ສະຖິຕິເຜີຍ ກາຕ້າ ເປັນເຈົ້າພາບຊາດທຳອິດ ທີ່ປະລາໄຊ ໃນເກມເປີດສະໜາມຂອງຕົນເອງ ໃນປະຫວັດສາດການແຂ່ງຂັນບານໂລກ

ກາຕ້າ

ຈົບລົງໄປແລ້ວກັບການແຂ່ງຂັນນັດເປີດສະໜາມ ຂອງການແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້າ. ເຊິ່ງເປັນເກມທີ່ ກາຕ້າ ປະເທດເຈົ້າພາບ ພົບກັບທີມຊາດ ເອກວາດໍ ເຊິ່ງຜົນອອກມາເປັນ ກາຕ້າ ທີ່ເສຍໃຫ້ກັບ ທີມຊາດ ເອກວາດໍ ໄປແບບສູ້ບໍ່ໄດ້ ດ້ວຍຜົນສະກໍ 0-2 ເຮັດໃຫ້ພວກເຂົາເປັນເຈົ້າພາບຊາດທຳອິດ ທີ່ພົບກັບຄວາມປະລາໄຊ ໃນນັດເປີດສະໜາມຂອງຕົນເອງ ໃນຮອບ 92 ປີ.

ກາຕ້າ

ໂດຍເກມນັດນີ້ເລີ່ມມາພຽງ 8 ນາທີ ເອກວາດໍ ກໍເຮັດໃຫ້ ເຈົ້າພາບ ເສຍຂວັນໄປກ່ອນ ຈາກການເອົາຫົວຕີບານເຂົ້າປະຕູໄປກ່ອນ ຂອງ ເອນເນີ້ ວາເລັນເຊຍ ແຕ່ສຸດທ້າຍກໍຖືກ VAR ຢຶດໄປຄືນ ເພາະກວດພົບວ່າມີການລໍ້າໜ້າໄປກ່ອນແລ້ວ.

ກາຕ້າ

ແຕ່ໃນນາທີ 16 ຂອງ ເກມ ເອນເນີ້ ວາເລັນເຊຍ ກອງໜ້າ ອາຍຸ 33 ປີ ຈາກ ເຟເນປາເຊ ກໍມາຍິງປະຕູໄດ້ ຈາກຈັງຫວະ ຈຸດໂທດ ເຮັດໃຫ້ ເອກວາດໍ ບຸກມາຂຶ້ນນຳ ກາຕ້າ ໄປ 0-1. ຫຼັງເສຍປະຕູໄປ ກາຕ້າ ເບິ່ງຄືວ່າຖືກຊົກເຂົ້າປາຍຄາງເຕັມໆ ເພາະຫຼັງຈາກນັ້ນກໍບໍ່ສາມາດຕັ້ງເກມຂອງຕົນເອງໄດ້ເລີຍ ແລະເປັນຝ່າຍຂອງ ເອກວາດໍ ທີ່ເປັນຝ່າຍພັບສະໜາມບຸກຢູ່ຝ່າຍດຽວ. ກ່ອນທີ່ຈະມາໄດ້ປະຕູທີ 2 ໃນນາທີ 31 ຂອງເກມ ຈາກ ເອນເນີ້ ວາເລັນເຊຍ ຄົນເກົ່າ ທີ່ໃນນັດນີ້ເໝົາ 2 ປະຕູ ພາ ເອກວາດໍ ຂຶ້ນນຳ ກາຕ້າ ເປັນ 2 ປະຕູຕໍ່ 0.

ກາຕ້າ

ພໍເລີ່ມເກມ ໃນເຄິ່ງເວລາທີ 2 ມາ ກໍຍັງເປັນຝັ່ງຂອງ ເອກວາດໍ ທີ່ຍັງເຮັດໄດ້ດີກວ່າ ແຕ່ດ້ວຍຜົນສະກໍ ທີ່ນຳເຖິງ 2 ປະຕູ ເຮັດໃຫ້ ເອກວາດໍ ມີການຜ່ອນເກມລົງ. ທາງຝັ່ງກາຕ້າເອງກໍມີຈັງຫວະທີ່ໄດ້ຄອບຄອງບານບຸກໃສ່ ເອກວາດໍ ເຊັ່ນດຽວກັນ ແລະ ໄດ້ມີໂອກາດຍິງໄປ 4 ເທື່ອ ແຕ່ກໍຍັງບໍ່ສາມາດປ່ຽນມາເປັນປະຕູໄດ້. ຈົບເກມ ເຮັດໃຫ້ໄຊຊະນະໃນນັດເປີດສະໜາມ ຕົກເປັນຂອງ ເອກວາດໍ ເກັບ 3 ຄະແນນ ທຳອິດ ໃນການແຂ່ງຂັນບານໂລກ 2022 ນີ້ ໄດ້ສຳເລັດ.

