັງແບບນັ້ນດອກ” Chris ໃຫ້ສຳພາດ.

Chris Hemsworth

ນອກນັ້ນ Chris ຍັງເຜີຍອີກວ່າປູ່ຂອງລາວເອງກໍເປັນອັລໄຊເມີເຊັ່ນດຽວກັນ ແລະ ກ່າວວ່າບາງຄັ້ງກໍບໍ່ຮູ້ວ່າເລີຍວ່າຕົນເອງຈື່ສິ່ງຂອງຕ່າງໆໄດ້ຢູ່ຫຼືບໍ່ ຍິ່ງໄປກວ່ານັ້ນລາວກໍເຄີຍຫຼົງເວົ້າພາສາດັຊທີ່ເປັນພາສາຫຼັກຂອງຕົນເອງອອກມາ ແທນທີ່ຈະເປັນພາສາອັງກິດ ຫຼື ບາງຄັ້ງກໍເວົ້າປະສົມກັນຈົນເກີດຄຳໃໝ່ອອກມາ.

Chris Hemsworth

ຖືວ່າໃນອະນາຄົດເຮົາອາດຈະບໍ່ເຫັນໜ້າຕາຂອງໜຸ່ມ Chris ປາກົດໃນໜ້າຈໍໂທລະພາບເປັນໄລຍະເວລາໜຶ່ງ. ທັງນີ້ກໍຂໍໃຫ້ໜຸ່ມ Chris ກັບມາມີສຸຂະພາບແຂງແຮງຄືເກົ່າ ເພາະແຟນໆຖ້າຕິດຕາມຜົນງານຢູ່ສະເໝີ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/