Facebook ຢືນຢັນຈະລຶບຂໍ້ມູນມຸມມອງທາງການເມືອງ ແລະ ສາສະໜາ ອອກຈາກໂປຣຟາຍ ເລີ່ມ 1 ທັນວານີ້

Facebook

ພາຍຫຼັງ Meta ໄດ້ປະເຊີນກັບວິກິດຄັ້ງໃຫຍ່ ເປັນເຫດໃຫ້ຕ້ອງມີການປົດພະນັກງານນັບ 10.000 ຄົນ. ຫຼ້າສຸດ Meta ກໍໄດ້ປັດປຸງລະບົບຂອງ Facebook ໃໝ່ ໂດຍໄດ້ຢືນຢັນວ່າກໍາລັງຖອດຖອນ 4 ແຖບທີ່ລະບຸເຖິງ ສາສະໜາ, ທັດສະນະທາງການເມືອງ, ທີ່ຢູ່, ແລະ ຄວາມສົນໃຈ ອອກຈາກໜ້າໂປຣຟາຍສ່ວນຕົວຂອງຜູ້ໃຊ້ Facebook ທີ່ລະບຸວ່າຜູ້ໃຊ້ມີຄວາມສົນໃຈຫຍັງເຊັ່ນ: ແນວຄວາມມັກທາງເພດ, ເຊິ່ງມີຜົນບັງຄັບໃຊ້ໃນວັນທີ 1 ທັນວາ. ພ້ອມເຜີຍ ເພື່ອເຮັດໃຫ້ເຄືອຂ່າຍສັງຄົມອອນລາຍ ແລະ ແພລັດຟອມນີ້ ໃຊ້ໄດ້ງ່າຍຂຶ້ນ.

Facebook

ໂດຍທາງ Facebook ໄດ້ແຈ້ງວ່າຖ້າຜູ້ໃຊ້ງານຜູ້ໃດ ມີການຕື່ມ ແລະ ລະບຸເຖິງຂໍ້ມູນເຫຼົ່ານັ້ນ ເຂົ້າໄປ, ພວກເຂົາຈະໄດ້ຮັບການແຈ້ງກ່ຽວກັບການປ່ຽນແປງຄັ້ງນີ້. ແຕ່ຂໍ້ມູນພື້ນຖານອື່ນໆເຊັ່ນ: ຊ່ອງທາງການຕິດຕໍ່ ຫຼື ສະຖານະ ຈະຍັງຄົງຢູ່ຄືເກົ່າ. ໂດຍຜູ້ໃຊ້ທີ່ຕ້ອງການເກັບກໍາຂໍ້ມູນໃນພາກສ່ວນຕ່າງໆທີ່ຈະຖືກລຶບ ແມ່ນສາມາດດາວໂຫຼດຂໍ້ມູນໄດ້ກ່ອນວັນທີ 1 ທັນວາ.

Facebook

ມີການຕັ້ງຂໍ້ສັງເກດກັນວ່າ ການລຶບຂໍ້ມູນສ່ວນຕົວຂອງຜູ້ໃຊ້ໃນ Facebook ຄັ້ງນີ້ ແມ່ນເພື່ອປັບປຸງແພລັດຟອມໃຫ້ມີຂໍ້ທັນສະໄໝຫຼາຍຂຶ້ນ ເພາະສື່ສັງຄົມອອນລາຍອື່ນໆເຊັ່ນ: Instagram ແລະ TikTok ລ້ວນແຕ່ມີປະຫວັດສ່ວນຕົວໜ້ອຍເຊັ່ນດຽວກັນ ເຊິ່ງຈະບໍ່ມີຄວາມເຫັນທາງດ້ານການເມືອງ ແລະ ສາສະໜາ.

Facebook

ໃນຕອນເລີ່ມຕົ້ນ Facebook ພະຍາຍາມໃຫ້ຜູ້ໃຊ້ລະບຸເຖິງຂໍ້ມູນເຫຼົ່ານີ້ ເພື່ອເຊື່ອມຕໍ່ຜູ້ໃຊ້ງານ ເຂົ້າຫາກັນດ້ວຍຂໍ້ມູນ ແລະ ຄວາມສົນໃຈທີ່ຄ້າຍໆກັນ. ແຕ່ໃນໄລຍະຜ່ານມາ, ໄດ້ມີບັນຫາການລະເມີດຂໍ້ມູນສ່ວນຕົວ ແລະ ຄຸກຄາມຜ່ານສັງຄົມອອນລາຍ ເນື່ອງຈາກຄວາມເຫັນທາງການເມືອງ ແລະ ສາສະໜາທີ່ຕ່າງກັນ ເຊິ່ງນີ້ເຮັດໃຫ້ຜູ້ໃຊ້ບໍ່ຕ້ອງການແບ່ງປັນຂໍ້ມູນສ່ວນຕົວ ແບບລະອຽດໃນສັງຄົມອອນລາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/