 ຄວາມພ່າຍແພ້ ໃນນັດນີ້ຂອງ ເຈົ້າພາບ ກາຕ້າ ເຮັດໃຫ້ພວກເຂົາກາຍເປັນ ເຈົ້າພາບຊາດທຳອິດໃນປະຫວັດສາດບານໂລກ ທີ່ ປະລາໄຊ ໃນນັດເປີດສະໜາມຂອງຕົນເອງ ໃນຮອບ 92 ປີ ນັບຕັ້ງແຕ່ບານໂລກຄັ້ງທຳອິດ ໃນປີ 1930.

ປີ 1930 : ອຸຣຸໄກວ (ເຈົ້າພາບ) ເອົາຊະນະ ເປຣູ 1-0

ປີ 1934 : ອິຕາລີ (ເຈົ້າພາບ) ເອົາຊະນະ ສປປ ລາວ 7-1

ປີ 1938 : ຝຣັ່ງ (ເຈົ້າພາບ) ເອົາຊະນະ ເບວຢຽມ 3-1

ປີ 1950 : ບຣາຊິວ (ເຈົ້າພາບ) ເອົາຊະນະ ເມັກຊິໂກ 4-0

ປີ 1954 : ສະວິດເຊີແລນ (ເຈົ້າພາບ) ເອົາຊະນະ ອິຕາລີ 2-1

ປີ 1958 : ສະວີເດັນ (ເຈົ້າພາບ) ເອົາຊະນະ ເມັກຊິໂກ 3-0

ປີ 1962 : ຊິລີ (ເຈົ້າພາບ) ເອົາຊະນະ ສະວິດເຊີແລນ 3-1

ປີ 1966 : ອັງກິດ (ເຈົ້າພາບ) ສະເໝີ ອຸຣຸໄກວ 0-0

ປີ 1970 : ເມັກຊິໂກ (ເຈົ້າພາບ) ສະເໝີ ສະຫະພາບໂຊວຽດ 0-0

ປີ 1974 : ເຢຍລະມັນຕາເວັນຕົກ (ເຈົ້າພາບ) ເອົາຊະນະ ຊິລີ 1-0

ປີ 1978 : ອາເຈນຕິນາ (ເຈົ້າພາບ) ເອົາຊະນະ ຮັງກາຣີ 2-1

ປີ 1982 : ສະເປນ (ເຈົ້າພາບ) ສະເໝີ ຮອນດູຣັສ 1-1

ປີ 1986 : ເມັກຊິໂກ (ເຈົ້າພາບ) ເອົາຊະນະ ເບວຢຽມ 2-1

ປີ 1990 : ອິຕາລີ (ເຈົ້າພາບ) ເອົາຊະນະ ອອສເຕຣເລຍ 1-0

ປີ 1994 : ສະຫະລັດ ອາເມຣິກາ (ເຈົ້າພາບ) ສະເໝີ ສະວິດເຊີແລນ 1-1

ປີ 1998 : ຝຣັ່ງ (ເຈົ້າພາບ) ຊະນະ ອາຟຣິກາ ໃຕ້ 3-0

2002: ເກົາຫຼີໃຕ້ (ເຈົ້າພາບຮ່ວມ) ເອົາຊະນະ ໂປແລນ 2-0 ແລະ ຍີ່ປຸ່ນ (ເຈົ້າພາບຮ່ວມ) ສະເໝີ ເບວຢຽມ 2-2.

ປີ 2006 : ເຢຍລະມັນ (ເຈົ້າພາບ) ເອົາຊະນະ ຄອສຕາຣິກາ 4-2

ປີ 2010 : ອາຟຣິກາ ໃຕ້ (ເຈົ້າພາບ) ສະເໝີ ເມັກຊິໂກ 1-1

ປີ 2014 : ບຣາຊິວ (ເຈົ້າພາບ) ຊະນະ ໂຄຣເອເຊຍ 3-1

ປີ 2018 : ຣັດເຊຍ (ເຈົ້າພາບ) ເອົາຊະນະ ຊາອຸດີອາຣະເບຍ 5-0

ປີ 2022 : ກາຕ້າ (ເຈົ້າພາບ) ປະລາໄຊ ເອກວາດໍ 0-2

    ສຳລັບນັດຕໍ່ໄປຂອງ ກາຕ້າປະເທດເຈົ້າພາບ ແມ່ນມີຄິວລົງເຕະກັບ ທີມຊາດ ເຊເນເກີ ໃນວັນທີ 25 ພະຈິກ. ສ່ວນ ເອກວາດໍ ແມ່ນມີຄິວລົງເຕະກັບ ທີມຊາດ ເນເທີແລນ ໃນວັນທີ 25 ພະຈິກ ເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/