ລັດຖະບານ ກຳລັງຈະນຳໃຊ້ເທັກໂນໂລຢີທີ່ທັນສະໄໝ ເພື່ອແກ້ໄຂຜົນກະທົບຈາກສື່ສັງຄົມອອນລາຍໃນປັດຈຸບັນ

ລັດຖະບານ

ການນໍາໃຊ້ເທັກໂນໂລຢີທັນສະໄໝ ເຂົ້າໃນການສຶກສາອົບຮົມການເມືອງ-ແນວຄິດ ເປັນບັນຫາທີ່ສໍາຄັນ ແລະ ມີຄວາມຈໍາເປັນອັນຮີບດ່ວນຂອງພັກ ແລະ ລັດ ເນື່ອງຈາກປັດຈຸບັນນີ້ ໂລກກໍາລັງກ້າວເຂົ້າສູ່ຍຸກສະໄໝແຫ່ງການປະຕິວັດອຸດສາຫະກໍາ ຄັ້ງທີ 4 ຫຼື ຍຸກ 4.0 ໂດຍນໍາໃຊ້ເທັກໂນໂລຢີທັນສະໄໝ ເຂົ້າໃນທຸກຂົງເຂດວຽກງານຂອງສັງຄົມ.

ໃນໂອກາດປະກອບຄໍາເຫັນຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຈັດຂຶ້ນລະຫວ່າງວັນທີ 17 ຫາ 18 ພະຈິກນີ້, ທີ່ນະຄອນຫຼວງວຽງຈັນ ສະຫາຍ ບໍ່ວຽງຄຳ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງເທັກໂນໂລຢີ ແລະ ການສື່ສານ ຊີ້ໃຫ້ເຫັນວ່າ: ໄລຍະຜ່ານການສຶກສາອົບຮົມແນວຄິດການເມືອງມີຫຼາຍຮູບແບບ ແລະ ຫຼາຍວິທີການ ເປັນຕົ້ນການສຶກສາຮ່ຳຮຽນຢູ່ໃນໂຮງຮຽນ, ມະຫາວິທະຍາໄລ ຫຼື ສະຖາບັນການສຶກສາຕ່າງໆ, ການເຝິກອົບຮົມໄລຍະສັ້ນ ແລະ ໄລຍະຍາວ, ການຈັດສໍາມະນາ, ປາຖະກະຖາ ແລະ ໂຄສະນາເຜີຍແຜ່ຜ່ານສື່ສິ່ງພິມ, ໜັງສືພິມ ຫຼື ຜ່ານສື່ສັງຄົມອອນລາຍຕ່າງໆທັງໝົດນັ້ນ ລ້ວນແຕ່ຕ້ອງນໍຳໃຊ້ເທັກໂນໂລຢີການຈັດພິມຈໍາໜ່າຍ, ເທັກໂນໂລຢີການສື່ສານທາງວິທະຍຸ, ໂທລະພາບຕ່າງໆທີ່ເປັນມູນເຊື້ອມາໃນຍຸກ 3.0 ແຕ່ປັດຈຸບັນນີ້ ໃນຍຸກ 4.0 ເກີດມີເທັກໂນໂລຢີການສື່ສານແບບໃໝ່ທີ່ວ່ອງໄວ, ກວ້າງຂວາງ ແລະ ຄຸ້ມຄອງໄດ້ຍາກ ໂດຍສະເພາະສື່ສັງຄົມອອນລາຍ ພວມມີທ່າອ່ຽງທີ່ໄດ້ຮັບຄວາມນິຍົມເພີ່ມຂຶ້ນຫຼາຍໃນບັນດາປະເທດຕ່າງໆໃນພາກພື້ນ ແລະ ທົ່ວໂລກ.

ລັດຖະບານ

ສະນັ້ນ ເພື່ອນໍາໃຊ້ເທັກໂນໂລຢີ ທີ່ທັນສະໄໝເຂົ້າໃນການສຶກສາອົບຮົມການເມືອງ-ແນວຄິດ ຂອງປະເທດເຮົາ ໂດຍຕິດພັນກັບການແກ້ໄຂຜົນກະທົບຈາກສື່ສັງຄົມອອນລາຍໃນປັດຈຸບັນນີ້ ແລະ ໃນອະນາຄົດ ເຫັນວ່າຈະຕ້ອງເອົາໃຈໃສ່ນໍາໃຊ້ເທັກໂນໂລຢີສື່ສານທັນສະໄໝຕ່າງໆ ເຊັ່ນ: ວິທະຍຸ, ໂທລະພາບ, ສື່ສິ່ງພິມ, ວາລະສານ, ໜັງສືພິມອີເລັກໂທຣນິກ, ອິນເຕີເນັດ ແລະ ສັງຄົມອອນລາຍ ໂຄສະນາເຜີຍແຜ່ແນວທາງການເມືອງ ແລະ ນະໂຍບາຍຂອງພັກ-ລັດ ໃຫ້ກວ້າງຂວາງໃນທົ່ວສັງຄົມ ດ້ວຍຫຼາຍຮູບ, ຫຼາຍສີ, ຫຼາຍວິທີການເພື່ອເຂົ້າເຖິງທຸກໆຄົນໃນທົ່ວສັງຄົມ ຢ່າງວ່ອງໄວທັນການ ເພື່ອໃຫ້ສັງຄົມໄດ້ຮັບຮູ້ຂໍ້ມູນຄວາມຈິງ ແລະ ຕອບໂຕ້ຂໍ້ມູນປອມໂຄສະນາຊວນເຊື່ອຂອງພວກບໍ່ຫວັງດີ. ສ້າງຫຼັກໝັ້ນການເມືອງອັນໜັກແໜ້ນໃຫ້ແກ່ສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ, ປກສ-ປກຊ, ຊາວໜຸ່ມ ໄວໜຸ່ມ ແລະ ປະຊາຊົນໃນທົ່ວສັງຄົມເພື່ອເປັນ “ພູມຕ້ານທານ” ທີ່ເຂັ້ມແຂງຕ້ານກັບສົງຄາມຈິດຕະສາດ ຫັນປ່ຽນໂດຍສັນຕິ ຂອງພວກບໍ່ຫວັງດີ, ສ້າງ, ປັບປຸງ ແລະ ເຜີຍແຜ່ກົດໝາຍ, ດໍາລັດ ກ່ຽວຂ້ອງກັບການຄຸ້ມຄອງເທັກໂນໂລຢີການສື່ສານ ຂໍ້ມູນຂ່າວສານ, ເທັກໂນໂລຢີດິຈິຕອນ, ການຄຸ້ມຄອງ, ການບໍລິຫານ, ການບໍລິການລັດຖະບານດິຈິຕອນ, ການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ, ວຽກງານຄວາມປອດໄພທາງໄຊເບີ ແລະ ການຄຸ້ມຄອງ, ຕິດຕາມກວດກາ ແລະ ຕອບຕ້ານຫາງສຽງທາງສື່ສັງຄົມອອນລາຍ; ຄົ້ນຄວ້າສ້າງຍຸດທະສາດການຄຸ້ມຄອງ ແລະ ພັດທະນາອິນເຕີເນັດ; ສ້າງນິຕິກໍາໃນການຄຸ້ມຄອງ, ພັດທະນາ ແລະ ນໍາໃຊ້ໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ເທັກໂນໂລຢີດິຈິຕອນຮ່ວມກັນ ເພື່ອຮັບປະກັນນະໂຍບາຍປະຢັດ ຂອງລັດຖະບານ ຫຼີກເວັ້ນການລົງທຶນຊໍ້າຊ້ອນ; ສ້າງນິຕິກໍາໃນການຄຸ້ມຄ້ອງ ແລະ ສະໜອງຈຸດເຊື່ອມຕໍ່ ຮັບປະກັບວຽກງານ ປກຊ-ປກສ; ສືບຕໍ່ສ້າງນິຕິກໍາຄຸ້ມຄອງການນໍາໃຊ້ລະບົບຕິດຕາມການສື່ສານຜ່ານໂທລະສັບ ວຽກງານຮ່ວມ ປກຊ-ປກສ; ສ້າງ, ປັບປຸງ, ຜັນຂະຫຍາຍນິຕິກໍາທີ່ຍັງບໍ່ພຽງພໍໃຫ້ແທດເໝາະກັບການປ່ຽນແປງໃນແຕ່ລະໄລຍະ; ເລັ່ງສ້າງບັນດານິຕິກໍາທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ ແລະ ການພັດທະນາວຽກງານການຫັນເປັນດິຈິຕອນຂອງທຸກຂະແໜງການ, ເອົາໃຈໃສ່ເປີດກວ້າງການຮ່ວມມື ກັບຕ່າງປະເທດ ແລະ ສາມກົນ ຕາມແນວທາງການຕ່າງປະເທດຂອງພັກ-ລັດເຮົາ, ເປັນຕົ້ນແມ່ນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດເຊັ່ນ: ສສ ຫວຽດນາມ, ສປ ຈີນ ເພື່ອຖອດຖອນບົດຮຽນການຄຸ້ມຄອງສື່ສັງຄົມອອນລາຍ ແລະ ດຶງດູດການຊ່ວຍເຫຼືອທາງດ້ານເທັກໂນໂລຢີຊອບແວ, ຮາດແວ ແລະ ພັດທະນາຊັບພະຍາກອນມະນຸດ. ພ້ອມກັນນັ້ນກໍຮ່ວມກັບບັນດາປະເທດໃນກອບອາຊຽນເຊິ່ງມີໂຄງການຮັກສາຄວາມປອດໄພດ້ານໄຊເບີອາຊຽນ ແລະ ຮ່ວມມືກັບບັນດາປະເທດທີ່ມີເທັກໂນໂລຢີທັນສະໄໝ ເປັນມິດທີ່ດີກັບ ສປປ ລາວ, ເອົາໃຈໃສ່ປະສານສົມທົບກັບບັນດາບໍລິສັດ ສື່ສັງຄົມອອນລາຍຂ້າມທະວີບຕ່າງໆເຊັ່ນ: ເຟສບຸກ, ຢູທູບ ແລະ ອື່ນໆ ເພື່ອໃຫ້ຄວາມຮ່ວມມືໃນການສະກັດກັ້ນ ອາຊະຍາກໍາໄຊເບີ ແລະ ການເຄື່ອນໄຫວສື່ສັງຄົມອອນລາຍທີ່ລະເມີດກົດໝາຍ ແລະ ປັ່ນປ່ວນທຳລາຍຄວາມໝັ້ນຄົງຂອງລາວ.

ລັດຖະບານ

ຂອບໃຈຂໍ້ມູຈາກ: https://cutt.ly/CMGvNZq

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/